ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ 6 ຄົນເສຍຊີວິດ ຍ້ອນການໂຈມຕີ ຂອງເຮືອບິນບໍ່ມີຄົນຂັບ ທີ່ເຢເມັນ (ວີດີໂອ)


yemen12may14
please wait
Embed

No media source currently available

0:00 0:00:37 0:00

ເບິ່ງວີດີໂອ ເລື້ອງນີ້

ການ​ໂຈມ​ຕີ​ຂອງ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ລຳ​ນຶ່ງ ຫລື​ຍົນ​ drone
ທີ່​ສົງ​ໄສ​ວ່າແມ່ນ​ຂອງ​ສະຫະລັດ ​ໄດ້​ສັງຫານ​ພວກ​ນັກ​ຕໍ່ສູ້​ຫົວ
​ຮຸນ​ແຮງ​ເຄືອຂ່າຍ​ ອາລ ​ກາ​ອິດາ 6 ຄົນ ​ໃນ​ປະ​ເທດ​ເຢ​ເມັນ.

ບັນດາ​ເຈົ້າ​ໜ້າ​ທີ່ເຢ​ເມັນ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ
​ໃນ​ວັນ​ຈັນມື້​ນີ້ ​ໄດ້​ແນ​ເປົ້າ​ໃສ່​ລົດ​ຄັນ​ນຶ່ງ ທີ່​ບັນທຸກ​ພວກ​ຫົວ​
ຮຸນ​ແຮງໄປ ໃນ​ແຂວງ Marib ​ທາງ​ກ້ຳ​ຕາ​ເວັນອອກ​ຂອງ​
ນະຄອນຫຼວງ Sanaa.

ສະຫະລັດ​ບໍ່​ໄດ້​ມີ​ຄວາມ​ເຫັນໃດໆ ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ
ຍົນ​ drone ​ລຳ​ນີ້ ​ແຕ່​ເຄີຍ​ໃຊ້​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ນີ້ ​ຊ້ຳ​ແລ້ວ​
ຊ້ຳອີກ ​ເພື່ອ​ແນ​ເປົ້າ​ໃສ່​ພວກ​ສະມາຊິກ​ຂອງ​ເຄືອ​ຂ່າຍ al-Qaidaໃນ​ເຢ​ເມັນ​ນັ້ນ.

ການ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນ​ ໃນ​ຂະນະ​ທີ່​ທະຫານ​ຂອງ​ເຢ​ເມັນ​ສືບ​ຕໍ່​ທຳ​ການ​ບຸກ​
ໂຈມ​ຕີ ​ເພື່ອ​ພະຍາຍາມ​ຂັບ​ໄລ່​ພວກ al-Qaida ອອກ​ຈາກ​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​
ພວກ​ເຂົາ ​ໃນ​ພາກ​ໃຕ້​ຂອງ​ປະເທດ. ກອງທັບ​ເຢ​ເມັນ ກ່າວ​ວ່າ ຕົນ​ໄດ້​ສັງຫານ​ພວກ
​ຫົວ​ຮຸນ​ແຮງ​ຫຼາຍ​ສິບ​ຄົນ ນັບ​ແຕ່​ໄດ້​ເລີ້ມ​ອອກ​ປະຕິບັດ​ງານ ​ເມື່ອ 2 ອາທິດ​ຜ່ານ​ມາ.

​ພວກອາລ ​ກາ​ອິດາ ​ໃນ​ແຫຼມ​ອາ​ເຣ​ເບຍ ​ແມ່​ນນຶ່ງ​ໃນ​ບັນດາ​ສາຂາທີ່​ແຂງ​ຂັນ​ທີ່​ສຸດ
ຂອງ​ກຸ່ມກໍ່​ການ​ຮ້າຍ​ດັ່ງກ່າວ ​ແລະ​ໄດ້ທຳ​ການ​ໂຈມ​ຕີ​ມາ​ຫຼາຍ​ຄັ້ງ​ຕໍ່​ເປົ້າ​ໝາຍ​ຕ່າງໆ
​ທາງ​ທະຫານ ຕະຫຼອດ​ທັງ​ຕໍ່​ພວກ​ນັກ​ທ່ອງ​ທ່ຽວ ​ແລະ​ພວກ​ນັກ​ການ​ທູດ​ ໃນ​ຫວ່າງ​
ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້.

ພວກ​ທີ່​ສົງ​ໄສ​ວ່າ​ເປັນພວກ​ຫົວ​ຕໍ່ສູ້​ຮຸນ​ແຮງ ​ໄດ້​ທຳການ​ໂຈມ​ຕີແກ້​ແຄ້ນ​ຄືນ​ຫລາຍໆ​
ຄັ້ງ ​ເພື່ອ​ຕອບ​ໂຕ້​ຕໍ່​ການປະຕິບັດ​ງານ​ກວດ​ລ້າງ​ພວກ​ເຂົາ ​ຂອງ​ກອງທັບເຢ​ເມັນນັ້ນ ຊຶ່ງຮວມທັງ​ການວາງ​ລະ​ເບີດ​ສະຫລະ​ຊີບ​ໃນ​ວັນ​ອາທິດວານ​ນີ້ ທີ່​ໄດ້​ສັງຫານ​ພວກ
​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຢ່າງ​ໜ້ອຍ 12 ຄົນ ຢູ່​ນອກ​ສະຖານີ​ຕຳຫຼວດ​ແຫ່ງ​ນຶ່ງໃນ​ເມືອງ
Mukalla.
XS
SM
MD
LG