ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກໍາລັງຂອງຊີເຣຍ ຍັງສືບຕໍ່ ປາບປາມ ການປະທ້ວງຢູ່ຕໍ່ໄປ


ການປະທ້ວງຕໍ່ຕ້ານລັດຖະບານທີ່ເມືອງ Banias, ຊີເຣຍ
ວັນທີ 6 ພຶດສະພາ 2011
ການປະທ້ວງຕໍ່ຕ້ານລັດຖະບານທີ່ເມືອງ Banias, ຊີເຣຍ ວັນທີ 6 ພຶດສະພາ 2011

ພວກ​ນັກ​ເຄື່ອ​ນໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ກໍາ​ລັງ​ຂອງ​ຊີ​ເຣຍພວມ​ສືບ​ຕໍ່ທໍາ​ການ​ປາບ​ປາມ​ພວກ​ປະ​ທ້ວງ​ໃນ​ວັນ​ຈັນ​ມື້​ນີ້​ ໃນ​ເມືອງ Homs ​ທາງ​ພາກ​ກາງຂອງ​ປະ​ເທດ​ ບ່ອນ​ທີ່​ໄດ້​ຍິນ​ສຽງ​ປືນ​ດັງ​ກ້ອງ​ໃນ​ຄືນ​ຜ່ານ​ມາ​ນີ້ ແລະ​ພວກ​ທະຫານ​ໄດ້​ເຂົ້າ​ກວດ​ຄົ້ນໄປ​ຕາມບ້ານ​ເຮືອນ​ແຕ່ລະ​ຫລັງ​ ​ໃນ​ຄຸ້ມ​ຕ່າງໆ​ໃນ​ຕົວ​ເມືອງ.

ພວກ​ລົດ​ຖັງ​ກໍ​ຍັງ​ແລ່ນ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ເມືອງ Homs ບ່ອນ​ທີ່ມີ​ລາຍ​ງານ​ວ່າ ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້ສັງຫານ​ປະຊາຊົນ 14 ຄົນ ​ຮວມທັງ​ເດັກນ້ອຍຜູ້​ຊາຍ​ຄົນ​ນຶ່ງ​ໃນ​ວັນ​ອາທິດ​ວານ​ນີ້.

ຂະນະ​ດຽວ​ກັນ ທະຫານ​ໄດ້​ຈັບ​ກຸມ​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 200 ຄົນ​ ໃນເມືອງ Banias ​ແຄມ​ທະ​ເລ ​ແລະ​ໄດ້​ເຄື່ອນ​ກໍາລັງ​ເຂົ້າ​ໄປໃນ​ຫລາຍຫົວ​ເມືອງ​ທາງ​ພາກ​ໃຕ້.

ການ​ຈັບ​ກຸມ​ຜູ້​ຄົນ​ໃນ​ເມືອງ Banias ​ທີ່ຮວມທັງ​ການ​ຈັບ​ກຸມ​ເດັກນ້ອຍ ອາຍຸ 10 ຂວບຄົນ​ນຶ່ງ​ ​ແມ່ນມີ​ຂຶ້ນ 1 ມື້​ຫລັງ​ຈາກ​ພວກ​ທະຫານ​ໄດ້​ສັງຫານ​ປະຊາຊົນ 6 ຄົນ​ໃນ​ເມືອງ​ທີ່​ຖືກ​ປິດ​ລ້ອມ​ແຫ່ງ​ນີ້. ພວກ​ທີ່​ເຫັນເຫດການ​ກ່າວ​ວ່າ ລົດ​ຖັງ​ຢ່າງ​ນ້ອຍ 25 ຄັນ ​ກໍາລັງ​ທໍາ​ການ​ລາດ​ຕະເວນ​ຢູ່​ໃນ​ເມືອງ ​ທີ່​ມີ​ພົນລະ​ເມືອງ​ປະມານ 5 ໝື່ນ​ຄົນນັ້ນ ​ເພື່ອ​ປາບ​ການ​ປະທ້ວງ​ຕໍ່ຕ້ານ​ລັດຖະບານ​.

XS
SM
MD
LG