ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຫລາຍປະເທດ ເຫັນພ້ອມກັບ ສຫລ ໃນການ ໂຈມຕີ ຖານທັບອາກາດ ຂອງ​ຊີ​ເຣຍ


President Trump's Statement on US Missile Strikes on Syria
please wait

No media source currently available

0:00 0:02:51 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​​ໂນ ທຣໍາ ໃຫ້ຄໍາຖະແຫລງ ກ່ຽວກັບຄໍາ​ສັ່ງຂອງທ່ານ ​ໃຫ້​ທຳ​ການ​ໂຈມຕີ ຖານທັບອາກາດຂອງຊີເຣຍ​

ປະ​ເທດ​ພັນທະມິດ​ຂອງ​ສະຫະ​ລັດ​ຫລາຍ​ປະ​ເທດກ່າວວ່າ ​ເຂົາ​ເຈົ້າສະໜັບສະໜຸນ
ຕໍ່ການ​ປະຕິບັດ​ງານທາງ​ທະຫານ​ຂອງ​ສະຫະລັດ​ໃນ​ຊີ​ເຣຍ ​ໃນ​ຂະນະ​ທີ່ປະທານາທິ
ບໍດີຣັດ​ເຊຍ ທ່ານ Vladimir Putin ຖື​ວ່າການ​ການ​ເຄື່ອນ​ໄຫວ ​ເຊັ່ນ​ນັ້ນຂອງ​ສະຫະ
ລັດ​ເປັນ​ການ “ລຸກ​ລໍ້າ​ອະທິປະ​ໄຕຂອງ​ຊາດ​ນຶ່ງ” ​ຊຶ່ງ​ໃຊ້ “​ເປັນ​ຂໍ້​ອ້າງ​ທີ່​ສ້າງ​ຂຶ້ນ” ນັ້ນ.

ປະຕິກິລິຍາໃນການໂຈມ​ຕີ​ໂດຍ​ໃຊ້ລູກ​ສອນ​ໄຟ​ຕໍ່ຖານ​ທັບ​ອາກາດ​ຂອງ ຊີ​ເຣຍ ​ໄດ້
​ມີ​ການ​ຕິດຕາມໂດຍບັນດາ​ສໍ​ານັກ​ຂ່າວສານ​ຢູ່​ທົ່ວ​ໂລກ ​ໃນ​ຂະນະ​ທີ່​ໂລກ​ກໍາລັງ​ຊັ່ງ
ຊາ​ເບິ່ງ​ຂ່າວ ທີ່​ບອກ​ວ່າປະທານາທິບໍດີ​ສະຫະລັດທ່ານ​ດໍໂນ ທຣໍາ ​ໄດ້​ສັ່ງ​ໃຫ້​ທຳ​
ການ​ໂຈມ​ຕີ​ດັ່ງກ່າວ​ເພື່ອ​ເປັນ​ການ​ຕອບ​ໂຕ້​ ​ຕໍ່ການໂຈມ​ຕີ​ທີ່ໃຊ້​ອາວຸດ​ເຄມີທີ່​ເປັນ ໜ້າຢ້າກົວຄັ້ງຫລ້າ​ສຸດ​ນີ້ ຊຶ່ງ​ໄດ້​ສັງ ຫານ​ຊີວິດ​ຂອງ​ພົນລະ​ເຮືອນ​ຊາວ​ຊີ​ເຣຍປະມານ
100 ຄົນ ຮວມທັງ​ຜູ້ຍິງ​ແລະ​ເດັກນ້ອຍ.

ອົງການສິງຊອມ​ດ້ານ​ສິດທິ​ມະນຸດ​ຂອງ​ຊີ​ເຣຍ​ເວົ້າວ່າ ການ​ໂຈມ​ຕີ​ຖານ​ທັບ​ອາກາດ
ດັ່ງກ່າວ ​ໄດ້​ສັງຫານ​ທະຫານ​ຊີ​ເຣຍ​ໄປ​ຢ່າງໜ້ອຍ 4 ຄົນ ​ໃນ​ຂະນະ​ທີ່ ​ເຈົ້າໜ້າທີ່ ​ຊີ
​ເຣຍ​ເວົ້າວ່າ ມີ​ 6 ຄົນ​ເສຍ​ຊີວິດ ​ແລະ​ຫລາຍໆຄົນ​ໄດ້​ຮັບ​ບາດ​ເຈັບ. ອົງການ​ສັງ​ເກດ​
ການດ້ານ​ສິດທິ​ມະນຸດ​ຂອງຊີ​ເຣຍທີ່​ຕັ້ງຢູ່ອັງກິດ​ເວົ້າວ່າ ການ​ໂຈມ​ຕີດັ່ງກ່າວ​ແມ່ນ ​ໄດ້​ທໍາລາຍສະຖານ​ເກັບ​ເຮືອບິນ ​ລົບ ຫລາຍ​ກວ່າ 12 ​ແຫ່ງ, ສາງ​ນໍ້າ​ມັນ 1 ​ແຫ່ງ ​ແລະ
​ຄ້າຍ​ທະຫານ​ປ້ອງ​ກັນ​ທາງ​ອາກາດ 1 ​ແຫ່ງ.

​ທ່ານ Dmitry Peskov, ໂຄ​ສົກ​ຂອງ​ທ່ານ Putin ​ໄດ້​ກ່າວ​ວ່າ ປະທານາທິບໍດີ ຣັດ
​ເຊຍ ຊຶ່ງ​ເປັນ​ພັນທະ​ມິດທີ່​ສໍາຄັນຂອງປະທານາທິບໍດີ Bashar al-Assad ຂອງ​ຊີ​ເຣຍ
ບໍ່​ເຊື່ອ​ວ່າ ຊີ​ເຣຍມີອາວຸດ​ເຄມີ ​ເລີຍ.

​ໃນ​ຄໍາ​ຖະ​ແຫລ​ງການ​ສະບັບ​ນຶ່ງ ວັງເຄຣມລິນ​ກ່າວວ່າ ການ​ກະທໍາ​ຂອງ​ສະຫະລັດ ​
ໄດ້​ກໍ່​ໃຫ້​ເກີດ “ຄວາມ​ເສ​ຍຫາຍຢ່າງ​ໃຫຍ່​ຫລວງ” ຕໍ່ການ​ພົວພັນ​ກັບຣັດ​ເຊຍ ທີ່ “ບໍ່ດີ” ຢູ່​ແລ້ວນັ້ນ.

​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ​ເວົ້າວ່າ ຕົນຮຽກຮ້ອງ​ໃຫ້​ມີ​ການ​ປະຊຸມ​ດ່ວນຂອງ​
ສະພາ​ຄວາມໝັ້ນຄົງ​ຂອງ​ສະຫະ​ປະຊາ​ຊາດ ​ແລະ​ເວົ້າອີກ​ວ່າ ສັນຍາ​ວ່າ​ດ້ວຍ​ຄວາມ​
ປອດ​ໄພ​ທາງ​ອາກາດ​ຂອງ​ຊີ​ເຣຍ ທີ່​ມີ​ຢູ່​ກັບ​ສະຫະລັດ​ນັ້ນໄດ້​ຖືກ​ໂຈະເປັນ​ການ​ຊົ່ວຄາວ.

ຝ່າ​ຍອີ​ຣານກໍ​ໄດ້​ກ່າວ​ປະນາມ​ຢ່າງໜັກ ຕໍ່ການໂຈມ​ຕີ​ດັ່ງກ່າວ​ຂອງ​ສະຫະລັດ​ເຊັ່ນ​ກັນ
​ໂດຍ​ໄດ້​ເວົ້າວ່າ “ການ​ກະທໍາ​ໂດຍ​ລໍາພັງ​ແບບ​ຜູ້ດຽວ ​ແມ່ນ​ເປັນ​ອັນຕະລາຍ, ​ເປັນ​ການ
​ທໍາລາຍ​ລ້າງຜານ ​ແລະ​ລະ​ເມີດ​ຕໍ່ຫລັກການ​ຕ່າງໆ ທີ່​ບົ່ງໄວ້​ຢູ່​ໃນ​ສົນທິ ສັນຍາ​ສາກົນ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ Numan Kurtulmus, ຮອງ​ນາຍົກລັດຖະມົນຕີຂອງ​ເທີ​ກີ ​
ເວົ້າຢູ່​ໃນ​ການສໍາພາດ​ທີ່​ຖ່າຍ​ທອດ​ສົດອອກ​ທາງ​ໂທລະ​ພາບວ່າ ການ​ບຸກ​ໂຈມ​ຕີຖານ​
ທັບ​ອາກາດ​ຊີ​ເຣຍ ໂດຍ​ສະຫະລັດນັ້ນ​ແມ່ນ ​“ເປັນການ​ດີ” ​ແລະ​ວ່າ ການ​ກະທໍາ “ອັນ​ປ່າ​ເຖື່ອນຈະ​ຕ້ອງ​ໄດ້​ຖືກ​ຢຸດຕິ​ລົງ​ໃນ​ທັນທີ​ທັນ​ໃດ.” ທ່ານ​ກ່າວ​ອີກ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ
ອຳນາດ​ການ​ປົກ ຄອງ​ຂອງ Assad ຈະ​ຕ້ອງ​ໄດ້​ຖືກ​ລົງໂທດ​ຢ່າງເຕັມ​ສ່ວນຢູ່​ໃນເວທີ
​ສາກົນ.” ກໍາລັງ​ທະ ຫານຂອງ​ເທີ​ກີ ​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ຢູ່​ໃນ​ການ​ສູ້​ຮົບ​ໃນຊີ​ເຣຍ ​ແລະ​
ໄດ້​ມີ​ການ​ຮັບ​ເອົາ​ພວກ​ອົບພະຍົບຈາກ​ປະ​ເທດ​ເພື່ອ​ນບ້ານ​ຫລາຍ​ປະ​ເທດ.

ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ​ເທີ​ກີ ຮຽກຮ້ອງ​ໃຫ້​ປົດ​ທ່ານ Assad ອອກ​ຈາກ​ອຳ
ນາດ​ໃນ​ທັນທີ ​ແລະ​ສ້າງຕັ້ງລັດຖະບານ​ໄລຍະ​ຂ້າມ​ຜ່ານ. ທ່ານ Mev-lut Cavusoglu
ກ່າວ​ວ່າ “ມັນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຂັບ​ໄລ່​ອຳນາດ​ການ ປົກຄອງ​ນີ້​ຈາກ​ການ​ນຳພາ
​ປະ​ເທດ​ຊີ​ເຣຍໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ຖ້າ​ອຳນາດການ​ປົກຄອງ​ດັ່ງກ່າວ ຫາກ​ບໍ່​ຍອມ
​ອອກ ຖ້າ​ຫາກ​ບໍ່​ມີ​ລັດຖະບານ​ໄລຍະ​ຂ້າມຜ່ານແລະ​ຖ້າ​ຜູ້​ກ່ຽວ​ຫາກ​ຍັງ​ສືບ​ຕໍ່​ກໍ່​ອາ​ຊະ​ຍາ
​ກຳ​ທາງ​ດ້ານ​ມະນຸດ ສະທຳ​ແລ້ວ​ກໍ​ຄວນ​ມີ​ການ​ເອົາ​ບາດກ້າວ​ທີ່​ຈຳ​ເປັນ​ເພື່ອ​ຂັບ​ໄລ່​ຜູ້ກ່ຽວ.”

​ໂຄສົກ​ຂອງ​ລັດຖະ​ບານ​ອັງກິດ​ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ “ລັດຖະບານ​ອັງກິດ​ໃຫ້ການ​ສະ
ໜັບ ສະໜຸນ​ຢ່າງ​ເຕັມທີ່​ໃນ​ການ​ເອົາ​ມາດ​ຕະການ​ຂອງ​ສະຫະລັດ ຊຶ່ງພວກ​ເຮົາເຊື່ອ​ວ່າ
​ເປັນ​ການ​ຕອບ​ໂຕ້​ທີ່​ເໝາະ​ສົມ ຕໍ່​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ທີ່​ໂຫດຮ້າຍ​ປ່າ​ເຖື່ອນ
ຂອງ​ອຳນາດ​ການ​ປົກຄອງ​ຊີ​ເຣຍ ​ແລະ​ມີ​ຄວາມ​ຕັ້ງ​ໃຈທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້ການ​ໂຈ​ມຕີ
​ແບບ​ນີ້​ເກີດ​ຂຶ້ນອີກ.”

ປະທານາທິບໍດີ​ຝຣັ່ງ ທ່ານ Francois Holland ​ແລະ​ນາຍົກລັດຖະມົນຕີ​ເຢຍຣະມັນ
ທ່ານ​ນາງ Angela Merkel ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ ກ່າວວ່າ ທ່ານ Assad ​ເປັນ
​ຜູ້​ຮັບ​ຜິດ​ຊອບ​ແຕ່​ພຽງ​ຜູ້​ດຽວ ຕໍ່​ການ​ໂຈມ​ຕີ​ທາງ​ອາກາດ ທີ່​ມີ​ຂຶ້ນຫລັງ​ຈາກ​ການ​ໂຈມ​ຕີ​
ດ້ວຍ​ອາວຸດ​ເຄມີ.

ທ່ານ Jean-Marc Ayrault ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງ ກ່າວ​ວ່າ ການ​ໃຊ້
​ອາວຸດ​ເຄມີ ​ແມ່ນ​ເປັນຕາ​ຢ້ານ​ທີ່​ສຸດ ​ແລະ​ຄວນ​ຖືກ​ລົງ​ໂທດ​ຍ້ອນ​ວ່າ ມັນ​ເປັນ​ການ​ກໍ່
​ອາ​ຊະ​ຍາ​ກຳສົງຄາມ.

ຊາ​ອຸ​ດີ ອາຣາ​ເບຍ ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ທຣຳ
​ແມ່ນເປັນ​ “ການ​ຕັດສິນ​ໃຈທີ່ກ້າຫານ.” ກະຊວງ​ການ​ຕ່າງປະ​ເທດຊາ​ອຸ​ດີ ກ່າວ​ວ່າ ການ
​ເຄື່ອນ​ໄຫວ​ຂອງ​ສະຫະລັດ ເປັນ​ການ​ຕອບ​ໂຕ້​ທີ່​ຖືກຕ້ອງຕໍ່​ການ​ກໍ່​ອາ​ຊະ​ຍາ​ກຳ​ຂອງ
​ອຳນາດ​ການ​ປົກຄອງ​ນີ້ ຕໍ່​ປະຊາຊົນ​ຂອງ​ຕົນ ຍ້ອນ ​ເຫດຜົນ​ທີ່​ວ່າປະຊາ​ຄົມນາໆ​ຊາດ
​ບໍ່​ສາມາດ​ຍຸຕິ​ມັນ​ໄດ້.”

ນາຍົກລັດຖະມົນຕີອິສຣາ​ແອ​ລທ່ານ Benjamin Netanyahu ກ່າວ​ວ່າ ຂ່າວ​ການ
​ຕັດສິນ​ໃຈນີ້ ທີ່​ມີ​ຂຶ້ນຖ້າມກາງ​ການ​ກະທຳ​ທີ່​ໜ້າ​ຢ້ານ​ກົວ​ຂອງ​ອຳນາດ​ການປົກຄອງ
Assad ຈະ​ສະທ້ອນ​ບໍ່​ພຽງ​ແຕ່ຕໍ່​ດາ​ມັສກັສ ​ແຕ່​ຢູ່​ທີ່​ພຽງ​ຢາງ ​ເຕຫະຣ່ານ​ແລະ​ແຫ່ງ​ອື່ນໆ​ ນຳ​ດ້ວຍ.”

ສ່ວນ​ນາຍົກລັດຖະມົນ​ຕີ Sinzo Abe ​ແຫ່ງ​ຍີ່ປຸ່ນ ກ່າວ​ວ່າ ລັດຖະບານ​ຂອງທ່ານ ​ໃຫ້
ການ​ສະໜັບສະໜຸນ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ສະຫະລັດ ​ໃນ​ຖານະ​ທີ່​ເປັນ​ຊ່ອງ​ທາງ​ເພື່ອ
​ປ້ອງ​ກັນ​ບໍ່​ໃຫ້​ສະຖານະ​ການ​ຊຸດ​ໂຊມ​ລົງ​ຕື່ມ​.

ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍຍຶດໝັ້ນ​ໃນ​ການ​ແກ້​ໄຂ ທາງ​
ການ​ເມືອງ. ປັກ​ກິ່ງ​ໄດ້​ໃຫ້​ຄວາມ​ເຫັນ​ໃນ​ວັນ​ສຸກ​ມື້ນີ້ ຂະນະ​ທີ່​ປະທານ​ປະ​ເທດ​ສີ ຈິ້ນຜິ​ງ ຢ້ຽມຢາມ​ສະຫະລັດ ບ່ອນ​ທີ່​ທ່ານ​ຈະ​ພົບ​ປະ​ກັບ​ທ່ານ​ທຣຳອີກ​ໃນ ວັນ​ສຸກ​ມື້ນີ້ ຫລັງ​ຈາກ
​ຜູ້ນຳ​ທັງ​ສອງ​ໄດ້​ພົບ​ປະກັນ​ໃນ​ວັນ​ພະຫັດ​ວານ​ນີ້ ທີ່​ບ້ານ​ພັກຕາກ​ອາກາດ​ຂອງ​ທ່ານ​ທຣຳ ​ໃນ​ລັດ​ຟລໍຣິດາ.

ສ່ວນ​ນາຍົກລັດຖະມົນຕີີອອສ​ເຕຣ​ເລຍ ທ່ານ Malcolm Turnbull ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍລູກ​ສອນ​ໄຟ​ຂອງ​ສະຫະລັດຕໍ່​ຖານ​ທັບ​ອາກາດ​ຊີ​ເຣຍນັ້ນ​ແມ່ນ ​ເປັນ​ການ​ຕອບ​ໂຕ ​ທີ່​ “ມີ​ການ​ຊັ່ງຊາ ສົມສ່ວນ​ ແລະ​ໄດ້​ຕັ້ງ​ເປົ້າໝາຍ​ໄວ້.”

​ໂຄສົກ​ຂອງ​ລັດຖະບານ​ໂປ​ແລນ ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ​ໃຫ້ການ​ສະໜັບສະ​ໜຸນ ​ຕໍ່​ການເອົາ​ທຸກມາດ​ຕະການ​ເພື່ອ​ຍຸຕິ​ສົງຄາມ​ແລະ​ວິ​ກິດ​ການມະນຸດສະ​ທຳ​ໃນ​ຊີ​ເຣຍ.”


ອ່ານຂ່າວທີ່ກ່ຽວກັບເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG