ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ເກີດການສູ້ລົບຢ່າງໜັກ ລະຫວ່າງທະຫານ ທີ່ໂຕນທັບ ແລະທະຫານຊີເຣຍ


ພວກປະທ້ວງຕໍ່ຕ້ານລັດຖະບານໃນຊີເຣຍ (26 ພະຈິກ 2011)
ພວກປະທ້ວງຕໍ່ຕ້ານລັດຖະບານໃນຊີເຣຍ (26 ພະຈິກ 2011)

ພວກນັກເຄື່ອນໄຫວກ່າວວ່າ ພວກທະຫານທີ່ໂຕນໜີຈາກກອງທັບຊີເຣຍໄດ້ທຳການໂຈມຕີ ອີກຄັ້ງນຶ່ງຕໍ່ທະຫານລັດຖະບານ ຊຶ່ງຍັງຜົນໃຫ້ມີການເສຍຊີວິດຈຳນວນນຶ່ງເກີດຂຶ້ນ.

ອົງການສັງເກດການສິດທິມະນຸດຊີເຣຍ ໄດ້ເປີດເຜີຍໃຫ້ຊາບກ່ຽວກັບລາຍລະອຽດຂອງການ
ສູ້ລົບກັນໃນວັນເສົາມື້ນີ້ໂດຍເວົ້າວ່າທະຫານທີ່ໂຕນທັບໄດ້ສັງຫານທະຫານລັດຖະບານແລະ ກຳລັງຮັກສາຄວາມສະຫງົບ 10 ຄົນໃນການສູ້ລົບກັນຢູ່ໃນພາກຕາເວັນອອກຂອງປະເທດ.
ນອກນັ້ນແລ້ວອົງການສັງເກດການສິດທິມະນຸດຊີເຣຍຍັງເວົ້າວ່າ ມີພວກທະຫານໂຕນທັບ
ຫຼາຍຄົນໄດ້ຮັບບາດເຈັບ.

ຂ່າວກ່ຽວກັບການປະທະກັນທີ່ວ່ານີ້ ມີຂຶ້ນໃນຂະນະທີ່ສະມາຊິກຂອງສັນນິບາດອາຣັບພວມ
ກະກຽມການປະຊຸມ ຊຶ່ງເປັນໄປໄດ້ທີ່ອາດຈະຕຳໜິຕິຕຽນ ແລະລົງໂທດດາມັສກັສເພີ່ມຕື່ມ ກ່ຽວກັບການປາບປາມຂະບວນການປະທ້ວງຕໍ່ຕ້ານລັດຖະບານດ້ວຍຄວາມຮຸນແຮງນັ້ນ.

ພວກເຈົ້າໜ້າທີ່ຂອງສັນນິບາດອາຣັບ ມີກຳນົດທີ່ຈະປຶກສາຫາລືກັນກ່ຽວກັບການເອົາມາດ
ຕະການລົງໂທດເພີ່ມຕື່ມຕໍ່ລັດຖະບານທີ່ລະເມີດຝ່າຝືນຂອງປະທານາທິບໍດີຊີເຣຍທ່ານ Ba-
shar al-Assad ໃນວັນເສົາມື້ນີ້.

ລັດຖະບານຊີເຣຍ ບໍ່ສາມາດປະຕິບັດຕາມເສັ້ນຕາຍຂອງສັນນິບາດອາຣັບກ່ຽວກັບການຮັບ
ເອົາພວກນັກສັງເກດການນາໆຊາດເຂົ້າໄປໃນຊີເຣຍແລະຢຸດເຊົາການປາບປາມພວກຕໍ່ຕ້ານ
ລັດຖະບານ. ເລຂາທິການຂອງສັນນິບາດອາຣັບ ທ່ານ Nabil el-Araby ກ່າວວ່າ ທ່ານໄດ້
ຮັບຈົດໝາຍສະບັບນຶ່ງຈາກຊີເຣຍພ້ອມກັບຄຳຖາມກ່ຽວກັບຂໍ້ສະເໜີຂອງຄະນະສັງເກດການ ແຕ່ບໍ່ມີຫຍັງຫຼາຍໄປກວ່ານັ້ນ.

ອົງການສັງເກດການສິດທິມະນຸດຊີເຣຍ ກ່າວຕໍ່ວີໂອເອ ໃນວັນສຸກວານນີ້ວ່າ ກຳລັງຮັກສາ
ຄວາມສະຫງົບໄດ້ສັງຫານຢ່າງນ້ອຍ 8 ຄົນໃນທົ່ວປະເທດ. ຂະນະດຽວກັນກອງທັບຊີເຣຍ
ໄດ້ກ່າວຫາວ່າ ພວກກໍ່ການຮ້າຍໄດ້ສັງຫານນັກບິນຂອງຕົນ 6 ຄົນແລະທະຫານອື່ນໆອີກ
3 ຄົນ. ອົງການຂ່າວ SANA ຂອງທາງການຊີເຣຍລາຍງານວ່າ ເຫດຮ້າຍທີ່ວ່ານີ້ເກີດຂຶ້ນ
ໃນເຂດແຂວງ Homs ໃນມື້ວັນພະຫັດຜ່ານມາ.

ສັນນິບາດອາຣັບໄດ້ໂຈະການເປັນສະມາຊິກຂອງຊີເຣຍ ເມື່ອສອງອາທິດກ່ອນຍ້ອນລັດຖະ ບານຊີເຣຍໄດ້ປາບປາມພວກປະທ້ວງຕໍ່ຕ້ານລັດຖະບານຢ່າງຮຸນແຮງ ແລະປະທານາທິບໍດີ
Assad ບໍ່ສາມາດຈັດຕັ້ງປະຕິບັດ ແຜນການຂອງສັນນິບາດອາຣັບທີ່ແນໃສ່ເພື່ອຍຸຕິຄວາມ ວຸ້ນວາຍໃນປະເທດດັ່ງກ່າວ.

XS
SM
MD
LG