ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ພົບ​ປະ​ກັບ​ນາ​ຍົກ ສວີ​ເດັນ ໃນ​ຂະ​ນະ​ທີ່​ ເທີ​ກີ ໃຫ້​ສັນ​ຍານ ບໍ່​ຮວມ ສວີ​ເດັນ​ ເຂົ້າ​ອົງ​ການ NATO


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ຂວາ, ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສວີ​ເດັນ ທ່ານ ອ​ຸ​ຟ ຄ​ຣິ​ສ​ເຕີ​ສັນ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 5 ກໍ​ລະ​ກົດ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ຂວາ, ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສວີ​ເດັນ ທ່ານ ອ​ຸ​ຟ ຄ​ຣິ​ສ​ເຕີ​ສັນ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 5 ກໍ​ລະ​ກົດ 2023.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ພົ​ບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສວີ​ເດັນ ທ່ານ ອຸ​ຟ ຄ​ຣິ​ສ​ເຕີ​ສັນ ໃນ​ຂະ​ນະ​ທີ່​ທຳ​ນຽບ​ຂາວກຳ​ລັງເຮັດ​ວຽກ​ເພື່ອ​ຊັກ​ຊວນ ເທີ​ກີ ໃຫ້ຮັບ​ຮອງ​ເອົາ ສວີ​ເດັນ ເຂົ້າ​ອົງ​ການ NATO ກ່ອນກອງ​ປະ​ຊຸມ​ສຸດຍອດ​ຂອງ​ພັນ​ທ​ະ​ມິດ​ດັ່ງ​ກ່າວ​ໃນ​ນະ​ຄອນຫຼວງ ວິ​ລ​ນຽ​ສ, ປະ​ເທດ ລິ​ທົວ​ເນຍ ໃນ​ອາ​ທິດ​ໜ້າ.

ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ທ່ານ ຄ​ຣິ​ສ​ເຕີ​ສັນ ກ່ອນ​ການ​ພົບ​ປະ​ຂອງ​ພວກ​ເພິ່ນ​ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ພຸດ​ວານນີ້​ວ່າ “ສວີ​ເດັນ ຈະ​ເຮັດ​ໃຫ້​ພັນ​ທະ​ມິດ​ຂອງ​ພວກ​ເຮົາ​ແຂງ​ແກ່ນ​ຂຶ້ນກວ່າ​ເກົ່າ ແລະ ມີ​ຄຸນ​ຄ່າແບບດຽວ​ກັບ​ທີ່​ພວກ​ເຮົາ​ມີ​ໃນ​ອົງ​ການ NATO. ຂ້າ​ພະ​ເຈົ້າ​ຫວັງ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່​ແທ້ໆ​ວ່າ​ຈະ​ໄດ້​ທ່ານ​ເປັນ​ສະ​ມາ​ຊິກ.”

ສວີ​ເດັນ ແລະ ຟິນ​ແລນ ໄດ້​ປະ​ຖິ້ມ​ນະ​ໂຍ​ບາຍ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ການບໍ່​ເຂົ້າ​ຂ້າງ​ທາງ​ທະ​ຫານ​ກັບ​ໃຜ ແລະ ໄດ້​ສະ​ໝັກ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ລຸນຫຼັງ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ ໃນ​ປີ 2022.

ທ່ານ ຄ​ຣິ​ສ​ເຕີ​ສັນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຂໍ​ຂອບ​ໃຈ​ເປັນ​ຢ່າງ​ສູງ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງຫຼວງຫຼາຍ​ຂອງ​ທ່ານ​ສຳ​ລັບ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ຂອງ ສວີ​ເດັນ. ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​ສະ​ແຫວງ​ການ​ປົກ​ປ້ອງ​ແບບ​ດຽວ​ກັນ. ແຕ່​ພວກ​ເຮົາ​ຍັງ​ຄິດ​ວ່າ​ພວກ​ເຮົາ​ມີຫຼາຍ​ຢ່າງ​ທີ່​ຈະ​ປະ​ກອບ​ສ່ວນ, ຕໍ່​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທີ່​ສະ​ໜອງ​ໃຫ້​ສຳ​ລັບ​ອົງ​ການ NATO ທັງ​ໝົດ.”

ຟິນ​ແລນ ແມ່ນ​ຖືກ​ຮັບ​ເອົາ​ເປັນ​ອົງ​ການ NATO ຢ່າງ​ເຕັມ​ທີ່​ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ. ແຕ່​ການ​ພະ​ຍາ​ຍາມ​ຂອງ ສວີ​ເດັນ ແມ່ນບໍ່​ໄດ້​ຮັບການ​ໃຫ້​ສັດ​ຕະ​ຍາ​ບັນ​ໂດຍປະ​ເທດ ເທີ​ກີ ແລະ ຮັງ​ກາ​ຣີ, ໃນ​ຂັ້ນ​ຕອນ​ທີ່​ຕ້ອງ​ເປັນ​ເອ​ກະ​ສັນ​ໂດຍ​ສະ​ມາ​ຊິກ​ປັດ​ຈຸ​ບັນ​ທັງ​ໝົດ.

ລັດ​ຖະ​ບານ ອັງ​ກາ​ຣາ ໄດ້​ກ່າວ​ຫາ ສວີ​ເດັນ ວ່າ​ມີ​ການ​ຜ່ອນ​ຜັນຫຼາຍ​ໂພດ​ຕໍ່​ພວກ​ຫົວ​ຮຸນ​ແຮງ ອົງ​ການ ເຄີ​ດິ​ສ ທີ່​ເທີ​ກີ ໄດ້​ພິ​ຈາ​ລະ​ນາ​ດັ່ງ​ກັບ​ກຸ່ມ​ກໍ່​ການ​ຮ້າຍ. ເທີ​ກີ ໄດ້​ຮຽກ​ຮ້ອງ​ການ​ປະ​ຕິ​ຮູບ ແລະ ໃຫ້ ສວີ​ເດັນ ປະ​ກາດ​ເປັນ​ກົດ​ໝາຍ, ລວມ​ທັງ​ກົດ​ໝາຍ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ໃໝ່. ແຕ່​ມັນ​ເບິ່ງ​ຄື​ບໍ່​ແນ່ນອນ​ຍິ່ງ​ຂຶ້ນ​ວ່າການ​ເປັນ​ສະ​ມາ​ຊິກ​ຂອງ ສວີ​ເດັນ ຈະ​ຖືກ​ອະ​ນຸ​ມັດ​ໃຫ້​ທັນ​ເວ​ລາ​ຂອງການ​ເລີ່ມຕົ້ນ​ກອງ​ປະ​ຊຸມ​ສຸດຍອດ ວິ​ລ​ນຽ​ສ ໃນ​ເດືອນ​ກໍ​ລະ​ກົດ​ນີ້​ຫຼື​ບໍ່.

ທ່ານ ຄ​ຣິ​ສໂຕ​ເຟີ ສ​ກູ​ລາ​ບາ, ຜູ້​ທີ່​ນຳ​ພາໂຄງ​ການ​ລິ​ເລີ່ມ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂ້າມ​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ ຢູ່​ສູນ​ກາງ ສ​ໂກ​ຄ​ຣອ​ຟ (Scowcroft) ຂອງ​ສະ​ພາ ແອັດ​ແລນ​ຕິກ ໄດ້​ກ່າວ​ວ່າ “ທັງ​ໝົດ​ນີ້​ແມ່ນ​ຢູ່​ໃນ​ກຳ​ມື​ຂອງ​ຄົນ​ຜູ້​ດຽວ, ໃນ​ຄວາມ​ຄິດ​ຂອງ​ຄົນ​ຜູ້​ດຽວ, ນັ້ນ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ. ເວ​ລາ​ທີ່​ລາວ​ຕັດ​ສິນ​ໃຈ​ທີ່​ຈະ​ດີດ​ມື​ຂອງ​ລາວ​ແມ່ນ​ການ​ຄາດ​ເດົາ​ຂອງ​ໝົດ​ທຸກ​ຄົນ. ແຕ່​ຖ້າ​ຂ້າ​ພະ​ເຈົ້າ​ຕ້ອງໄດ້ເດົາ, ເຮົາ​ມີ​ຄວາມເປັນ​ໄປ​ໄດ້​ວ່າ​ຈະ​ເຫັນສະ​ຖາ​ນະ​ການ​ບາງ​ຢ່າງ​ຢູ່​ໃນ​ກອງ​ປະ​ຊຸມ ວິ​ລ​ນຽ​ສ ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG