ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງທະຫານຊີເຣຍ ໂຈມຕີເມືອງ Homs ກ່ອນທີມສັງເກດການຢູເອັນ ຈະໄປເຖິງ


ຕຶກອາຄານຕ່າງໆໃນເມືອງ Homs ທີ່ຖືກໂຈມຕີໂດຍກໍາລັງຂອງລັດຖະ ບານ
ຕຶກອາຄານຕ່າງໆໃນເມືອງ Homs ທີ່ຖືກໂຈມຕີໂດຍກໍາລັງຂອງລັດຖະ ບານ

ກໍາລັງ​ຂອງ​ຝ່າຍລັດຖະບານ​ຊີ​ເຣຍ ​ໄດ້​ລະດົມ​ຍິງ​ປືນ​ໃຫຍ່​ໃສ່ຫລາຍໆເຂດຂອງ​ຝ່າຍ​ກະ​ບົດ
ໃນເມືອງ​ Homs ທີ່​ເປັນ​ຈຸດແຫ່ງ​ການ​ຂັດ​ແຍ້​ງກັນ ໃນ​ວັນ​ອາທິດ​ມື້​ນີ້ ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ
ກ່ອນ​ໜ້າ​ທີ​ມນັກ​ສັງ​ເກດ​ການ​ຂອງສະຫະ​ປະຊາ​ຊາດທີ່​ບໍ່​ປະກອບ​ອາວຸດ​ທີ​ມນຶ່ງ ມີ​ກໍານົດ​
ເດີນທາງໄປ​ເຖິງ​ປະ​ເທດທີ່ ​ມີ​ເສິກ​ສົງຄາມ​ນັ້ນ.

ພວກ​ນັກ​ເຄຶ່ອນ​ໄຫວ ຢູ່​ໃນ​ຄຸ້ມ Khalidiya ຂອງ​ເມືອງ Homs ຊຶ່ງ​ເປັນ​ນຶ່ງ​ໃນ​ຫລາຍໆ​ຄຸ້ມ
ທີ່​ຖືກ​ໂຈມ​ຕີ​ໂດຍ​ທະຫານ​ຂອງ​ລັດຖະບານນັ້ນ​ ລາຍ ງານ​ວ່າ ​ມີ​ການ​ຍິງ​ປືນ​ຄົກ ​ແລະ​ປືນ
ກົນ​ຢ່າງ​ໜັກ ຢູ່​ທົ່ວ​ໄປ.

ທ່ານ Rami Abdelrahman ຫົວໜ້າກຸ່ມ​ສັງເກດ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ ສໍານັກງານ​ຢູ່​ປະ​
ເທດ​ອັງກິດ​ ກ່າວ​ວ່າ​ ກໍ​າລັງ​ຂອງ​ຝ່າຍ​ລັດຖະບານ​ໄດ້​ລະ ດົມ​ຍິງ​ປືນ​ໃຫຍ່​ໃສ່ ​ສາມ​ລູກ​ຕໍ່​ນຶ່ງ
ນາທີ. ພວກ​ນັກ​ເຄຶ່ອນ​ໄຫວ​ທີ່ຢູ່​ເມືອງ Homs ກ່າວ​ວ່າ​ ຄຸ້ມ Bayada, Jouret
el-Shayah Qarabees ​ແລະ​ເມືອງ Qusour ກໍ​ຖືກ​ຍິງ​ເຊັ່ນ​ກັນ.

ທີ່​ແຫ່ງ​ອື່ນ​ອີກ​ນັ້ນ ພວກ​ກະບົດທີ່​ຕໍ່ສູ້​ເພື່ອ​ໂຄ່ນ​ລົ້ມ​ທ່ານ Bashar al-Assad ປະທາ​ນາ​ທິ
ບໍດີຊີ​ເຣຍ ​ໄດ້​ໂຈ​ມຕີ​ສະຖານີ​ຕໍາ​ຫລວດ​ແຫ່ງ​ນຶ່ງ​ຢູ່ ​ແຂວງ Aleppo ທາງ​ພາກ​ເໜືອ​ຂອງ​
ປະ​ເທດ.

ໃນການ​ລົງຄະ​ແນນ​ສຽງເຫັນ​ພ້ອມ​ຢ່າງ​ເປັນ​ເອກະສັນ​ເມື່ອ​ວັນ​ເສົາ​ວານ​ນີ້ ສະພາ​ຄວາມ​ໝັ້ນ
ຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ອະນຸມັດ​ໃຫ້​ສົ່ງ​ທີ​ມສັງ ​ເກດ​ການທະຫານ​ທີ່​ບໍ່​ປະກອບ​ອາ
ວຸດ​ ຫລາຍ​ເຖິງ 30 ຄົນ ​ໄປ​ປະ​ຈໍາ​ການ​ຢູ່​ຊີ​ເຣຍ ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້​.

ໂຄສົກ​ຄົນ​ນຶ່ງ​ຂອງທ່ານ ​ໂຄ​ຟິ ອັນ​ນັນ ທູດ​ພິ​ເສ​ດຂອງ​ສະຫະ​ປະຊາ​ຊາດ ​ແລະ​ສັນນິບາດ
ອາຣັບກ່າວ​ວ່າ ​ທີ​ມທະຫານ​ສັງ​ເກດ​ການ 6 ຄົນ​ທໍາ​ອິດ​ຈະໄປເຖິງ​ຊີ​ເຣຍ​ໃນ​ວັນ​ອາທິດ​ມື້​ນີ້.
ກຸ່ມ​ສັງ​ເກດ​ການ​ດັ່ງກ່າວ​ມີໜ້າ​ທີ່​ລາຍ​ງານໃຫ້​ຮູ້​ວ່າ ​ກໍາລັງ​ທີ່​ນິຍົມທ່ານ Assad ​ແລະ
ພວກ​ນັກ​ລົບ​ປະກອບ​ອາ ວຸດ​ຝ່າຍ​ຄ້ານ ກໍາລັງ​ປະຕິບັດ​ຕາມ​ແຜນການ​ສັນຕິພາບຫົກ​ຂໍ້​
ຂອງ​ທ່ານ​ອັນ​ນັນ​ ຫລື​ບໍ່.

ມະຕິ​ທີ່​ຖືກ​ຮັບ​ຜ່ານ​ເອົາ​ໃນ​ວັນ​ເສົາ​ວານ​ນີ້ ອະນຸຍາດ​ໃຫ້ເພີ່ມ​ພວກ​ນັກ​ສັງ​ເກດ​ຂື້ນ​ເປັນ 250
ຄົນ​ໄດ້ ​ເວລາ​ສະພາບ​ການ​ຄືນ​ສູ່​ປົກ​ກະຕິແລ້ວ.

ທ່ານ Bashar Ja’afari ​ເອກ​ອັກຄະ​ລັດຖະທູດຊີ​ເຣຍ ໄດ້​ເນັ້ນ​ຍໍ້າຄວາມ ມຸ້ງ​ໝັ້ນ​ຂອງປະ
ເທດ​ຂອງ​ທ່ານ ຕໍ່​ແຜນການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ ທີ່​ຮຽກຮ້ອງ ​ໃຫ້​ມີ​ການ​ຢຸດ​ຍິງ
ຖອນ​ກໍາລັງ​ທະຫານ ມີ​ການ​ໂອ້​ລົມ​ກັນ​ລະຫວ່າງ​ລັດຖະບານແລະ​ຝ່າຍ​ຄ້ານ ​ແລະ​ການ​ຜັນ
ປ່ຽນ​ທາງການ​ເມືອງສໍາລັບ​ປະ​ເທດ​ດັ່ງກ່າວ.

XS
SM
MD
LG