ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມອິສລາມ ໃນຊີເຣຍ ສາບານ ເປັນພັນທະມິດ ກັບກຸ່ມ AQI


ນັກລົບກຸ່ມຕໍ່ຕ້ານ al-Nusra ຂອງຊີເຣຍ ກໍາລັງໃຊ້ອາວຸດ M-60
ຕໍ່ຕ້ານລົດຖັງ
ນັກລົບກຸ່ມຕໍ່ຕ້ານ al-Nusra ຂອງຊີເຣຍ ກໍາລັງໃຊ້ອາວຸດ M-60 ຕໍ່ຕ້ານລົດຖັງ
ໃນ​ຂະນະ​ດຽວ​ກັນ ຫົວໜ້າ​ກຸ່ມ​ຕໍ່ຕ້ານ​ອີສລາມ​ໃຫຍ່​ສຸດຂອງ​ຊີ​ເຣຍ ​ໄດ້​ສາບານ​ຕົວ​ຈົງ ຮັກ​ພັກດີ​ຕໍ່​ກຸ່ມກໍ່​ການ​ຮ້າຍ​ອາລຄາ​ອີ​ດາ ທີ່​ເຮັດ​ໃຫ້ຄວາມ​ແຕກ​ແຍກ​ກັບ​ກຸ່ມ​ຕໍ່ຕ້ານທີ່​ນິຍົມແນວທາງ​ປານ​ກາງ ຂະຫຍາຍ​ວົງ​ກວ້າງ​ອອກ ກ່ຽວ​ກັບ​ວິທີ​ການ​ປົກຄອງ​ປະ​ເທດ ​ຖ້າ​ຫາກ​ພວກເຂົາ​ເຈົ້າ​ສາມາດ​ໂຄ່ນ​ລົ້ມ​ປະທານາທິບໍດີ Bashar al-Assad ​ໄດ້.

ທ້າວ Abu Mohammad al-Golani ຫົວໜ້າກຸ່ມ​ຕໍ່ຕ້ານ Jabhat al-Nusra ​ໄດ້​ໃຫ້​ຄໍ​າໝັ້ນ​ສັນຍາທີ່​ຈະຈົ່ງ​ຮັກ​ພັກດີຕໍ່​ຜູ້​ນໍາກຸ່ມອາລຄາ​ອີ​ດາ ທ້າວ Ayman al-Zawahiri ຢູ່​ໃນ​ຂໍ້ຄວາມ​ທີ່​ບັນທຶກ​ສຽງ​ໄວ້ ທີ່​ລົງ​ໃນ​ເວັບ​ໄຊ້ ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ໃ​ນວັນ​ພຸດ​ວານ​ນີ້.

ທ້າວ Golani ຍັງ​ໄດ້​ຮັບ​ຮູ້​ວ່າ ກຸ່ມ​ຂອງ​ຕົນໄດ້​ຮັບ​ການ​ສະໜັບສະໜຸນ​ດ້ານ​ພະລາ​ທິ ການ ​ແລະ​ການ​ເຝິກແອບ ຈາກ​ສະມາຊິກ​ຂອງ​ກຸ່ມ​ອາລຄາ​ອີ​ດາ ທີ່​ມີ​ຖານ​ປະຕິບັດ​ການ​ຢູ່​ອີຣັກ ຫຼື AQI. ທ້າວ Golani ​ໄດ້​ສະ​ແດງ​ຄວາມ​ພູມ​ໃຈ ​ໃນ​ຜົນ​ສໍາ​ເລັດ​ຂອງກຸ່ມ AQI ​ແຕ່​ກໍ​ເວົ້າ​ວ່າກຸ່ມ​ດັ່ງກ່າວ​ບໍ່​ໄດ້​ປຶກ​ສາ​ກັບ​ທ່ານ​ກ່ອນ​ປະກາດ​ອອກ​ໄປ​ວ່າ​ ກຸ່ມ​ທັງ​ສອງ​ໄດ້​ລວມຕົວ​ເຂົ້າກັນ​ແລ້ວ ​ພາຍ​ໃຕ້​ຊື່​ໃໝ່​ວ່າ “ລັດ​ອີສລາມ​ໃນ​ອີຣັກ ​ແລະ Levant”

ທ້າວ Abu Bakr al-Baghdadi ຫົວໜ້າກຸ່ມ AQI ​ໄດ້​ປະກາ​ດພັນທະ​ມິດ​ໃນ​ຂໍ້ຄວາມ​ທີ່​ບັນທຶກ​ໄວ້ອີກ​ຕ່າງຫາກ ທີ່​ລົງ​ໃນ​ອິນ​ເຕີ​ແນັດ ນຶ່ງ​ມື້ກ່ອນ​ນັ້ນ.

​ໃນ​ຕົ້ນ​ອາທິດ​ນັ້ນ ທ້າວ Zawahiri ​ໄດ້​ນຳ​ເຜີຍ​ແຜ່ຂ່າວທາງ​ອິນ​ເຕີ​ແນັດ​ຂອງ​ຜູ້ກ່ຽວ​ເອງ ​ໂດຍ​ຮຽກຮ້ອງ​ໃຫ້​ກຸ່ມ​ຫົວ​ຮຸນ​ແຮງ​ອີສລາມ​ທັງຫຼາຍ​ໃນ​ຂົງ​ເຂດ​ຈົ່ງ​ໂຮມ​ກໍາລັງ​ກັນ​ເພື່ອ​ສ້າງ​ຕັ້ງ​ລັດ​ອີສລາມຂຶ້ນ​ຢູ່​ໃນ​ຊີ​ເຣຍ.
XS
SM
MD
LG