ຜູ້ທີ່ປະກາດຕົນເອງເປັນຄົນຜິວຂາວຈຳແນກຜິວພັນ ທີ່ຖືກກ່າວຫາ ໃນການຍິງສັງຫານ
ໝູ່ທີ່ຮ້າຍແຮງ ເມື່ອເດືອນແລ້ວນີ້ ຢູ່ທີ່ວັດອິສລາມສອງແຫ່ງ ໃນນິວຊີແລນ ນັ້ນ ຈະຖືກ
ຟ້ອງ ໃນຂໍ້ຫາຄາດຕະກຳ ລວມທັງໝົດ 50 ກະທົງ.
ເຈົ້າໜ້າທີ່ຕຳຫຼວດ ກ່າວວ່າ ທ້າວເບຣັນຕັນ ແຮຣິສ ແທເຣັນ ອາຍຸ 28 ປີ ຊຶ່ງ ເປັນຄົນ
ອອສເຕຣເລຍ ຍັງຈະຖືກຟ້ອງໃນຂໍ້ຫາພະຍາຍາມຄາດຕະກຳ 39 ກະ ທົງ ໃນເວລາ
ທີ່ລາວ ໄປປາກົດໂຕຢູ່ສານສູງສຸດຄັ້ງທີສອງ ໃນວັນສຸກມື້ອື່ນ ທີ່ ເມືອງໄຄຣສເຊີດຈ໌.
ທ້າວແທເຣັນ ຈະທຳການປາກົດໂຕ ໂດຍຜ່ານການເຊື່ອມ ໂຍງດ້ວຍວີດີໂອ ຈາກຄຸກ
ທີ່ມີລະບົບການຮັກສາຄວາມປອດໄພສູງສຸດ ໃນນະ ຄອນ ອອກແລນ. ຜູ້ກ່ຽວ ຈະບໍ່ຖືກ
ບັງຄັບໃຫ້ຮັບສາລະພາບແຕ່ຢ່າງໃດ ໃນລະ ຫວ່າງ ການກ່າວຟ້ອງຂອງສານນັ້ນ.
ທ້າວແທເຣັນ ໃນເບື້ອງຕົ້ນ ໄດ້ຖືກຟ້ອງໃນຂໍ້ຫາດຽວໃນການຄາດຕະກຳ ໃນເວລາທີ່
ຜູ້ກ່ຽວໄດ້ຖືກຈັບກຸມໃນການໂຈມຕີຕໍ່ວັດອິສລາມ ອາລ-ນົວ ແລະ ລິນວູດ ເມື່ອວັນທີ
15 ມີນາ ດ້ວຍການໃຊ້ອາວຸດປືນ ເຄິ່ງອັດຕະໂນມັດ. ໃນການກ່າວ ຄຳປາໄສ ທີ່ສະ
ເທືອນໃຈ ບໍ່ເທົ່າໃດວັນຫຼັງຈາກການສັງຫານໝູ່ນັ້ນ ນາຍົກລັດ ຖະມົນຕີ ຈາຊິນດາ
ອາຣເດີນ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາຈົ່ງຮ່ວມ ກັນກັບທ່ານນາງ ໃນການບໍ່
ກ່າວເຖິງຊື່ ຂອງທ້າວແທເຣັນ ອີກຕໍ່ໄປ.
ທ່ານນາງອາຣເດີນ ໄດ້ກ່າວວ່າ ທ່ານນາງ ກໍເປັນຜູ້ນຶ່ງ ໃນຈຳນວນ 30 ຄົນ ທີ່ໄດ້ຮັບບົດ
ປະກາດ 74 ໜ້າ ຂອງຜູ້ທີ່ປະກາດຕົນເອງ ເປັນຄົນຜິວຂາວຈຳ ແນກຜິວພັນ ທາງອີເມລ
ໂດຍທ້າວແທເຣັນ 9 ນາທີ ກ່ອນໜ້າການໂຈມຕີ ທີ່ ຜູ້ກ່ຽວໄດ້ກ່າວອ້າງໄປນັ້ນ. ໃນບົດ
ປະກາດດັ່ງກ່າວ ທ້າວແທເຣັນ ໄດ້ອ້າງວ່າ ຕົນປະນາມພວກຊາວມຸສລິມ ແລະເອີ້ນພວກ
ຄົນເຂົ້າເມືອງວ່າ ເປັນ “ພວກຮຸກຮານ.”