ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ ພົບປະກັບຄູ່ຮ່ວມຕຳແໜ່ງຂອງທ່ານຈາກປະເທດ ອັງກິດ, ຝຣັ່ງ, ເຢຍລະມັນ ແລະ ອິຕາລີ ໃນວັນອາທິດມື້ນີ້ໃນນະຄອນຫຼວງ ປາຣີ ກ່ຽວກັບ ວິກິດການ ຊີເຣຍ, ມື້ໜຶ່ງກ່ອນການເຈລະຈາສັນ ຕິພາບ ຊີເຣຍ ທີ່ສະໜັບສະໜູນໂດຍ ອົງການສະຫະປະຊາຊາດ ມີກຳນົດ ຈະເລີ່ມຂຶ້ນໃນນະຄອນ ເຈນີວາ ນັ້ນ.
ກ່ອນການເຈລະຈາຂອງວັນຈັນມື້ອື່ນນີ້, ລັດຖະມົນຕີການຕ່າງປະ ເທດ ຊີເຣຍ ທ່ານ Walid Muallem ໄດ້ເຕືອນບັນດານັກເຈລະ ຈາທັງຫຼາຍວ່າ ການເຈລະຈາໃດໆ ກ່ຽວກັບ ຊະຕາກຳຂອງປະທາ ນາທິບໍດີຂອງ ຊີເຣຍ ແມ່ນບໍ່ໃຫ້ລວມຢູ່ໃນໂຕ໊ະເຈລະຈາ. ທ່ານ Muallem ກ່າວວ່າ “ພວກເຮົາຈະ ບໍ່ເຈລະຈາກັບຜູ້ໃດທີ່ຢາກ ປຶກສາຫາລື ກ່ຽວກັບ ຕຳແໜ່ງປະທານາທິບໍດີ. ທ່ານ Bashar al-Assad ແມ່ນເສັ້ນຫ້າມສີແດງ."
ທ່ານ Muhammad Aloush ຫົວໜ້ານັກເຈລະຈາສຳລັບກຸ່ມຝ່າຍ ຄ້ານຫຼັກຂອງ ຊີເຣຍ ກ່າວວ່າ ປະທານາທິບໍດີຕ້ອງໄດ້ອອກຈາກ ຕຳແໜ່ງ. ທ່ານໄດ້ກ່າວຕໍ່ອົງການຂ່າວຂອງ ຝຣັ່ງ ວ່າ “ພວກເຮົາ ເຊື່ອວ່າໄລຍະຂ້າມຜ່ານຄວນເລີ່ມຕົ້ນດ້ວຍການລົງຈາກອຳນາດ ຫຼື ການເສຍຊີວິດຂອງທ່ານ Bashar al-Assad.”
ທ່ານ Kerry ໄດ້ຮຽກຮ້ອງໃຫ້ທັງສອງຝ່າຍໃນ ຊີເຣຍ ດຳເນີນການ ເຈລະຈາສັນຕິພາບ ເຖິງແມ່ນວ່າພວກເຂົາເຈົ້າຈະມີຄວາມຂັດແຍ້ງກັນກ່ຽວກັບຕຳແໜ່ງປະ ທານາທິບໍດີ ແລະ ສິ່ງທີ່ທ່ານເອີ້ນວ່າ “ການລະເມີດສັນຍາສະຫງົບເສິກທີ່ຖືກຮັບຮູ້” ໂດຍລັດ ຖະບານ ຊີເຣຍ ກໍຕາມ.