ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ຣັດເຊຍວ່າ ບໍ່ມີໂອກາດທີ່ ສະພາຄວາມໝັ້ນຄົງ ຈະຮັບຜ່ານຍັດຕິ ກ່ຽວກັບຊີເຣຍ (ເບິ່ງວີດີໂອ)


ທ່ານນາງ ຄລິນຕັນ ລມຕ ຕ່າງປະເທດສະຫະລັດ ແລະທ່ານ William Hague ລັດຖະມົນຕີຕ່າງປະເທດ ອັງກິດຂະນະປະຊຸມກັນເລຶ່ອງຊີເຣຍ

ທູດ​ພິ​ເສດ​ປະ​ຈໍາ​ສະຫະພາບ​ຢູ​ໂຣບຂອງ​ຣັດ​ເຊ​ຍກ່າວ​ວ່າ ທ່ານ​ຍັງ​ບໍ່​ຫຼິງ​ເຫັນ​ໂອກາດໃດໆ
ທີ່​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ຈະ​ຮັບ​ຜ່ານຮ່າງ​ຍັດຕິ​ກ່ຽວ​ກັບ​ຊີ​ເຣຍເທື່ອ ​ໃນ
ຂະນະ​ທີ່​ພວກ​ປະ​ເທດ​ອາຫຣັບ​ແລະ​ຕາ​ເວັນ​ຕົກ ພາກັນ​ຜັກ​ດັນ​ໃຫ້ເອົາມາດ​ຕະການ​ເພື່ອ
ຍຸຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢ່າງ​ນອງເລືອດ ​ທີ່​ດໍາ​ເນີນມາ​ໄດ້​ຫລາຍ​ເດືອນ​ແລ້ວ​ນັ້ນ.

ທ່ານ​ທູດ​ພິ​ເສດ Vladimir Chizhov ບອກ​ອົງການ​ຂ່າວ Interfax ​ເມື່ອວັນ​ພຸດ​ມື້​ນີ້​ວ່າ
ຂໍ້​ສະ​ເໜີ​ດັ່ງກ່າວ​ແມ່ນ​ຂາດ​ຂໍ້​ກຳນົດ​ທີ່​ສໍາຄັນ ​ເພື່ອຈະບໍ່ໃຫ້​ມີການ​ແຊກ​ແຊງ​ທາງ​ທະຫານ.
ຄວາມ​ເຫັນ​ຂອງ​ທ່ານ​ແມ່ນຂັດ​ກັບ​ຄວາມ​ເຫັນ​ຂອງ​ທ່ານ William Hague ລັດຖະມົນຕີ
ຕ່າງປະ​ເທດອັງກິດ ທີ່​ໄດ້​ບອກ​ສະພາ​ຄວາມ​ໝັ້ນຄົງ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ມະຕິ​ດັ່ງ
ກ່າວ​ບໍ່​ໄດ້​ບົ່ງ​ເຖິງ​ການ​ປະຕິບັດ​ການ​ທາງທະຫານ ​ແລະ​ອາດ​ໃຊ້​ການ​ບໍ່​ໄດ້.

ພາຍ​ໃຕ້​ຮ່າງ​ຍັດຕິຂອງອາຫຣັບ​ແລະ​ສະຫະພາບ​ຢູ​ໂຣບທີ່​ນຳ​ສະ​ເໜີ​ໂດຍ Moroccan ນັ້ນ
ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ຈະ​ຕ້ອງເຫັນ​ພ້ອມ​ທີ່​ຈະ​ຍຸຕິ​ການໃຊ້
ຄວາມ​ຮຸນ​ແຮງ ​ຕໍ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດ ຖະບານ​ ແລະ​ລາ​ອອກ. ຊີ​ເຣຍ​ໄດ້​ປະຕິ​ເສດຕໍ່
ແຜນການນັ້ນ​ວ່າ ​ເປັນ​ການ​ຝ່າຝືນ​ອະທິປະ​ໄຕ​ຂອງ​ຕົນ.

ທ່ານ Nabil Elaraby ​ເລຂາທິການ​ໃຫຍ່​ຂອງ​ສັນນິບາດ​ຊາດ​ອາ​ຫຣັບ ​ໄດ້ຮຽກຮ້ອງ​ໃຫ້​
ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ເມື່ອ​ວັນ​ອັງຄານ​ວານ​ນີ້ ຈົ່ງ​ເອົາ​ມາດ​ຕະການ
ຢ່າງ​ວ່ອງ​ໄວ​ແລະ​ເດັດຂາດ ໃນ​ຂະນະ​ທີ່ ທ່ານ Sheikh Hamad bin Jassim al-Thani
ນາ​ຍົກລັດຖະມົນຕີ ປະ​ເທດ​ຄາ​ຕ້າ​ໄດ້​ເຕືອນ 15 ປະ​ເທດ​ສະມາຊິກຂອງ​ສະພາ​ຄວາມ​ໝັ້ນ
ຄົງ​ນັ້ນ​ວ່າ ຂະ​ບວນການ​ເຂັ່ນຂ້າ​ປະຊາຊົນ​ຂອງ​ຊີ​ເຣຍນັ້ນ​ຍັງ​ດໍາ​ເນີນ​ໄປ​ຢ່າງ​ບໍ່​ລົດ​ລະ.

ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້ກ່າວ​ຫາ​ທ່ານ
Assad ວ່າ​ ສົ່ງ​ເສີມ​ໃຫ້​ມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ທາງ​ດ້ານ​ສາສະໜາ. ທ່ານ​ນາງ​ໄດ້​ອ້າງ
ເຖິງ​ຫຼັກຖານ​ອັນ​ຊັດ​ເຈນວ່າ​ກໍາລັງ​ທະຫານ​ຂອງ​ລັດຖະບານ ​ເປັນຜູ້​ເລິ່ມທຳການ​ໂຈມ​ຕີ
ເກືອບ​ວ່າ​ທັງ​ໝົດ​ທີ່​ໄດ້​ເຂັ່ນຂ້າ​ປະຊາຊົນ ​ແລະເຕືອນ​ວ່າ ຊີ​ເຣຍກໍາລັງ​ກໍາລັງກ້າວ​ໄປ​ສູ່
ການ​ເກີດ​ສົງຄາມ ກາງ​ເມືອງ.

ທ່ານ Bashar Ja’afari ​ເອກ​ອັກຄະ​ລັດຖະທູດ​ຊີເຣຍປະ​ຈໍາ​ອົງການ ສະຫະ​ປະຊາ​ຊາດ
ບໍ່​ຍອມຮັບເອົາ​ຄໍາກ່າວ​ອ້າງ​ທີ່​ວ່າ​ລັດຖະ​ບານ​ຂອງ​ທ່ານ​ເປັນຜູ້​ຮັບຜິດ​ຊອບ​ຕໍ່ວິ​ກິດ​ການ​ນີ້
ແລະ​ຍັງ​ໄດ້​ກ່າວ​ຫາ​ສະຫະລັດ ​ແລະ​ພວກປະ​ເທດ​ພັນທະ​ມິດ​ໃນ​ຢູ​ໂຣບວ່າ​ຢາກ​ຮຸກ​ຮານ
ເອົາ​ເຂດ​ນໍ້າ​ແດນ ດິນ​ແຫ່ງໃໝ່​ໃນ​ພາກຕາ​ເວັນ​ອອກ​ກາງ.

XS
SM
MD
LG