ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດຢູໂຣບ ປຶກສາ​ກັນ​​ ເພື່ອຫາວິທີ ໂຕ້ຕອບ​ ຕໍ່ການໂຈມຕີ ດ້ວຍອາວຸດ ເຄມີ ໃນຊີເຣຍ


ທ່ານ Boris Johnson, ລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ (ກາງ) ຈັບມືກັບ ທ່ານ Anders Samuelsen, ລັດຖະມົນຕີ
ກະຊວງການຕ່າງ ປະເທດຂອງແດນມາກ (ຊ້າຍ)ໃນກອງ
ປະຊຸມຂອງລັດຖະມົນຕີກະຊວງການຕ່າງປະເທດຂອງບັນ
ດາປະເທດໃນສະຫະພາບທະວີບຢູໂຣບ ຫລື ອີຢູ ຢູ່ໃນອາຄານ
ຂອງສະພາອີຢູ ໃນນະຄອນລຸກຊໍາບວກ ໃນວັນທີ 16 ເມສາ, 2018. (AP Photo/Virginia Mayo)
ທ່ານ Boris Johnson, ລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ (ກາງ) ຈັບມືກັບ ທ່ານ Anders Samuelsen, ລັດຖະມົນຕີ ກະຊວງການຕ່າງ ປະເທດຂອງແດນມາກ (ຊ້າຍ)ໃນກອງ ປະຊຸມຂອງລັດຖະມົນຕີກະຊວງການຕ່າງປະເທດຂອງບັນ ດາປະເທດໃນສະຫະພາບທະວີບຢູໂຣບ ຫລື ອີຢູ ຢູ່ໃນອາຄານ ຂອງສະພາອີຢູ ໃນນະຄອນລຸກຊໍາບວກ ໃນວັນທີ 16 ເມສາ, 2018. (AP Photo/Virginia Mayo)

ບັນດາລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຂອງ​ຢູ​ໂຣບ ​ແລະ​ ສະພາ​ຂອງຝຣັ່ງ ​ໄດ້
ປະຊຸມກັນໃນວັນຈັນວານນີ້ ເພື່ອປຶກສາຫາລືກັນ ກ່ຽວກັບການຕອບໂຕ້ຂອງພວກເຂົາ
ເຈົ້າຕໍ່ການໂຈມຕີຊີເຣຍຮ່ວມຂອງສະຫະລັດ, ຝຣັ່ງ ແລະອັງກິດ. ການປະຕິບັດການ
ທາງທະຫານດັ່ງກ່າວ ໄດ້ພາໃຫ້ເກີດການແຕກແຍກກັນຢ່າງແຮງ ເຖິງແມ່ນວ່າ ປະທາ-
ນາທິບໍດີຝຣັ່ງ, ທ່ານ ເອມມານູແອລ ມາກຣົງ (Emmanuel Macron) ຈະໄດ້ຢືນຢັດ
ໃນຄໍ່າຄືນວັນອາທິດຜ່ານມາວ່າ ພວກເຂົາເຈົ້າ ໄດ້ດໍາເນີນໄປຢ່າງຖືກຕ້ອງຊອບທໍາ
ຂອງສາກົນກໍຕາມ. ລີຊາ ໄບຣເອິນທ໌ (Lisa Bryant) ນັກຂ່າວວີໂອເອ ມີລາຍງານ
ກ່ຽວກັບເລື່ອງນີ້ ຊຶ່ງ ໄຊຈະເລີນສຸນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ຄາດກັນ​ວ່າ ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ໄປ​ເທດ​ໃນສະຫະພາບ​
ທະວີບຢູໂຣບ ຫລື ອີຢູ (EU) ທີ່ນະຄອນລຸກຊໍາບວກ ແລະສະພາຂອງຝຣັ່ງຢູ່ນະຄອນ
ຫຼວງປາຣີ ຈະພາກັນຕັ້ງຄໍາຖາມຂຶ້ນມາ ແຕ່ກໍຈະບໍ່ແມ່ນເປັນການທົດສອບຢ່າງຈິງຈັງ
ຕໍ່ການຕັດສິນໃຈຂອງຜູ້ນໍາຝຣັ່ງ ແລະອັງກິດທີ່ເຂົ້າໄປຮ່ວມກັບວໍຊິງຕັນ ທໍາການໂຈມຕີ
ສະຖານທີ່ ທີ່ໜ້າສົງໄສວ່າ ເປັນບ່ອນເກັບມ້ຽນອາວຸດເຄມີ ຢູ່ໃນຊີເຣຍ. ຜູ້ນໍາຂອງ
ບັນດາປະເທດໃນອີຢູບາງທ່ານ ເຊັ່ນທ່ານນາງ ອັງໂກລາ ເມີເຄິລ (Angela Markel)
ຂອງເຢຍຣະມັນ ໄດ້ເອີ້ນການປະຕິບັດການທາງທະຫານດັ່ງກ່າວວ່າ ແມ່ນມີຄວາມ
ຈໍາເປັນ ແລະການໂຕ້ຖຽງເພື່ອປຶກສາຫາລືກັນທີ່ໃຫຍ່ກວ່ານັ້ນ ອາດຈະແມ່ນກ່ຽວກັບ
ການຫາວິທີວ່າ ຈະທໍາການຕອບໂຕ້ ຕໍ່ ຣັດເຊຍ ທີ່ເປັນພັນທະມິດຂອງຊີເຣຍນັ້ນ
ແບບໃດ.

ຢູ່​ໃນປະເທດ​ຝຣັ່ງ ພວກ​ນັກ​ການ​ເມືອງ​ທີ່​ເປັນ​ຜູ້​ນໍາ​ພັກ​ຝ່າຍ​ຄ້ານ ​ໄດ້​ຕໍານິ ການ​ທີ່​ຝຣັ່ງ
ເຂົ້າໄປຫຍຸ້ງກ່ຽວໃນເລື່ອງນີ້ຢ່າງໜັກ. ແຕ່ວ່າ ຢູ່ໃນກອງປະຊຸມ ຂອງສະພາກ່ຽວກັບ
ຊີເຣຍ ທີ່ຈັດຂຶ້ນໃນວັນຈັນວານນີ້ ແມ່ນໄດ້ຈໍາກັດການໂອ້ລົມກັນ ໃຫ້ຢູ່ໃນແຕ່ເລື່ອງ
ປຶກສາຫາລືກັນ ເພື່ອຫາວິທີທໍາການຕອບໂຕ້ຕໍ່ຣັດເຊຍ ເທົ່ານັ້ນ- ແລະພັກ La
Republique En Marche ຂອງປະທານາທິບໍດີ ມາກຣົງ ແມ່ນເປັນພັກທີ່ມີສຽງສ່ວນ
ຫລາຍ ຢູ່ໃນສະພາ.ໃນລະຫວ່າງການໃຫ້ສຳພາດທາງໂທລະພາບ ໃນຄໍ່າຄືນຂອງວັນ
ອາທິດນັ້ນ ທ່ານມາກຣົງເວົ້າວ່າ ການປະຕິບັດງານຮ່ວມກັນຂອງແນວໂຮມ ເປັນການ
ກະທໍາທີ່ມີຄວາມຖືກຕ້ອງຊອບທໍາຂອງສາກົນເພື່ອເຂົ້າຢັບຢັ້ງ ການໂຈມຕີຂອງຊີເຣຍ
ຍ້ອນເຫດຜົນທາງມະນຸດສະທໍາ. ທ່ານເອີ້ນການກະທໍາດັ່ງກ່າວວ່າ ເປັນການຕອບໂຕ້
ຄືນ ບໍ່ແມ່ນເປັນການກະທໍາແບບສົງຄາມ ແລະເວົ້າວ່າ ຝຣັ່ງ ມີຫລັກຖານພິສູດວ່າ
ລັດຖະບານຊີເຣຍ ໄດ້ໃຊ້ອາວຸດເຄມີ ໃນໄລຍະທີ່ມີການໂຈມຕີເມື່ອມໍ່ໆ ມານີ້ ຢູ່ເມືອງ
ດູມມາ ທີ່ຍຶດຄອງໂດຍພວກກະບົດນັ້ນ. ທ່ານກ່າວອີກວ່າ ຝຣັ່ງບໍ່ໄດ້ປະກາດ ທີ່ຈະທໍາ
ສົງຄາມກັບລັດຖະບານຂອງທ່ານ ບາຊາ ອາລອາຊາດ (Basha al-Assad) ແຕ່
ຢ່າງໃດ.

ທ່າ​ນມາກຣົງ​ເວົ້າວ່າ ທ່ານ​ໄດ້​ຂໍ​ໃຫ້​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ຮັກ
ສາກໍາລັງທະຫານໄວ້ຕໍ່ໄປຢູ່ໃນຊີເຣຍ ຊຶ່ງເປັນເລື່ອງທີ່ມີການຂັດແຍ້ງກັນຢູ່ໃນທໍານຽບ
ຂາວ ໃນເວລາຕໍ່ມາ ແລະໃຫ້ທໍາການໂຈມຕີຢູ່ໃນລະດັບຈໍາກັດເທົ່ານັ້ນ.

​ເຖິງ​ແມ່ນ​ວ່າວໍຊິງຕັນ ​ແລະປະ​ເທດພັນທະ​ມິດ​ຂອງຕົນ​ຢູ່​ໃນຢູ​ໂຣບຈະ​ເຫັນ​ພ້ອມ​ນໍາ​ກັນ
ວ່າຕ້ອງໄດ້ມີການໂຈມຕີສະຖານທີ່ເກັບມ້ຽນອາວຸດເຄມີນັ້ນກໍຕາມ ແຕ່ພວກປະເທດ
ເຫລົ່ານີ້ພັດບໍ່ເຫັນດີນໍາກັນກ່ຽວກັບວິທີການທໍາການໂຈມຕີ.

​ທ່ານ ມາກຣົງ ເອີ້ນຣັດ​ເຊຍ​ວ່າ “​ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ” ຢູ່​ໃນ​ການ​ໂຈ​ມຕີດ້ວຍ​ອາວຸດ​
ເຄມີ ທີ່ຖືກກ່າວຫານັ້ນ ໂດຍການໃຊ້ວິທີທາງການທູດເຮັດໃຫ້ປະຊາຄົມສາກົນບໍ່ມີ
ຄວາມສາມາດຕອບໂຕ້ພວກເຂົາຄືນ. ແຕ່ວ່າທ່ານກໍໄດ້ເວົ້າວ່າ ການເຮັດວຽກຮ່ວມ
ກັບຣັດເຊຍ, ເທີກີ, ແລະອີຣ່ານ ໃນການຊອກຫາວິທີແກ້ໄຂວິກິດການໃນຊີເຣຍ ແມ່ນ
ສໍາຄັນຫລາຍ. ທ່ານ ມາກຣົງ ແລະທ່ານທຣໍາ ໄດ້ມີກໍານົດທີ່ຈະຈັດການພົບປະກັນ
ຢູ່ນະຄອນຫລວງວໍຊິງຕັນໃນອາທິດໜ້າ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

XS
SM
MD
LG