ການລະດົມຍິງປືນໃຫຍ່ ແລະ ປືນຄົກໃສ່ຢ່າງດຸເດືອດ ໄດ້ສັ່ນສະເທືອນເມືອງ Aleppo ທາງພາກຕາເວັນຕົກສຽງເໜືອຂອງຊີເຣຍນັ້ນ ເປັນມື້ທີສອງລຽນຕິດ ໃນວັນອາທິດມື້ນີ້ ລຸນຫລັງທີ່ກໍາລັງຂອງຝ່າຍກະບົດໄດ້ຕີຕອບໂຕ້ຄືນ ການຮຸກຮານຂອງກໍາລັງທະຫານ
ຝ່າຍລັດຖະບານທີ່ໄດ້ຮັບການສະໜັບສະໜູນດ້ວຍລົດຖັງແລະເຮືອບິນເຮລີຄອບເຕີ້ນັ້ນ.
ກຸ່ມສັງເກດການສິດທິມະນຸດຊີເຣຍ ທີ່ມີສໍານັກງານຕັ້ງຢູ່ອັງກິດເວົ້າວ່າ ມີການຕໍ່ສູ້ກັນ
ຢ່າງຮຸນແຮງ ໃນວັນອາທິດມື້ນີ້ ຢູ່ໃນຄຸ້ມຕ່າງໆທາງເຂດກໍ້າຕາເວັນຕົກສຽງໃຕ້ຂອງ
ເມືອງດັ່ງກ່າວ.
ກຸ່ມດັ່ງກ່າວຍັງເວົ້າອີກວ່າ ໃນຈໍານວນຫລາຍກວ່າ 160 ຄົນທີ່ຖືກຂ້າຕາຍໃນວັນເສົາ
ວານນີ້ ຍ້ອນການກໍ່ຄວາມວຸ້ນວາຍທີ່ກ່ຽວຂ້ອງກັບການຕໍ່ຕ້ານລັດຖະບານ ຢູ່ທົ່ວຊີເຣຍ
ນັ້ນ ມີຫລາຍກວ່າ 25 ຄົນ ໄດ້ຖືກສັງຫານຢູ່ໃນເມືອງ Aleppo ທີ່ເປັນສູນກາງການຄ້າ
ແລະເມືອງໃຫຍ່ທີ່ສຸດຂອງປະເທດນັ້ນ. ອົງການສະຫະປະຊາຊາດເວົ້າວ່າ ມີຫລາຍກວ່າ
17 ພັນຄົນແລ້ວທີ່ເສຍຊີວິດຢູ່ໃນຊີເຣຍ ນັບຕັ້ງແຕ່ມີການປະທະກັນເກີດຂຶ້ນໃນເດືອນ
ມີນາປີກາຍນີ້ ເປັນຕົ້ນມາ.
ທູດພິເສດຂອງອົງການສະຫະປະຊາຊາດ ທ່ານ Kofi Annan ກ່າວໃນວັນເສົາວານນີ້ວ່າ
ທ່ານຢ້ານວ່າຈະມີ “ບັ້ນລົບກັນເກີດຂຶ້ນໃນເວລາອັນໃກ້ນີ້” ສໍາລັບເມືອງ Aleppo. ທັງຝຣັ່ງ
ແລະຣັດເຊຍ ຕ່າງກໍໄດ້ກ່າວສະແດງຄວາມເຫັນພ້ອມຕໍ່ຄວາມເປັນຫ່ວງຂອງທ່ານກ່ຽວກັບ
ຄວາມຮຸນແຮງທີ່ເພີ່ມທະວີຂຶ້ນນັບມື້ ຢູ່ທີ່ນັ້ນ.