ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກໍາລັງຂອງຊີເຣຍ ທໍາການໂຈມຕີ ຕໍ່ພວກປະທ້ວງ ທີ່ເມືອງ Homs ອີກ (ເບິ່ງສະໄລດ໌)


ສະຖານະການທີ່ເມືອງ Homs, ຊີເຣຍ.
ວັນທີ 13 ກຸມພາ 2012.
ສະຖານະການທີ່ເມືອງ Homs, ຊີເຣຍ. ວັນທີ 13 ກຸມພາ 2012.


















ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຊີ​ເຣຍກ່າວ​ວ່າ ກໍາລັງ​ຮັກສາຄວາມ​ປອດ​ໄພ​ຂອງ
ລັດຖະບານ​ໄດ້ທໍາການໂຈມ​ຕີ​ຄືນ​ໃໝ່​ອີກຕໍ່​ຈຸດ​ສູນ ​ກາງປະ​ທ້ວງ​ໃນ​ເມືອງ Homs ນັ້ນ
ນຶ່ງ​ມື້​ຫລັງ​ຈາກ​ສັນນິບາດ​ອາຫຣັບຕົກລົງ​ກັນ​ຮຽກຮ້ອງ​ໃຫ້​ຈັດ​ຕັ້ງ​ກໍາລັງ​ຮັກສາຄວາມ​ສະ
ຫງົບ​ຂຶ້ນແລະເພີ່ມ​ ການ​ສະໜັບສະໜຸນ​ແກ່ຝ່າຍ​ທີ່ຕໍ່ຕ້ານ​ປະທານາທິບໍດີ Bashar
al-Assad.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ລະດົມ​ຍິງ​ປືນ​ໃຫຍ່​ໂຈມ​ຕີໃນ​ວັນຈັນ​ມື້​ນີ້ ​ແມ່ນ​ແນ​ເປົ້າ​
ໝາຍໃສ່​ຄຸ້ມ Baba Amr ​ຂອງ​ເມືອງ Homs ແລະ​ ​ວ່າ ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ເສຍ
ຊີວິດ​ໃນ​ເມືອງດັ່ງກ່າວໃນ​ພາກ​ກາງ ຂອງ​ປະ​ເທດ​ ນັບ​ແຕ່​ລັດຖະບານ​ໄດ້​ເລີ້ມລະດົມ​ຍິງ​
ແລະ​ຖິ້ມ​ລະ​ເບີດ​ໃສ່​ຂົງ​ເຂດ​ຕ່າງໆ​ທີ່ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ພວກ​ຝ່າຍ​ຄ້ານ ​ຕັ້ງ​
ແຕ່​ວັນ​ທີ 4 ກຸມພາ​ເດືອນ​ນີ້​ເປັນ​ຕົ້ນ​ມາ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ ທ່ານ William Hague ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ສັນ
ນິບາດ​ອາຫຣັບ​ແມ່ນບໍ່​ສາມາດ​ທີ່​ຈະ​ສົ່ງ​ສານ​ທີ່ແຈ້ງຂາວ​ໄປກວ່າ​ນີ້ ​ໄປ​ໃຫ້​ຊີ​ເຣຍ​ໄດ້ອີກ​ແລ້ວ
ເວລາ​ສັນນິບາດ​ດັ່ງກ່າວ​ຮັບ​ຜ່ານ​ຮ່າງ​ຍັດຕິ ​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ສະມາຊິກ​ຂອງ​ຕົນ
ໃຫ້ການ​ສະໜັບສະໜຸນ​ໂດຍ​ເຕັມ ​ແກ່​ພວກ​ຝ່າຍ​ຄ້ານ​ຊີ​ເຣຍນັ້ນ.

ທ່ານ Hague ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ວ່າ ທ່ານ Assadຈະ​ຕ້ອງບໍ່​ມີ​ຄວາມ​
ຂ້ອງໃຈ​ສົງໄສ​ໃດ​ໆ ກ່ຽວ​ກັບການ​ຕັດສິນ​ໃຈ​ອັນແນ່​ວ​ແນ່​ຂອງ​ປະຊາ​ຄົມນາໆ​ຊາດ​ ທີ່​ຈະ
ເຮັດ​ໃຫ້ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍສິ້ນ​ສຸດ​ລົງນັ້ນ.

ພວກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສັນ​ນິບາດ​ອາຫຣັບຍັງ​ໄດ້​ຕົກລົງເຊ່ນ​ກັນໃນ​ວັນ​ອາ
ທິດ​ວານ​ນີ້ ເຫັນ​ດີໃຫ້ກົດ​ດັນ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອອກ​ຮ່າງຍັດຕິ​
ອະນຸມັດ​ໃຫ້​ກໍາລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ຈັດ​ຕັ້ງ​ປະຕິ​ບັດຂໍ້​ຕົກລົງ​ຢຸດ​ຍິງ
ກັນ​ໃນ​ຊີ​ເຣຍນັ້ນ.

XS
SM
MD
LG