ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍຄວາມຂອງ ທ່ານນາງ ຊູ ຈີ ກໍານົດທີ່ຈະໂຕ້ແຍ້ງໃນການພິຈາລະນາຄະດີຂັ້ນສຸດທ້າຍ ຂອງລັດຖະບານທະຫານ


ແຟ້ມ-ຢູ່ໃນພາບທີ່ຖ່າຍເມື່ອວັນທີ 28 ກຸມພາ 2021, ຜູ້ປະທ້ວງພາກັນຍົກປ້າຍທີ່ມີພາບຂອງຜູ້ນໍາພົນລະເຮືອນ ທ່ານນາງ ອອງ ຊານ ຊູ ຈີ ໃນລະຫວ່າງການປະທ້ວງຕໍ່ຕ້ານການເຮັດລັດຖະປະຫານຂອງພວຫທະຫານ ໃນນະຄອນຫຼວງເນປີດໍ, ປະເທດມຽນມາ.
ແຟ້ມ-ຢູ່ໃນພາບທີ່ຖ່າຍເມື່ອວັນທີ 28 ກຸມພາ 2021, ຜູ້ປະທ້ວງພາກັນຍົກປ້າຍທີ່ມີພາບຂອງຜູ້ນໍາພົນລະເຮືອນ ທ່ານນາງ ອອງ ຊານ ຊູ ຈີ ໃນລະຫວ່າງການປະທ້ວງຕໍ່ຕ້ານການເຮັດລັດຖະປະຫານຂອງພວຫທະຫານ ໃນນະຄອນຫຼວງເນປີດໍ, ປະເທດມຽນມາ.

ສານຂອງລັດຖະບານທະຫານມຽນມາຄາດວ່າ ຈະຮັບຟັງຂໍ້ໂຕ້ແຍ້ງຂັ້ນສຸດທ້າຍ ສໍາລັບຂໍ້ກ່າວຫາທີ່ຍັງເຫຼືອກ່ຽວກັບການຂັງຄຸກຜູ້ນໍາປະຊາທິປະໄຕ ທ່ານນາງ ອອງ ຊານ ຊູ ຈີ ໃນວັນຈັນມື້ນີ້, ລຸນຫຼັງສະພາຄວາມໝັ້ນຄົງຂອງອົງການ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ມີການປ່ອຍໂຕຂອງທ່ານນາງ, ອີງຕາມ ລາຍງານຂອງອົງການຂ່າວ AFP.

ທ່ານນາງ ຊູຈີ ໄດ້ຖືກຂັງຄຸກນັບຕັ້ງແຕ່ພວກທະຫານໄດ້ເຂົ້າມາຢຶດອໍານາດຈາກ ລັດຖະບານຂອງທ່ານນາງໃນເດືອນກຸມພາ ປີ 2021, ເຊິ່ງເປັນການຍຸຕິລະ ບອບປະຊາທິປະໄຕໃນໄລຍະເວລາສັ້ນໆຂອງປະເທດຢູ່ໃນຂົງເຂດເອເຊຍຕາ ເວັນອອກສຽງໃຕ້ແຫ່ງນີ້.

ຜູ້ທີ່ໄດ້ຮັບລາງວັນໂນເບລ ອາຍຸ 77 ປີ, ໄດ້ຖືກຕັດສິນວ່າມີຄວາມຜິດໃນ 14 ຂໍ້ຫາ ນັບຕັ້ງແຕ່ການສໍ້ລາດບັງຫຼວງໄປຮອດ ການນໍາເຂົ້າເຄື່ອງຮັບສົ່ງສັນຍານ ວິທະຍຸທີ່ຜິດກົດໝາຍ, ແລະການຝ່າຝືນຄວາມລັບຂອງທາງການ.

ກຸ່ມສິດທິມະນຸດໄດ້ປະນາມຕໍ່ການພິຈາລະນາຄະດີດັ່ງກ່າວນີ້ວ່າ ເປັນເລື້ອງ ຫຼອກລວງບໍ່ມີຄວາມຈິງ, ແລະໃນວັນພຸດທີ່ຜ່ານມາ ສະພາຄວາມໝັ້ນຄົງຂອງ ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ລັດຖະບານທະຫານຈົ່ງປ່ອຍໂຕ ທ່ານນາງຊູຈີ ໃນການລົງມະຕິຄັ້ງທໍາອິດກ່ຽວກັບສະຖານະການໃນປະເທດ ມຽນມາ ນັບຕັ້ງແຕ່ມີການກໍ່ລັດຖະປະຫານ.

ການລົງມະຕິດັ່ງກ່າວ ເປັນຊ່ວງເວລາແຫ່ງຄວາມສາມັກຄີກັນຂອງສະພາ ແຕ່ບັນດາສະມາຊິກຖາວອນ ແລະພັນທະມິດທີ່ໃກ້ຊິດກັບລັດຖະບານທະຫານ ເຊັ່ນ ຣັດເຊຍ ແລະ ຈີນ ໄດ້ປະຕິເສດການອອກສຽງ, ໂດຍເລືອກທີ່ຈະບໍ່ໃຊ້ ສິດຄັດຄ້ານ ຫຼັງຈາກການແກ້ໄຂຂໍ້ຄວາມ.

ທີມງານທີ່ຖືກຕ້ອງຕາມກົດໝາຍຂອງ ທ່ານນາງ ຊູ ຈີ ແລະທະນາຍຄວາມ ຂອງລັດຖະບານທະຫານ ມີກໍານົດທີ່ຈະໂຕ້ແຍ້ງຂັ້ນສຸດທ້າຍທີ່ພົວພັນກັບຂໍ້ ກ່າວຫາກ່ຽວກັບການສໍ້ລາດບັງຫຼວງທີ່ຍັງເຫຼືອຢູ່ໃນວັນຈັນມື້ນີ້, ອີງຕາມແຫຼ່ງ ຂ່າວທີ່ມີ​ຄວາມຮູ້ກ່ຽວກັບຄະດີດັ່ງກ່າວ.

ແຫຼ່ງຂ່າວກ່າວວ່າ ຈະໄດ້ຮັບຄໍາຕັດສິນດັ່ງກ່າວ “ຫຼັງຈາກຂັ້ນຕອນທີ່ກ່າວມາ,” ເຊິ່ງໄດ້ກ່າວເພີ້ມວ່າ ຍັງບໍ່ໄດ້ມີການກໍານົດວັນທີແຕ່ຢ່າງໃດ.

ຄໍາຕັດສິນກ່ຽວກັບການພິຈາລະນາຄະດີໃນຄັ້ງທີ່ຜ່ານມາຂອງ ທ່ານນາງ ຊູ ຈີ, ໂດຍປົກກະຕິແລ້ວມີຂຶ້ນພຽງບໍ່ເທົ່າໃດມື້ລຸນຫຼັງການໂຕ້ແຍ້ງໃນຂັ້ນສຸດທ້າຍ.

​ແຕ່​ລະ​ຂໍ້​ກ່າວ​ຫາ​ການສໍ້ລາດບັງຫຼວງມີໂທດຂັງຄຸກສູງສຸດ 15 ປີ. ໃນກໍລະນີ ການສໍ້ລາດບັງຫຼວງທີ່ຜ່ານມາ, ໂດຍທົ່ວໄປແລ້ວສານໄດ້ຕັດສິນຂັງຄຸກ ທ່ານນາງ ຊູ ຈີ ເປັນເວລາສາມປີຕໍ່ນຶ່ງຂໍ້​ກ່າວຫາ.

A Myanmar junta court is expected to hear closing arguments for the last remaining charges against jailed democracy leader Aung San Suu Kyi on Monday, after the UN Security Council called for her release.

Suu Kyi has been a prisoner since the military toppled her government in February 2021, ending the Southeast Asian nation's brief period of democracy.

The Nobel laureate, 77, has already been found guilty on 14 charges ranging from corruption to illegally importing walkie-talkies and breaching the official secrets act.

Rights groups have slammed the trial as a sham, and on Wednesday the UN Security Council called on the junta to release Suu Kyi in its first ever resolution on the situation in Myanmar since the coup.

The resolution marked a moment of relative Council unity after permanent members and close junta allies China and Russia abstained, opting not to wield vetoes following amendments to the wording.

Suu Kyi's legal team and junta lawyers are due to make final arguments relating to five remaining charges of corruption on Monday, according to a source with knowledge of the case.

The verdict will be given "after that stage", the source said, adding a date had not yet been set.

Verdicts in Suu Kyi's previous trials have typically come days after final arguments.

Each corruption charge carries a maximum jail term of 15 years. In previous corruption cases, the court has generally sentenced Suu Kyi to three years per charge.

XS
SM
MD
LG