ທ່ານໂກຟີ ອັນນັນ ທູດສັນຕິພາບພິເສດຂອງນາໆຊາດກ່າວວ່າຊີເຣຍ ໄດ້ຮັບເອົາແຜນການຂອງທ່ານເພື່ອຍຸດຕິຄວາມຮຸນແຮງໃນຊີເຣຍແລ້ວ.
ໂຄສົກຂອງທ່ານອັນນັນກ່າວໃນວັນອັງຄານມື້ນີ້ວ່າ ຄໍາຕອບຂອງຊີເຣຍ ມີຂຶ້ນໃນຈົດໝາຍສະບັບນຶ່ງທີ່ສົ່ງຫາທູດພິເສດຂອງສະຫະປະຊາຊາດ ແລະສັນນິບາດອາຣັບ.
ທ່ານອັນນັນໄດ້ພົບປະກັບບັນດາເຈົ້າໜ້າທີ່ຈີນໃນວັນອັງຄານມື້ນີ້ໃນກຸງປັກກິ່ງ ຮວມທັງ
ນາຍົກລັດຖະມົນຕີເຫວິ້ນເຈຍບາວ ຂະນະທີ່ຈີນໃຫ້ຄໍາໝັ້ນສັນຍາທີ່ຈະໃຫ້ການສະໜັບ
ສະໜຸນຄວາມພະຍາຍາມໃນການໄກ່ເກ່ຍບັນຫາຂອງທ່ານ.
ແຜນການຂອງທ່ານ ຮຽກຮ້ອງໃຫ້ພວກກໍາລັງຂອງລັດຖະບານແລະພວກກະບົດຕົກລົງ
ຢຸດຍິງແລະໃຫ້ທໍາການໂອ້ລົມສົນທະນາກັນ. ແຜນການດັ່ງກ່າວ ທີ່ໄດ້ຮັບການໜຸນຫຼັງ
ຈາກສະພາຄວາມໝັ້ນຄົງສະຫະປະຊາຊາດນັ້ນບໍ່ຮວມທັງຄໍາຮຽກຮ້ອງຂອງຝ່າຍຕາເວັນ
ຕົກແລະສັນນິບາດ ອາຣັບເພື່ອໃຫ້ທ່ານອັສສັສ ລາອອກຈາກຕໍາແໜ່ງອັນເປັນຄໍາຮຽກ
ຮ້ອງທີ່ຣັດເຊຍແລະຈີນຄັດຄ້ານນັ້ນ.
ທ່ານ Ben Rhodes ຮອງທີ່ປຶກສາ ດ້ານຄວາມປອດໄພແຫ່ງຊາດຂອງສະຫະລັດກ່າວ
ໃນວັນອັງຄານມື້ນີ້ວ່າ ມີໂຄງຮ່າງພື້ນຖານແລ້ວເພື່ອຈະນໍາໄປໂອ້ລົມສົນທະນາກັນກັບຣັດ
ເຊຍແລະຈີນ ວ່າອັນໃດທີ່ພວກສອງປະເທດນີ້ຈະສາມາດດຳເນີນການຫຍັງໄດ້ເພື່ອສະ
ໜັບສະ ໜຸນທ່ານອັນນັນນັ້ນ.
ທີ່ກຸງອິສຕັງບູລ ບັນດາກຸ່ມຝ່າຍຄ້ານຊີເຣຍກໍາລັງພົບປະກັນໃນຄວາມພະຍາຍາມເພື່ອຈັດ
ຕັ້ງແນວໂຮມຂຶ້ນ ກ່ອນກອງປະຊຸມຄັ້ງສໍາຄັນທີ່ຈະ ມີຂຶ້ນໃນວັນທີ 1 ເມສາຕໍ່ໜ້ານີ້.
ພວກປະເທດຝ່າຍຕາເວັນຕົກແລະອາຣັບທີ່ເອີ້ນຕົນເອງວ່າ ເພື່ອນມິດຂອງຊີເຣຍກໍານົດຈະ
ພົບປະກັນໃນວັນອາທິດໜ້ານີ້ ທີ່ກຸງອິສຕັງບູລ ເພື່ອທໍາການໂອ້ລົມສົນທະນາກັນເລື້ອງໃຫ້
ຄວາມສະໜັບສະໜຸນຕໍ່ການຕໍ່ສູ້ຂອງພວກຝ່າຍຄ້ານຊີເຣຍເພື່ອຍຸດຕິການປົກຄອງປະເທດ
ແບບຜະເດັດການທີ່ມີມາຫຼາຍທົດສະວັດແລ້ວນັ້ນ.
ທີ່ຊີເຣຍ ບັນດານັກເຄື່ອນໄຫວກ່າວວ່າ ການສູ້ລົບກັນໄດ້ສັງຫານປະຊາຊົນໄປຢ່າງໜ້ອຍ
8 ຄົນໃນທົ່ວປະເທດໃນວັນອັງຄານມື້ນີ້ ຮວມທັງໃນເຂດຊານເມືອງ Douma ຂອງກຸງ
ດາມັສກັສ ເຂດສູ້ລົບກັນໃນເມືອງ Homs ທາງພາກກາງແລະໃນແຂວງ Idlib ໃນພາກ
ເໜືອ ຂອງປະເທດ. ລາຍງານຂອງພວກນັກເຄື່ອນໄຫວເຫຼົ່ານີ້ບໍ່ສາມາດໄດ້ ຮັບການຢືນ
ຢັນຈາກແຫຼ່ງຂາວທີ່ເປັນອິດສະລະ ເພາະວ່າຊີເຣຍຈໍາກັດພວກນັກຂ່າວຕ່າງປະເທດ ເຂົ້າ
ໄປລາຍງານຂ່າວຢ່າງເຂັ້ມງວດ.
ມີລາຍງານຂ່າວແຈ້ງໃຫ້ຊາບເຊ່ນກັນວ່າ ມີການສູ້ລົບກັນເລາະຕາມຊາຍແດນຂອງຊີເຣຍ
ຕິດກັບເລບານນອນນັ້ນ.