ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍກຽມຮັບມື ກັບການປະທ້ວງ ຮອບໃໝ່


ພວກສະໜັບສະໜຸນລັດຖະບານຊີເຣຍ ໂຮມຊຸມນຸມ ທີ່ນະຄອນຫຼວງ Damascus (29 ມີນາ 2011)
ພວກສະໜັບສະໜຸນລັດຖະບານຊີເຣຍ ໂຮມຊຸມນຸມ ທີ່ນະຄອນຫຼວງ Damascus (29 ມີນາ 2011)

ຊີເຣຍພວມກຽມຮັບມືກັບການປະທ້ວງເພີ່ມຕື່ມໃນທົ່ວປະ
ເທດນຶ່ງມື້ຫຼັງຈາກລັດຖະບານໄດ້ປະກາດກ່ຽວກັບມາດຕະ
ການປະຕິຮູບຕ່າງໆທີ່ແນໃສ່ເພື່ອສະໜອງຕອບ ຕໍ່ຄວາມ
ຮຽກຮ້ອງຕ້ອງການຂອງພວກປະທ້ວງນັ້ນ.

ມີການວາງແຜນທີ່ຈະຈັດການໂຮມຊຸມນຸມປະທ້ວງຕໍ່ຕ້ານ
ລັດຖະບານຂຶ້ນຫຼັງຈາກພິທີສວດມົນພາວະນາຂອງສາສະ
ໜາອິສລາມໃນວັນສຸກມື້ນີ້. ການໂຮມຊຸມນຸມປະທ້ວງຂອງ
ພວກຝ່າຍຄ້ານ ແມ່ນເປັນໄພຂົ່ມຂູ່ຮ້າຍແຮງສຸດຕໍ່ການປົກ
ຄອງເປັນເວລາ 11 ປີຂອງປະທານາທິບໍດີ Bashar al-
Assad ແລະຕໍ່ອຳນາດທີ່ຄອບຄົວຂອງທ່ານມີມາເປັນເວ
ລາດົນນານ.

ມາດຕະການຕ່າງໆເພື່ອທຳການປະຮູບລັດຖະບານທີ່ໄດ້
ປະກາດໂດຍທ່ານ Assad ໃນວັນພະຫັດວານນີ້ແມ່ນ
ຮວມທັງການສ້າງຕັ້ງຄະນະກຳມະການນຶ່ງຂຶ້ນເພື່ອສຶກສາເບິ່ງຄວາມເປັນໄປໄດ້ໃນການ ຍົກເລີກກົດໝາຍພາວະສຸກຂອງປະ ເທດ. ອົງການຂ່າວ SANA ຂອງທາງການຊີເຣຍ
ກ່າວວ່າ ຄະນະກຳມະການດັ່ງກ່າວຈະເສັດສິ້ນການສຶກສາພາຍໃນວັນທີ 25 ເມສານີ້.

ການຍົກເລີກກົດໝາຍພາວະສຸກເສີນ ແມ່ນຂໍ້ຮຽກຮ້ອງທີ່ສຳຄັນຂອງພວກປະ ທ້ວງຕໍ່ຕ້ານ
ລັດຖະບານໃນໄລຍະສອງສາມອາທິດຜ່ານມານີ້.

ນອກນັ້ນອົງການຂ່າວ SANA ຍັງແຈ້ງໃຫ້ຊາບວ່າທ່ານ Assad ໄດ້ຮຽກຮ້ອງໃຫ້ສ້າງຕັ້ງ
ຄະນະກຳມະການອີກຈຸນຶ່ງຂຶ້ນເພື່ອສຶກສາເບິ່ງການເສຍຊີວິດຂອງພົນລະເຮືອນແລະທະຫານ
ທີ່ເມືອງ Daraa ແລະ Latakia ຊຶ່ງເປັນຈຸດສູນກາງໃນການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດ
ຖະບານ ໃນໄລຍະສອງອາທິດ ຜ່ານມານີ້. ກຸ່ມປົກປ້ອງສິດທິມະນຸດ Human Rignts
Watch ກະປະມານວ່າມີຢ່າງນ້ອຍ 61 ຄົນເສຍຊີວິດໃນການປະທະກັນນັບແຕ່ຄວາມບໍ່ສະ
ຫງົບໄດ້ເລີ້ມຂຶ້ນ.

XS
SM
MD
LG