ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ສັນນິບາດຊາດອາຣັບ ເລື່ອນກອງປະຊຸມ ກ່ຽວກັບ ຊີເຣຍ (ວີດິໂອ)


ທ່ານ Kofi Annan, ທູດສັນຕິພາບພິເສດ ທີ່ຖືກແຕ່ງຕັ້ງຂຶ້ນໂດຍອົງການສະຫະປະຊາຊາດ ແລະສັນນິບາດຊາດອາຣັບ ທີ່ໄດ້ລາອອກໃນຕົ້ນເດືອນນີ້ (AP Photo/Hussein Malla)
ທ່ານ Kofi Annan, ທູດສັນຕິພາບພິເສດ ທີ່ຖືກແຕ່ງຕັ້ງຂຶ້ນໂດຍອົງການສະຫະປະຊາຊາດ ແລະສັນນິບາດຊາດອາຣັບ ທີ່ໄດ້ລາອອກໃນຕົ້ນເດືອນນີ້ (AP Photo/Hussein Malla)

ສັນນິບາດຊາດອາຣັບ ໄດ້ເລື່ອນກອງປະຊຸມຂອງບັນດາລັດຖະມົນຕີການຕ່າງ ປະເທດ
ຂອງຕົນ ທີ່ໄດ້ກໍາໜົດວ່າ ຈະຈັດຂຶ້ນໃນວັນອາທິດມື້ນີ້ ຢູ່ນະຄອນ Jeddah ຂອງ Saudi
Arabia ເພື່ອປຶກສາຫາລືກ່ຽວກັບສະຖານະການຂອງ ຊິເຣຍ ແລະການປ່ຽນຜູ້​ໄປເປັນທູດ
ສັນຕິພາບ ແທນທ່ານ Kofi Annan ທີ່ໄດ້ ລາອອກໃນຕົ້ນເດືອນນີ້.

ເຈົ້າໜ້າທີ່ຂອງສັນນິບາດຊາດອາຣັບທ່ານນຶ່ງ ທີ່ອອກ​ມາປະກາດຂ່າວການເລື່ອນກອງປະ ຊຸມດັ່ງກ່າວໃນວັນອາທິດມື້ນີ້ ບໍ່ໄດ້ໃຫ້ເຫດຜົນໃດໆ ແລະກໍບໍ່ໄດ້ເວົ້າອີກວ່າ ຈະມີການ ກໍານົດໃຫ້ຈັດກອງປະຊຸມຂຶ້ນ​ໃໝ່ ເມື່ອໃດແທ້.

ການປະກາດເລື່ອນກອງປະຊຸມດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ລັດຖະມົນຕີການຕ່າງປະ
ເທດສະຫະລັດ ທ່ານນາງ Hillary Clinton ກໍາລັງ​ຢ້ຽມຢາມນະຄອນ ອິສຕັນ​ບູລ ເພື່ອ ສົນທະນາກັບພວກຜູ້ນໍາເທີກີ ກ່ຽວກັບບັນຫາຊີເຣຍ.

ພວກເຈົ້າໜ້າ​ທີ່​ເວົ້າວ່າ ທ່ານ​ນາງ Clinton ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Abdullah Gul,
ນາຍົກລັດຖະມົນຕີ Recep Tayyip Erdogan ​ແລະ​ເຈົ້າ ໜ້າທີ່​ຄົນ​ອື່ນໆ ​ຂອງ​ເທີ​ກີ ເພື່ອ
​ປຶກສາຫາລື​ກ່ຽວ​ກັບ​ວ່າ ​ຈະ​ຮັບ​ມື​ແບບ​ໃດ​ກັບປະ​ເທດຊີ​ເຣຍ ຊຶ່ງ​ເປັນ​ເພື່ອນ​ບ້ານ​ຂອງ​ເທີ​ກີ​ນັ້ນ.
​ເທີ​ກີໃຫ້​ບ່ອນ​ພັກ​ພາ​ອາ​ໄສ​ແກ່​ ຊາວ​ຊີ​ເຣຍຈຳນວນ​ຫຼາຍໆ​ໝື່ນ​ຄົນ ທີ່ໄດ້​ຫຼົບໜີຄວາມ​ຮຸນ
ແຮງ​ຢູ່ໃນ​ບ້ານ​ເກີດ ​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ​ໄປນັ້ນ.

ເບິ່ງວີດິໂອກ່ຽວການປະກອບອາວຸດຂອງຝ່າຍກະບົດໃນຊີເຣຍ

XS
SM
MD
LG