ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂລກ ກໍາລັງກ້າວເຂົ້າສູ່ຍຸກ ແຫ່ງການຕິດຕັ້ງກໍາລັງອາວຸດໃໝ່


ກອງກໍາລງທະຫານ NATO ແລະສະວີເດັນ ກໍາລັງພາກັນຝຶກຊ້ອມຢູ່ຊາຍຫາດ ກັອດແລນ (Gotland beach) ລຸນຫຼັງການຝຶກທະຫານເຄິ່ງນໍ້າ ເຄິ່ງບົກ, ເຊິ່ງເປັນສ່ວນນຶ່ງຂອງການຝອກຊ້ອມໜ່ວຍທະຫານຂີປະນາວຸດທາງທະເລຂອງ BALTOPS, ໃນ ກັອຟຕາ (Tofta), ເມືອງ Gotland, ປະເທດສະວີເດັນ, ເມື່ອວັນທີ 7 ມິຖຸນາ 2022.
ກອງກໍາລງທະຫານ NATO ແລະສະວີເດັນ ກໍາລັງພາກັນຝຶກຊ້ອມຢູ່ຊາຍຫາດ ກັອດແລນ (Gotland beach) ລຸນຫຼັງການຝຶກທະຫານເຄິ່ງນໍ້າ ເຄິ່ງບົກ, ເຊິ່ງເປັນສ່ວນນຶ່ງຂອງການຝອກຊ້ອມໜ່ວຍທະຫານຂີປະນາວຸດທາງທະເລຂອງ BALTOPS, ໃນ ກັອຟຕາ (Tofta), ເມືອງ Gotland, ປະເທດສະວີເດັນ, ເມື່ອວັນທີ 7 ມິຖຸນາ 2022.

ອົງການຂ່າວ AFP ໃນນະຄອນຫຼວງສະຕັອກໂຮມລາຍງານວ່າ ຄາດການວ່າຈໍານວນອາວຸດນິວເຄລຍຢູ່ໃນໂລກນີ້ອາດຈະເພີ້ມຫຼາຍຂຶ້ນພາຍໃນທົດສະວັດໜ້າ, ລຸນຫຼັງ 35 ປີທີ່ໄດ້ຫຼຸດລົງມາ ໃນຂະນະທີ່ຄວາມເຄັ່ງຕຶງກຳລັງລຸກໄໝ້ຢູ່ໃນທົ່ວໂລກ ທ່າມກາງສົງຄາມຂອງ ຣັດເຊຍ ໃນ ຢູເຄຣນ, ອີງຕາມການກ່າວຂອງນັກວິໄຈໄດ້ກ່າວໃນວັນຈັນມື້ນີ້.

9 ມະຫາອຳນາດນິວເຄລຍລວມມີ ອັງກິດ, ຈີນ, ຝຣັ່ງ, ເກົາຫຼີເໜືອ, ປາກິສຖານ, ສະຫະລັດ ແລະ ຣັດເຊຍ ມີຫົວລົບນິວເຄລຍເຖິງ 12,705 ລູກໃນຕົ້ນປີ 2022 ຫຼື ໜ້ອຍກວ່າຕົ້ນປີ 2021 375 ລູກ, ອີງຕາມລາຍງານຈາກການຄາດຄະເນຂອງສະຖາບັນວິໄຈສັນຕິພາບສາກົນ ແຫ່ງນະຄອນຫຼວງສະຕັອກໂຮມ ຫຼື SIPRI.

ຈໍານວນໂຕເລກດັ່ງກ່າວໄດ້ຫຼຸດລົງມາຈາກຈໍານວນທີ່ສູງກວ່າ 7 ໝື່ນລູກໃນປີ 1986, ເນື່ອງຈາກສະຫະລັດ ແລະ ຣັດເຊຍ ໄດ້ຄ່ອຍໆຫຼຸດການສ້າງຄັງແສງຂະໜາດໃຫຍ່ລົງໃນຊ່ວງສົງຄາມເຢັນ.

ແຕ່ຍຸກແຫ່ງການປົດອາວຸດລົງນີ້ປາກົດວ່າກໍາລັງຈະສິ້ນສຸດລົງ ແລະຄວາມສ່ຽງຂອງຄວາມຮຸນແຮງດ້ານອາວຸດນິວເຄລຍແມ່ນຢູ່ໃນຈຸດສູງສຸດຂອງມັນໃນໄລຍະຫຼັງສົງຄາມເຢັນ, ອີງຕາມການກ່າວຂອງນັກວິໄຈແຫ່ງສະຖາບັນ SIPRI.

“ອີກບໍ່ດົນ, ພວກເຮົາກໍຈະກ້າວໄປເຖິງຈຸດທີ່ເປັນຄັ້ງທໍາອິດນັບຕັ້ງແຕ່ການສິ້ນສຸດຊ່ວງສົງຄາມເຢັນນັ້ນ, ຈໍານວນໂຕເລກຂອງອາວຸດນິວເຄລຍຢູ່ໃນທົ່ວໂລກ ອາດຈະເລີ້ມຕົ້ນເພີ້ມຂຶ້ນເປັນເທື່ອທໍາອິດ,” ທ່ານແມັດທ໌ ກໍດາ (Matt Korda) ນຶ່ງໃນຜູ້ຂຽນບົດລາຍງານ ກ່າວຕໍ່ອົງການຂ່າວ AFP.

“ນັ້ນເປັນເຂດແດນທີ່ຂ້ອນຂ້າງອັນຕະລາຍແທ້ໆ.”

ລຸນຫຼັງໄດ້ເຫັນການຫຼຸດລົງ “ພຽງເລັກນ້ອຍ” ໃນປີແລ້ວນີ້, “ມີການຄາດການວ່າ ຄັງອາວຸດນິວເຄລຍຈະເຕີບໃຫຍ່ຂະຫຍາຍໂຕຂຶ້ນໃນຊ່ວງທົດສະວັດໜ້ານີ້,” ສະຖາບັນ SIPRI ກ່າວ.

ໃນລະຫວ່າງສົງຄາມໃນ ຢູເຄຣນ, ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ນໍາສະເໜີການນໍາໃຊ້ອາວຸດນິວເຄລຍຢູ່ໃນຫຼາຍໆໂອກາດ.

ໃນຂະນະດຽວກັນ, ຫຼາຍໆປະເທດ ເຊິ່ງທັງ ຈີນ ແລະ ອັງກິດ ກໍາລັງຟື້ນຟູປັບປຸງ ຫຼື ເພີ້ມຄັງອາວຸດຂອງພວກເຂົາເຈົ້າຕື່ມຢ່າງເປັນທາງການ ຫຼື ຢ່າງບໍ່ເປັນທາງການ, ນັກວິໄຈແຫ່ງສະຖາບັນວິໄຈ SIPRI ກ່າວ.

Stockholm, Sweden (AFP) — The number of nuclear weapons in the world is set to rise in the coming decade after 35 years of decline as global tensions flare amid Russia's war in Ukraine, researchers said Monday.

The nine nuclear powers — Britain, China, France, India, Israel, North Korea, Pakistan, the United States and Russia — had 12,705 nuclear warheads in early 2022, or 375 fewer than in early 2021, according to estimates by the Stockholm International Peace Research Institute (SIPRI).

The number has come down from a high of more than 70,000 in 1986, as the U.S. and Russia have gradually reduced their massive arsenals built up during the Cold War.

But this era of disarmament appears to be coming to an end and the risk of a nuclear escalation is now at its highest point in the post-Cold War period, SIPRI researchers said.

"Soon, we're going to get to the point where, for the first time since the end of the Cold War, the global number of nuclear weapons in the world could start increasing for the first time," Matt Korda, one of the co-authors of the report, told AFP.

"That is really kind of dangerous territory."

After a "marginal" decrease seen last year, "nuclear arsenals are expected to grow over the coming decade," SIPRI said.

During the war in Ukraine, Russian President Vladimir Putin has on several occasions made reference to the use of nuclear weapons.

Meanwhile several countries, including China and Britain, are either officially or unofficially modernizing or ramping up their arsenals, the research institute said.

XS
SM
MD
LG