ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານອາຊັດ ກ່າວຫາ ເທີກີວ່າ ສົ່ງເສີມ ໃຫ້ມີການ ນອງເລືອດ ໃນຊີເຣຍ (ວີດີໂອ)


ທ່ານ Bashar al-Assad ປະທານາທິບໍດີຊີເຣຍ
ທ່ານ Bashar al-Assad ປະທານາທິບໍດີຊີເຣຍ

ທ່ານ Bashar al-Assad ປະທານາທິບໍດີຊີ​ເຣຍ ​ໄດ້​ກ່າວ​ຫາ​ປະ​ເທດ ​ເພື່ອນບ້ານ Turkey ວ່າ ​ໃຫ້ການ​ສະໜັບສະໜຸນ​ພວກ​ກໍ່​ການ​ຮ້າຍແລະ ​ເປັນ​ຜູ້​ສົ່ງ​ເສີມ​ໃຫ້​ເກີດ​ການ​ສູ້​ລົບ​ຂັ້ນ​ນອງເລືອດ​ກັນຂຶ້ນ​ຢູ່​ໃນ​ຊີ​ເຣຍ.

ໜັງສືພິມ Cumhuriyet ຂອງ​ເທີ​ກີ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ທ່ານ​ອາ​ຊັດ ທີ່ກ່າວ​ວ່າ ​ເທີກີ ​ໄດ້​ໃຫ້ການ​ສະໜັບສະໜຸນ​ດ້ານ​ພະລາທິການ ​ແລະ​ມີ​ຈຸດ ປະສົງ​ທີ່​ຈະ​ແຊກ​ແຊງ​ກິດຈະການ​ພາຍ​ໃນຂອງ​ຊີ​ເຣຍ.

​ໃນ​ຄວາມ​ຄິດ​ເຫັນ ທີ່​ພິມ​ເຜີຍ​ແຜ່​ໂດຍ​ໜັງສືພິມດັ່ງກ່າວ ​ເມື່ອ​ວັນ​ພຸດ​ມື້​ນີ້ ທ່ານ​ອາ​ຊັດ ​ໄດ້​ກ່າວ​ຫາທ່ານ Recep Tayyib Erdogan ນາຍົກລັດ ຖະມົນ​ຕີເທີ​ກີ ວ່າ​ມີແຜນການ​ສ້າງ​ຄວາມ​ແຕກ​ແຍກ​ທາງ​ດ້ານສາສະໜາ. ທັງ​ເທີ​ກີແລະ​ຊີ​ເຣຍ ​ເປັນປະ​ເທດ​ທີ່​ມີ​ຊາວ​ມຸສລິ​ມນິກາຍ​ຊຸນ​ນີ ​ເປັນ​ສ່ວນ​ໃຫຍ່. ​ແຕ່ທ່ານ​ອາ​ຊັດ ​ແລະ​ພັກ​ທີ່​ປົກຄອງ​ປະ​ເທດໃນ​ຂະນະ​ນີ້​ສ່ວນຫຼາຍ​ແມ່ນ​ຊົນ​ສ່ວນນ້ອຍ ຄື ນິກາຍ Alawite ​ແລະ​ມາ​ຈາກ​ສາສະໜາອີສລາມ ນິກາຍ Shi’ite.

​ເມື່ອ​ວັນ​ອັງຄານ​ວານ​ນີ້ ໜັງສືພິມສະບັບ​ນີ້​ ​ໄດ້​ລົງ​ພິມບົດ​ສໍາພາດຕອນ​ທໍາ​ອິດ​ ກັບທ່ານ​ອາຊັດ ອັນ​ທີ່​ທ່ານ​ໄດ້​ເວົ້າ​ໄປ​ວ່າ ທ່ານ​ເສຍ​ໃຈ ທີ່​ກອງທັບ​ຂອງ​ທ່ານ ​ໄດ້​ຍິງ​ເຮືອບິນລົບອາຍພົ່ນ​ທະຫານ​ເທີ​ກີ​ຕົກ​ເມື່ອ​ເດືອນ​ຜ່ານ​ມາ. ທ່ານ​ອາ​ຊັດ ​ເນັ້ນ​ຍໍ້າວ່າ​ເຮືອບິນ​ລໍາ​ດັ່ງກ່າວ​ໄດ້​ບິນ​ລ່ວງ​ລໍ້າ​ເຂົ້າ​ໄປ​ໃນ​ເຂດ ນ່ານຟ້າ​ຂອງຊີ​ເຣຍ ທີ່ເຮືອບິນ​ຂອງ​ອີສຣາ​ແອ​ລ​ເຄີຍ​ໃຊ້​ມາ​ແລ້ວ​ເຖິງ​ສາມ​ເທື່ອ​ນັ້ນ.

​ເທີ​ກີ ​ເ​ວົ້າວ່າ ​ເຮືອບິນອາຍ​ພົ່ນ​ດັ່ງກ່າວ​ໄດ້​ບິນ​ເຂົ້າ​ໄປ​ໃນ​ເ​ຂດນ່ານຟ້າ​ຊີ​ເຣຍ ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ​ແລະ​ກໍ​ໄດ້​ບິນກັບ​ຄືນ​ສູ່​ນ່ານຟ້າ​ສາ​ກົນ ກ່ອນ​ຊີ​ເຣຍຈະ​ຍິງຕົກ​ເມື່ອ​ວັນ​ທີ່ 22 ​ເດືອນ​ມິ​ຖຸນາ​ຜ່ານ​ມາ.

ຂະນະ​ດຽວ​ກັນ ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ​ເວົ້າ ວ່າ ພວກ​ເຈົ້າໜ້າ​ທີ່​ຊີ​ເຣຍ ​ໄດ້​ສ້າງ​ສູນ​ທໍລະມານ​ຢ່າງ​ໜ້ອຍ​ຮວມກັນ​ຢູ່ 27 ​ແຫ່ງ. ​ໃນ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ວານ​ນີ້ ກຸ່ມສິ້ງ ຊອມ​ສິດທິ​ມະນຸດ​ດັ່ງກ່າວ​ເວົ້າວ່າ ​ການລ່ວງ​ລະ​ເມີດ​ຢ່າງຮຸນ​ແຮງ​ໃນ​ສູນ​ກາງ​ທໍລະມານເຫຼົ່ານີ້ ​ແມ່ນ​ເປັນ​ການ​ກໍ່​ອາດຊະຍາ​ກໍາ​ຕໍ່ຕ້ານ​ມະນຸດຊາດ.

ທ່ານ David Mepham ຜູ້​ອໍານວຍ​ການ​ກຸ່ມ​ສິ້ງ​ຊອມ​ສິດ​ທີ​ມະນຸດ Human Rights Watch ​ທີ່​ອັງກິດ ກ່າວ​ວ່າ ການ​ທໍລະມານ​ແບບ​ ທີ່​ພວກ​ເຮົາ​ເວົ້າ​ເຖິງ​ນັ້ນ ຄື​ການທໍ​ລະ​ມານ​ແບບ​ທີ່​ໜ້າ​ຢ້ານ​ກົວແທ້ໆ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ​ເລີ່​ມສຶກສາ​ຄົ້ນຄວ້າ​ກ່ຽວ​ກັບລາຍ​ງານສະບັບ​ນີ້​ໃນ​ເດືອນ​ມີນາ ປີ 2011 ​ແລະ​ຕັ້ງ​ແຕ່​ນັ້ນ​ມາ​ໄດ້​ທໍາການ​ສໍາພາດຫຼາຍກວ່າ 200 ຄັ້ງ. ລາຍງານ​ມີ​ແຜນ​ທີ່​ສະ​ແດງ​ເຖິງ​ທີ່​ຕັ້ງ​ຂອງ​ສູນ​ກາ​ງກັກ​ຂັງ​ທີ່​ຖືກ​ກ່າວ​ຫາ​ນັ້ນ. ນອກ​ນີ້​ກຸ່ມ​ດັ່ງກ່າວຍັງ​ລົງ​ຊື່​ອົງການ​ຕ່າງໆ​ໄວ້​ໃນ​ບັນຊີ ​ແລະໃນຫຼາຍກໍລະນີ​ແລ້ວ ກໍ​ແມ່ນ​ເຈາະ​ຈົງ​ໃສ່ພວກຜູ້​ບັນຊາ​ການ​ທີ່​ພົວພັນ​ໃນ​ການ​ລະ​ເມີດນັ້ນ​ໂດຍ​ສະ​ເພາະ.

XS
SM
MD
LG