ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສວິດເຊີແລນ ລົງຄະແນນສຽງ ເລັ່ງປິດ ໂຮງງານ ພະລັງງານ ນິວເຄລຍ


ອາຍຄວັນ ປິວຂຶ້ນທ້ອງຟ້າ ຈາກທໍ່ລະບາຍຄວາມຮ້ອນຂອງ
ໂຮງງານໄຟຟ້ານິວເຄລຍ Leibstadt ໃກ້ໆກັບເມືອງ Leibstadt, ສວິດເຊີແລນ. 18 ພະຈິກ, 2014.
ອາຍຄວັນ ປິວຂຶ້ນທ້ອງຟ້າ ຈາກທໍ່ລະບາຍຄວາມຮ້ອນຂອງ ໂຮງງານໄຟຟ້ານິວເຄລຍ Leibstadt ໃກ້ໆກັບເມືອງ Leibstadt, ສວິດເຊີແລນ. 18 ພະຈິກ, 2014.

ບັນດາຜູ້ລົງຄະແນນສຽງ ສວິດເຊີແລນ ແມ່ນກຳລັງປ່ອນບັດຂອງພວກເຂົາເຈົ້າໃນການ ລົງປະຊາມະຕິໃນວັນອາທິດມື້ນີ້ວ່າ ພວກເຂົາ ເຈົ້າຈະເລັ່ງຂັ້ນຕອນການຍົກເລີກໂຮງງານ ໄຟຟ້ານິວເຄລຍຂອງປະເທດ ຫຼື ບໍ່.

ການຢັ່ງຫາງສຽງໄດ້ຊີ້ໃຫ້ເຫັນການແຂ່ງຂັນທີ່ສູສີກັນ ກ່ຽວກັບ ບັນຫາທີ່ໄດ້ຮັບການສະ ໜັບສະໜູນໂດຍນັກສິ່ແວດລ້ອມທີ່ອາດເຮັດໃຫ້ ສວິເຊີແລນ ຢູ່ໃນເສັ້ນທາງທີ່ຄ້າຍຄືກັບ ປະເທດເພື່ອນບ້ານ ເຢຍລະມັນ.

ຖ້າການລົງຄະແນນສຽງ "ເຫັນດີ" ໄດ້ຮັບໄຊຊະນະ, ສວິດເຊີແລນ ຈະປິດເຕົາພະລັງງານ ສາມແຫ່ງຂອງປະເທດໃນປີໜ້າ ແລະ ອີກສອງແຫ່ງທີ່ຍັງເຫຼືອໃນປີ 2029.

ຫຼັງຈາກເຫດການແຂວງ ຟູກູຊິມະ, ຂອງ ຍີປຸ່ນ ໃນປີ 2011, ສວິດເຊນແລນ, ກໍຄືກັບປະ ເທດອື່ນໆ, ໄດ້ປະຕິຍານທີ່ຈະປິດເຕົາປະຕິກອນທີ່ມີສະພາບເກົ່າຂອງພວກເຂົາເຈົ້າ, ເຊິ່ງ ປະຈຸບັນນີ້ຜະລິດໄຟຟ້າ 40 ເປີເຊັນຂອງ ສວິດເຊີແລນ, ໃນຂະນະທີ່ພວກເຂົາເຈົ້າໄດ້ມາ ເຖິງຈຸດສິ້ນສຸດຂອງໄລຍະການປະຕິບັດການທີ່ປອດໄພຂອງພວກເຂົາເຈົ້າ ແຕ່ບໍ່ໄດ້ລະບຸ ມື້ໃຫ້ຮູ້.

ໃນພາກສ່ວນຂອງແຜນການພະລັງງານທີ່ປະຕິບັດເຖິງປີ 2050 ນັ້ນ, ລັດຖະບານ ສວິດ ເຊີແລນ ໄດ້ຕົກລົງທີ່ຈະບໍ່ທົດແທນໂຮງງານນິວເຄລຍທີ່ມີຢູ່, ເຊິ່ງສາມາດປະຕິບັດດົນເທົ່າ ທີ່ມັນຍັງມີຄວາມປອດໄພຢູ່.

ກຸ່ມສະໜັບສະໜູນການຕໍ່ຕ້ານນິວເຄລຍ, ເຊັ່ນ ພັກ Swiss Green ແລະ ປະຊາທິປະໄຕ ສັງຄົມ, ໄດ້ກ່າວວ່າ ຕາຕະລາງຂອງລັດຖະບານ ສວິດເຊີແລນ ແມ່ນບໍ່ໄວພຽງພໍ ແລະ ຜັກ ດັນໃຫ້ມີການລົງປະຊາມະຕິໃນທ້າຍສັບປະດານີ້ ທີ່ອາດສາມາດເລັ່ງແຜນການປິດໂຮງ ງານນິວເຄລຍນີ້.

ຍ້ອນຄວາມເປັນຫ່ວງຂອງສະທາລະນະ, ບໍ່ມີສະຖານີໄຟຟ້ານິວເຄລຍແຫ່ງໃໝ່ຖືກສ້າງ ຂຶ້ນໃນ ສວິດເຊີແລນ ນັບຕັ້ງແຕ່ປີ 1984 ເປັນຕົ້ນມາ.

Swiss voters are casting ballots in a referendum Sunday on whether to hasten the process of phasing out the country's nuclear power plants.

Polls suggest a tight race on an issue being championed by environmentalists that could put Switzerland on a track similar to neighboring Germany.

If the "yes" vote prevails, Switzerland will close three of the country's five reactors next year and the remaining two by 2029.

Following the 2011 incident in Fukushima, Switzerland, like other countries, pledged to decommission the ageing reactors, which currently generate 40 percent of Switzerland's electricity, as they reached the end of their safe operational lifespan but did not specify a date.

As part of an energy plan that runs through 2050, the Swiss government has already agreed not to replace its existing nuclear plants, which can operate as long as they are deemed safe.

Anti-nuclear advocacy groups, such as the Swiss Greens and Social Democrats, have said the Swiss government's timetable has not been fast enough and pushed for the referendum this weekend that could speed up the planned exit.

Due to public concern, no new nuclear power stations have been built in Switzerland since 1984.

XS
SM
MD
LG