ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີ​ເຣຍ ຍັງສືບຕໍ່ກໍ່ ຄວາ​ມຮຸນ​ແຮງ ບໍ່ຮອດນຶ່ງອາທິດ ກ່ອນວັນກໍານົດຢຸດຍິງ (ເບິ່ງວີດີໂອ)


ທ່ານພັນ ກີ ມູນ ເລຂາທິການໃຫຍ່ສະຫະປະຊາຊາດ
ທ່ານພັນ ກີ ມູນ ເລຂາທິການໃຫຍ່ສະຫະປະຊາຊາດ

ກຸ່ມ​ຝ່າຍຄ້ານ​ໃນ​ຊີ​ເຣຍລາຍ​ງານ​ວ່າ ​ໄດ້​ມີ​ກາ​ນກໍ່ຄວາ​ມຮຸນ​ແຮງຂຶ້ນໃໝ່ ຢູ່​ໃນ​ຫລາຍ​ເຂດ​ຂອງ
​ຊີ​ເຣຍ ​ໃນ​ວັນ​ສຸກ​ນີ້ ຊຶ່ງ​ເປັນ​ເວລາ​ບໍ່​ຮອດ​ນຶ່ງອາທິດດ້ວຍ​ຊໍ້າ ກ່ອນ​ການ​ຢຸດ​ຍິງ​ທີ່​ໄດ້​ຮັບ​ການ
​ໜຸນຫ​ລັງຈາກ​ສະຫະ​ປະຊາ​ຊາດ ຈະ​ມີ​ຜົນ​ປະຕິ ບັດ.

ກຸ່ມ​ສັງ​ເກດ​ການ​ສິດທິ​ມະນຸດ​ຂອງ​ຊີ​ເຣຍ ບອກ​ກັບ​ວີ​ໂອ​ເອວ່າ ທະຫານ​ຂອງ​ລັດຖະບານ​ໄດ້​
ຕໍ່ສູ້​ກັບ​ກໍາລັງ​ຂອງ​ຝ່າຍ​ກະບົດ ຢູ່​ໃນ​ຫລາຍ​ເຂດຂອງ​ຊານ​ເມືອງ​ຫລວງ​ດາ​ມັສກັສ ​ແລະ​ວ່າ
​ທະຫາ​ນຂອງ​ຝ່າຍ​ກອງທັບ​ຕາຍ 3 ຄົນ. ​ໄດ້​ເກີດ​ການ​ປະ​ທະ​ກັນ​ເຊ່ນ​ກັນຢູ່​ໃນ​ເຂດ​ເມືອງ​ໂຮມ​ສ໌
ທາງ​ພາກ​ກາງຂອງ​ປະ​ເທດ ຫລັງ​ຈາກ​ທີ່​ກຸ່ມ​ປະກອບ​ອາວຸດ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່ຝ່າຍ​ລັດຖະບານ
​ເປີດ​ສາກ​ຍິງປືນ​ໃສ່​ແມ່ຍິງ​ກຸ່ມ​ນຶ່ງ ​ເຮັດ​ໃຫ້ 2 ຄົນ​ເສຍຊີວິດ ​ແລະ 4 ຄົນ​ໄດ້​ຮັບ​ບາດ​ເຈັບ.

ໃນ​ວັນ​ພະຫັດ​ວານ​ນີ້ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່າ​ນ ພັນ​ ກີ ມູນ ກ່າວ​ເຕືອນ​ວ່າ ການຄັດ​ແຍ້​ງກັນ​ໃນ​ຊີ​ເຣຍນັ້ນ​ກໍາລັງ​ຮ້າຍ​ແຮງ​ຂຶ້ນ​ນັບ​ມື້ ​ແລະ​ການ​ໂຈມ​ຕີ​ຂອງ​ຝ່າຍ​ລັດຖະບານ ຕໍ່​ເຂດ​ຢູ່​ອາ​ໃສ​ຂອງ​ພົນລະ​ເຮື​ອນກໍ​ບໍ່​ມີ​ຮ່ອງ ຮອບ​ວ່າ ຈະ​ລົດ​ນ້ອຍ​ລົງ ​ເຖິງ​ແມ່ນ​ໄດ້​ມີ​ການ​ຮັບຮອງວ່າ ລັດຖະບານ​ໄດ້​ຖອນ ທະຫານ​ອອກ​ໄປ​ຈາກເມືອງ​ໃຫຍ່ໆ​ຫລາຍ​ເມືອງ​ແລ້ວ​ກໍ​ຕາມ.

ທ່ານ​ພັນ ກີ ມູນ ກ່າວ​ຕໍ່​ສະມັດຊາ​ໃຫຍ່​ວ່າ ຫົວ​ເມືອງ​ແລະ​ໝູ່​ບ້ານ​ຕ່າງໆ​ຂອງ ຊີ​ເຣຍ​ໄດ້​ຖືກ​ຫັນປ່ຽນ​ໄປ​ເປັນ​ເຂດ​ສົງຄາມ​ໝົດ​ແລ້ວ ​ແລະ​ທ່ານ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ Bashar al-Assad ສະ​ແດງ​ໃຫ້​ເຫັນ​ເຖິງ ການ​ນໍາພາ​ແລະວິ​ໄສ​ທັດ ​ແລະ​ໃຫ້​ປະຕິບັດ​ຕາມ​ຄໍາ​ໝັ້ນສັນຍາ ທີ່​ວ່າ ຈະ​ຍຸດຕິ​ຄວາມ​ຮຸນ​ແຮງ​ລົງ ພາຍ​ໃນ​ວັນທີ 10 ​ເມສາ​ນີ້​ນັ້ນ.

ໃນ​ວັນ​ພະຫັດ​ວານ​ນີ້ ກ່ອນ​ໜ້າ​ນັ້ນ ສະພາ​ຄວາມ​ໝັ້ນຄົງ ຊຶ່ງ​ໂຮມ​ທັງຣັດ​ເຊຍ ​ແລະ​ຈີນ ​ໄດ້​ຮັບ​ຜ່ານ​ຄໍາ​ຖະ​ແຫລ​ງສະບັບ​ນຶ່ງ​ຂອງ​ປະ​ທານ​ສະພາ ຮຽກຮ້ອງ​ໃຫ້ ຊີ​ເຣຍ​ເອົາ​ບາດກ້າວ​ຢ່າງ​ເປັນ​ຮູບ​ປະ​ທໍາ​ແລະ​ຮີບ​ດ່ວນ ​ເພື່ອ​ຍຸດຕິ​ຄວາມ​ຮຸນ​ແຮງ​ທຸກ​ຢ່າງ ພາຍ​ໃນ​ວັນ​ກໍາໜົດ​ເສ້ນ​ຕາຍ​ຂອງ​ການ​ຢຸດ​ຍິງ.

XS
SM
MD
LG