ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຍ​ຮ້ອນທີ່​ເຜົາ​ໄໝ້​ທົ່ວ​ເອ​ເຊຍ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເກີດ​ຂຶ້ນ 45 ເທົ່າ ​ຍ້ອນ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ


ພໍ່​ຄ້າ​ກະ​ກຽມ​ຄັນ​ຮົ່ມ​ຂອງ​ລາວ ໃນ​ຂະ​ນະ​ທີ່​ວັນ​ທີ່​ມີ​ອາ​ກາ​ດ​ຮ້ອນ​ຍັງ​ສືບ​ຕໍ່​ໄປ​ໃນ​ນະ​ຄອນຫຼວງ ມະ​ນີ​ລາ, ຟ​ີ​ລິບ​ປິນ, 29 ເມ​ສາ 2024.
ພໍ່​ຄ້າ​ກະ​ກຽມ​ຄັນ​ຮົ່ມ​ຂອງ​ລາວ ໃນ​ຂະ​ນະ​ທີ່​ວັນ​ທີ່​ມີ​ອາ​ກາ​ດ​ຮ້ອນ​ຍັງ​ສືບ​ຕໍ່​ໄປ​ໃນ​ນະ​ຄອນຫຼວງ ມະ​ນີ​ລາ, ຟ​ີ​ລິບ​ປິນ, 29 ເມ​ສາ 2024.

ອາຍ​ຮ້ອນ​ທີ່​ເຜົາ​ໄໝ້​ທົ່ວ​ທະ​ວີບ​ເອ​ເຊຍ ແລະ ເຂດ​ຕາ​ເວັນ​ອອກ​ກາງ​ໃນ​ທ້າຍ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ​ ທີ່​ສະ​ທ້ອນ​ໃຫ້​ເຫັນຄວາມ​ຮ້ອນ​ອົບ​ເອົ້າທີ່​ອັນ​ຕະ​ລາຍ​ຂອງ​ປີ​ກາຍນີ້, ​ແມ່ນຄວາມ​ເປັນ​ໄປ​ໄດ້​ສູງກວ່າ​ເກົ່າ 45 ເທົ່າ​ໃນ​ຫຼາຍພາກ​ສ່ວນ​ຂອງ​ທະ​ວີບ ຍ້ອນ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ທີ່​ມີ​ສາ​ເຫດ​ມາ​ຈາກ​ມະ​ນຸດ, ອີງ​ຕາມ​ການ​ຄົ້ນ​ພົບ​ໃນ​ການ​ສຶກ​ສາ​ເມື່ອ​ວັນ​ອັງ​ຄານ​ວານນີ້.

ອຸ​ນ​ຫະ​ພູມ​ເຜົາ​ໄໝ້​ແມ່​ນ​ຮູ້​ສຶກ​ໄດ້​ໃນ​ບໍ​ລິ​ເວນ​ທີ່ກວ້າງ​ຂວາງ​ຂອງ ເອ​ເຊຍ, ຈາກ​ເຂດ​ກາ​ຊາ ໃນ​ພາກ​ຕາ​ເວັນ​ຕົກ​, ບ່ອນ​ທີ່​ປະ​ຊາ​ຊົນຫຼາຍກວ່າ 2 ລ້ານ​ຄົນ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ນ້ຳ​ສະ​ອາດ, ຂາດ​ການ​ປິ່ນ​ປົວ​ສຸ​ຂະ​ພາບ ແລະ ສິ່ງ​ຂອ​ງ​ຈຳ​ເປັນ​ອື່ນ​ໆ​ທ່າມ​ກາງ​ລະ​ດົມ​ຍິງ​ໃສ່​ໂດຍ ອິ​ສ​ຣ​າ​ແອ​ລ, ເຖິງ​ປະ​ເທດ ຟີ​ລິບ​ປິນ ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ສຽງ​ໃຕ້, ດ້ວຍຫຼາຍ​ພາກ​ສ່ວນ​ຂອງ​ທະ​ວີບ​ໄດ້​ປະ​ສົບ​ກັບ​ອຸນ​ຫະ​ພູມ​ສູງກວ່າ 40 ອົງ​ສາ​ແຊ​ລ​ຊຽ​ສ ຫຼາ​ຍ​ວັນ​ຕິດ​ຕໍ່​ກັນ.

ການ​ສຶກ​ສາ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ກຸ່ມ​ນັກ​ວິ​ທະ​ຍາ​ສາດ ສັງ​ເກດ​ການ​ສະ​ພາບ​ອາ​ກາດ​ໂລກ ຫຼື World Weather Attribution, ຜູ້​ທີ່​ໃຊ້​ຕົວ​ຢ່າງ​ສະ​ພາບ​ອາ​ກາດ​ທີ່​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ພິ​ຈາ​ລະ​ນາ​ຢ່າງວ່ອງ​ໄວ​ວ່າ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ທີ່​ມີ​ສາ​ເຫດ​ມາ​ຈາກ​ມະ​ນຸດ​ນັ້ນ ໄດ້​ມີ​ສ່ວນ​ໃນ​ເຫດ​ການ​ສະ​ພາບ​ອາ​ກາດ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກຫຼືບໍ່.

ໃນ​ປະ​ເທດ ຟີ​ລິບ​ປິນ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​ພົບ​ວ່າ ອາຍ​ຮ້ອນ​ແມ່ນ​ຮຸນ​ແຮງຫຼາຍ ມັນ​ຈະ​ເປັນ​ໄປ​ບໍ່​ໄດ້​ທີ່​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຈະ​ບໍ່​ມີ​ສາ​ເຫດ​ມາ​ຈາກ​ມະ​ນຸດ. ໃນຫຼາຍ​ພາກ​ສ່ວນ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ, ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ໄດ້​ຂະ​ຫ​ຍາຍ​ຄວາມ​ເປັນ​ໄປ​ໄດ້​ຂອງ​ເຫດ​ການ​ດັ່ງ​ກ່າວ​ໂດຍ​ປະ​ມານ ​ຫ້າປັດ​ໄຈ.

ທ່ານ ຟ​ຣາຍ​ເດ​ຣິກ ອັອດ​ໂຕ, ນັກ​ຂຽນ​ການ​ສຶກ​ສາ ແລະ ນັກ​ວິ​ທະ​ຍາ​ສາດດ້ານ​ສະ​ພາບ​ອາ​ກາດ​ຢູ່​ວິ​ທະ​ຍາ​ໄລ Imperial ໃນ​ນະ​ຄອນຫຼວງ ລອນດນ ໄດ້​ກ່າວ​ວ່າ “ປະ​ຊາ​ຊົນ​ໄດ້​ທົນ​ທຸກ​ທໍ​ລະ​ມານ ແລະ ໄດ້​ເສຍ​ຊີ​ວິດ​ເວ​ລາ​ທີ່​ອຸນ​ຫະ​ພູມ​ໃນ​ເດືອນ​ເມ​ສາ​ໄດ້​ສູງ​ຂຶ້ນ​ໃນ​ທະ​ວີບ​ເອ​ເຊຍ. ຖ້າ​ມະ​ນຸດ​ຍັງ​ສືບ​ຕໍ່​ຈູດນ້ຳ​ມັນ​ເຊື້ອ​ໄຟ​ຟອ​ສ​ຊິ​ລ, ສະ​ພາບ​ອາ​ກາດ​ກໍ​ຈະ​ສືບ​ຕໍ່​ອຸ່ນ​ຂຶ້ນ, ແລະ ປະ​ຊາ​ຊົນ​ທີ່​ມີ​ຄວາມ​ສ່ຽງ​ກໍ​ຈະ​ສືບ​ຕໍ່​ເສຍ​ຊີ​ວິດ.”

ການ​ເສຍ​ຊີ​ວິດ​ຂອງ 28 ຄົນ​ທີ່​ກ່ຽວ​ຂ້ອງ​ກັບ​ອາຍ​ຮ້ອນ​ແມ່ນ​ຖືກ​ລາຍ​ງານ​ໃນ​ປະ​ເທດ ບັງ​ກ​ລາ​ແດັ​ສ, ພ້ອມ​ກັບ 5 ຄົນ​ໃນ ອິນ​ເດຍ ແລະ 3 ຄົນ​ໃນ​ເຂດ​ກາ​ຊາ​ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ. ການ​ເພີ່ມ​ຂຶ້ນ​ໃນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ອາຍ​ຮ້ອນ​ໄດ້​ຖືກ​ລາຍ​ງານ​ໃນ​ປະ​ເທດ ໄທ ແລະ ຟີ​ລິບ​ປິນ ໃນ​ປີນີ້​ອີງ​ຕາ​ມ​ການ​ສຶກ​ສາ​ດັ່ງ​ກ່າວ.

Sizzling heat across Asia and the Middle East in late April that echoed last year's destructive swelter was made 45 times more likely in some parts of the continent because of human-caused climate change, a study Tuesday found.

Scorching temperatures were felt across large swaths of Asia, from Gaza in the west — where over 2 million people face clean water shortages, lack of health care and other essentials amid the Israeli bombardment — to the Philippines in the southeast, with many parts of the continent experiencing temperatures well above 40 degrees Celsius (104 degrees Fahrenheit) several days in a row.

The study was released by the World Weather Attribution group of scientists, who use established climate models to quickly determine whether human-caused climate change played a part in extreme weather events around the world.

In the Philippines, scientists found the heat was so extreme it would have been impossible without human-caused climate change. In parts of the Middle East, climate change increased the probability of the event by about a factor of five.

"People suffered and died when April temperatures soared in Asia," said Friederike Otto, study author and climate scientist at Imperial College in London. "If humans continue to burn fossil fuels, the climate will continue to warm, and vulnerable people will continue to die."

At least 28 heat-related deaths were reported in Bangladesh, as well as five in India and three in Gaza in April. Surges in heat deaths have also been reported in Thailand and the Philippines this year according to the study.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG