ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກລອດຊີວິດ ຈາກການປະຫັດປະຫານ ພາກັນປາກເວົ້າອອກມາ ຕໍ່ຕ້ານຄວາມກຽດຊັງ


ທ່ານ ແຊມ ບຣາວນ໌ແບັກ ເອກອັກຄະລັດຖະທູດຂອງ ສຫລ ກ່ຽວກັບເສລີພາບດ້ານການນັບຖືສາສະໜາໃນທົ່ວໂລກ
ທ່ານ ແຊມ ບຣາວນ໌ແບັກ ເອກອັກຄະລັດຖະທູດຂອງ ສຫລ ກ່ຽວກັບເສລີພາບດ້ານການນັບຖືສາສະໜາໃນທົ່ວໂລກ

ພວກລັດຖະມົນຕີກະຊວງຕ່າງປະເທດຈາກ 100 ປະເທດ ໄດ້ເຂົ້າຮ່ວມ ກັບພວກ
ລອດຊີວິດມາໄດ້ ຈາກການ​ສັງ​ຫານ​ໝູ່ ຢູ່ໂບດ ຢູ່ວັດມຸສລິມ ແລະວັດ ສາສະໜາ ​ຢິວ
ເພື່ອຮຽກຮ້ອງ ໃຫ້ມີການຜ່ອນສັ້ນຜ່ອນຍາວ ແລະການເຄົາລົບ ນັບຖືອິດສະລະພາບ
ດ້ານສາສະໜາ ແລະສາສະໜາຕ່າງໆ ໃນທົ່ວໂລກ ໃນວັນ ອັງຄານຜ່ານມາ. ຊິນດີ
ເຊນ ນັກຂ່າວດ້ານການທູດ ຂອງວີໂອເອ ມີລາຍງານ ເລື້ອງນີ້ຕື່ມຈາກກະຊວງການ
ຕ່າງປະເທດຊຶ່ງສາລີ ຈະນຳລາຍລະອຽດມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານ ໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດ ກັບເອກອັກຄະລັດ ຖະທູດ ອິດສະຫລະພາບດ້ານສາສະໜາ ຂອງ​ສະ​ຫະ​ລັດ ທ່ານແຊມ ບຣາວນ໌-ແບັກ ກ່າວວ່າ ກອງປະຊຸມສຸດຍອດຂອງອິດສະຫລະພາບດ້ານສາສະໜາເທື່ອ ນີ້ ແມ່ນມີຈຸດປະສົງ
ເພື່ອນຳເອົາຜູ້ຄົນທີ່ມີຄວາມເຊື່ອຖືແຕກຕ່າງກັນ ເຂົ້າມາຫາ ກັນ ໃນຕໍ່ໜ້າ ຂອງການ
ປະຫັດປະຫານ ດ້ານສາສະໜາ ແລະການໂຈມຕີທີ່ມີ ການເອົາຊີວິດຜູ້ຄົນໄປ ຢູ່ໃນ
ສະຖານທີ່ສັກກາລະບູຊາແຫ່ງຕ່າງໆ ຊຶ່ງທ່ານໄມຄ໌ ພອມພຽວ ລັດຖະມົນຕີການຕ່າງ
ປະເທດ ເວົ້າວ່າ:

“ໝົດທຸກຄົນ ຢູ່ໃນທຸກຫົນແຫ່ງຢູ່ທົ່ວໂລກ ຈະຕ້ອງໄດ້ຮັບອະນຸຍາດໃຫ້ປະຕິບັດ ຄວາມ
ເຊື່ອຖືຂອງພວກເຂົາເຈົ້າ ຢ່າງເປີດແປນ ຢູ່ບ້ານເຮືອນຂອງເຂົາເຈົ້າ ຢູ່ ສະຖານທີ່ສັກ
ກາລະບູຊາຂອງເຂົາເຈົ້າ ຢູ່ຈະຕຸລັດສາທາລະນະແລະເຊື່ອຖືໃນສິ່ງທີ່ພວກເຂົາເຈົ້າ
ຢາກເຊື່ອຖື.”

ພວກລອດຊີວິດມາໄດ້ ຈາກການປະຫັດປະຫານແລະການໂຈມຕີເມື່ອມໍ່ໆມານີ້ ໄດ້
ເລົ່າເຫດການ ທີ່ມີພະລັງແຮງສູ່ຟັງ ຊຶ່ງມີລວມທັງ ນາເດຍ ມູຣາດ ທີ່ຖືສາ ສະໜາຢາ
ຊີດີຜູ້ນຶ່ງ ທັງເປັນອະດີດຜູ້ຖືກຈັບໂດຍກຸ່ມໄອຊິສ ໃນພາກເໜືອຂອງ ອີຣັກນັ້ນ ທີ່ໄດ້
ຮັບລາງວັນໂນແບລ ຂະແໜງສັນຕິພາບ ທີ່ເວົ້າວ່າ:

“ປະຫວັດສາດ ແລະການສຶກສາຄົ້ນຄວ້າ ໄດ້ສອນໃຫ້ພວກເຮົາຊໍ້າແລ້ວຊໍ້າອີກ ວ່າ ການຂ້າລ້າງຜານເຊື້ອຊາດ ແມ່ນຈະມີໄປເລື້ອຍໆ. ພວກ ຢາຊີດີ ເກືອບ 350,000
ຄົນ ຍັງຕົກຄ້າງກະຈັດກະຈາຍຢູ່ໃນສູນໄອດີພີໃນເຂດ​ເຄີດ​ດິ​ສ​ຕານ. ພວກແມ່ຍິງ ແລະເດັກນ້ອຍຢາຊີດີ ຫລາຍກວ່າ 3,000 ຄົນ ຍັງຫາຍສາບສູນ ຢູ່. ໃນປີ 2014 ປະ
ຊາຄົມນາໆຊາດ ໄດ້ປຸກລະດົມການຊ່ອຍເຫຼືອຊາວຢາຊີດີ ໃນທຸກມື້ນີ້ ສ່ວນໃຫຍ່
ແລ້ວແມ່ນວ່າ ຊາວຢາຊີດີ ​ແມ່ນໄດ້ຖືກ​ຫຼົງ​ລືມ.”

ຢາມີນີ ຣາວີດຣານ ລອດຊີວິດມາໄດ້ ຈາກການຍິງສັງຫານ ຢູ່ໂບດຄຣິສຕຽນໃນ ເທດ
ສະການບຸນອິສເຕີ ວັນອາທິດປີນີ້ ໃນສີລັງກາ ຊຶ່ງຜູ້ກ່ຽວເວົ້າວ່າ:

“ໄດ້ມີແຮງກະທົບຢ່າງໃຫຍ່ ຕໍ່ປະຊາຄົມຂອງພວກເຮົາ ໂດຍສະເພາະໃນປະຊາ ຄົມຊາວຄຣິສຕຽນ ມັນໄດ້ປະຖິ້ມໄວ້ກັບພວກເຮົາ ຄວາມຢ້ານກົວໃນທາງຈິດຕະ
ສາດ ແບບບໍ່ເຄີຍມີມາກ່ອນ.

ຟາຣີດ ອາກເມັດ ລອດພົ້ນມາໄດ້ຈາກ ການຍິງສັງຫານທີ່ວັດມຸສລິມໃນເມືອງ ໄຄຣ
ເຊີກສ໌ ປະເທດນິວຊີແລນ ແຕ່ເມຍຂອງລາວໄດ້ເສຍຊີວິດໄປ ໃນເວລາທີ່ ລາວພະຍາ
ຍາມຊຸກເກົ້າອີ້ເລື່ອນ ຂອງລາວອອກໄປຂ້າງນອກ. ລາວເວົ້າວ່າ ຄວາມເຊື່ອຖືຂອງ
ລາວ ສັ່ງສອນລາວໃຫ້ອະໂຫສິກຳໃຫ້ແກ່ຜູ້ສັງຫານ ຊຶ່ງລາວ ເວົ້າວ່າ:

“ຄຳພີ ກໍຣ່ານ ໄດ້ສັ່ງສອນຂ້ອຍວ່າ ຖ້າຜູ້ເຮັດຊົ່ວໃຫ້ເຈົ້າ ເຈົ້າຄວນຕອບເຂົາ ຄືນ ດ້ວຍ
ຄວາມດີ. ຖ້າຜູ້ໃດສ້າງຄວາມໂຫດຮ້າຍ ໃຫ້ຕອບຄືນໃນທາງກົງກັນ ຂ້າມ. ໝາຍຄວາມ
ວ່າ ຖ້າລາວເອົາຄວາມກຽດຊັງ ມາໃຫ້ຂ້ອຍ ຂ້ອຍຈະເອົາ ຄວາມຮັກໃຫ້ລາວຄືນ.”

ພວກລອດຊີວິດມາທັງຫລາຍພາກັນເວົ້າວ່າ ໂສກນາດຕະກຳດັ່ງກ່າວ ໄດ້ຊ່ອຍ ໃຫ້ຜູ້
ຄົນທີ່ມີຄວາມເຊື່ອຖືຕ່າງກັນ ສາມະຄີກັນ ເພື່ອຕໍ່ຕ້ານຄວາມບໍ່ໃຫ້ອະໄພ ແລະຄວາມ
ກຽດຊັງ."

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG