ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງ ສປຊ ເຄື່ອນໄຫວ ກ່ຽວກັບຊີເຣຍ (ເບິ່ງວີດີໂອກັບສະໄລດ໌)


ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ.
ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ.


















ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດກໍານົດ​ຈະ​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ສະໜັບສະ​ໜຸນ​ແຜນການ​ຂອງ​ສັນນິບາດ​ຊາດ​ອາຫຣັບສໍາລັບ​ຊີ​ເຣຍ ຫລັງ​ຈາກ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ໄດ້​ປະນາມ​ຢ່າງ​ແຂງ​ແຮງ​ຕໍ່​ຄວາມຮຸນ​ແຮງ​ທີ່​ກໍາລັງ​ເພີ່ມຂຶ້ນ​ໂດຍລັດຖະບານຂອງ​ປະທານາທິບໍດີ Bashar al-Assad ແຫ່ງ​ຊີ​ເຣຍນັ້ນ.

ທ່ານ​ນາງຄລິນ​ຕັນ ຈະ​ເຂົ້າ​ຮ່ວມ​ກັບ​ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງຝຣັ່ງ​ແລະ​ອັງກິດ​ໃນ​ສະ​ໄໝ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ໃນ​ວັນ​ອັງຄານ​ມື້​ນີ້. ພວກ​ປະ​ເທດ​ມະຫາ​ອໍານາດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ດໍາ​ເນີນການ​ມາ​ກ່ຽວ​ກັບ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ເພື່ອ​ໃຫ້ການ​ສະໜັບສະໜຸນ​ຕໍ່​ແຜນການ​ຂອງ​ສັນນິບາດ​ຊາດ​ອາຫຣັບຊຶ່ງ​ຮຽກຮ້ອງ​ໃຫ້​ທ່ານ​ Assad ລາ​ອອກ​ຈາກຕໍາ​ແໜ່​ງ ອັນ​ເປັນ​ຊ່ອງ​ທາງ​ນຶ່ງ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໃນ​ຊີ​ເຣຍນັ້ນ.

ຊີ​ເຣຍ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ດັ່ງກ່າວ ວ່າ​ເປັນ​ການ​ຝ່າຝືນ​ຕໍ່​ອະທິປະ​ໄຕ​ຂອງ​ຕົນ.

ທ່ານ​ນາງຄລິນ​ຕັນ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສະພາ​ຄວາມ​ໝັ້ນຄົງ​ຈະ​ຕ້ອງ​ທໍາ​ການ​ເຄື່ອນ​ໄຫວ ​ໂດຍ​ສະ​ແດງທັດສະນະ​ປະຊາ​ຄົມ​ໂລກກ່ຽວ​ກັບ​ການ​ປາບ​ປາມ​ຂອງ​ລັດຖະບານ​ຊີ​ເຣຍຕໍ່​ພວກ​ຝ່າຍ​ຄ້ານ​ທີ່​ດໍາ​ເນີນ​ມາ​ໄດ້ 10 ​ເດືອນ​ແລ້ວ​ນັ້ນ ວ່າ​ເປັນ​ໄພ​ຂົ່ມຂູ່​ຕໍ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ.

ທ່ານ​ນາງຄລິນ​ຕັນ​ກ່າວ​ຕື່ມ​ວ່າ ສະຫະລັດ​ປະນາມ​ຕໍ່​ອັນ​ທີ່​ຕົນ​ເອີ້ນ​ວ່າ ການ​ໂຈມ​ຕີ​ທີ່​ຮຸນ​ແຮງ​ແລະ​ທາລຸນ​ຂອງ​ລັດຖະບານ​ຊີ​ເຣຍ ທີ່​ໄດ້​ສັງຫານ​ພວກ​ພົນລະ​ເຮືອນ​ຫລາຍ​ຮ້ອຍ​ຄົນ​ໃນ​ຫວ່າງ​ບໍ່​ເທົາ​ໃດ​ມື້​ຜ່ານ​ມາ​ນີ້.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ຮຽກຮ້ອງ​ໃຫ້ຣັດ​ເຊຍ​ໃຫ້ການ​ສະ
ໜັບສະໜຸນ​ຕໍ່​ຮ່າງ​ຍັດຕິ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ ມັນ​ສົມຄວນ​ແກ່​ເວລາ​ແລ້ວ​ສໍາລັບ​ພວກ​ປະ
ເທດ​ສະມາຊິກ​ຂອງ​ສະພາ​ຄວາ​ມໝັ້ນຄົງ​ຢຸດ​ປ້ອງ​ກັນ​ພວກ​ທີ່​ທໍາ​ການ​ປາບ​ປາມ​ປະຊາ
ຊົນ​ຢ່າງ​ນອງ​ເລືອດ​ນີ້.

ຣັດ​ເຊຍ​ແລະ​ຈີນ ຊຶ່ງ​ທັງ​ສອງ​ເປັນ​ສະມາຊິກ​ສະພາ​ຄວາ​ມໝັ້ນຄົງ ​ໄດ້​ໃຊ້​ສິດ​ຍັບ​ຍັ້ງ​ຕໍ່​ຮ່າງ​
ຍັດຕິ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ຝ່າຍ​ຕາ​ເວັນ​ຕົກໃນ​ເດືອນ​ຕຸລາ​ຜ່ານ​ມາ ຊຶ່ງ​ຈະ​ໄດ້​ປະ
ນາມ​ການ​ປາບ​ປາມ​ຂອງ​ລັດຖະບານຊີ​ເຣຍຕໍ່​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ຕໍ່ຕ້ານ​ລັດຖະ
ບານ​ນັ້ນ.

XS
SM
MD
LG