ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາວກຳປູເຈຍ ທີ່ຖືກໄລ່ ອອກຈາກທີ່ດິນ ປະເຊີນກັບ ບັນຫາຕ່າງໆນາໆ


Cambodian Land Grabs Threaten Traditional Communities
please wait

No media source currently available

0:00 0:03:17 0:00

ເບິ່ງວີດີໂອ ລາຍງານນີ້

ອີງ​ຕາມ​ການ​ສຳ​ຫລວດ​ຄັ້ງ​ໃໝ່ ຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ ​ໃນ​
ກຳປູ​ເຈຍນັ້ນ ກໍ່​ໃຫ້​ເກີດ​ມີ ຄວາມ​ບໍ່ໝັ້ນ​ຄົງ​ໃນ​ວຽງ​ງານ ພາໃຫ້
ເກີດສະພາບ​ທຸກ​ຈົນ ຄວາມບໍ່ໝັ້ນຄົງໃນດ້ານອາຫານ​ການ​ກິນ
​ ​ແລະ ​ໄດ້​ເຮັດ​ໃຫ້​ມີຄວາມ​ບໍ່ໝັ້ນ​ຄົງ ​ໃນ​ດ້ານ​ຮ່າງກາຍ ​ແລະ
ສະພາບ​ຈິດໃຈ ເພີ້ມຂຶ້ນ ນຳດ້ວຍ.

ບົດ​ລາຍ​ງານທີ່ຍາວ​ 110 ໜ້າ ຂອງການ​ສຳ​ຫລວດ​ດັ່ງກ່າວ
ທີ່​ມີ​ຊື່​ວ່າ “ຄວາມ​ໝັ້ນຄົງຂອງ​ມະນຸດ ​ແລະ ​ສິດທິ​ໃນ​ການ​
ຄຸ້ມ​ຄອງ​ທີ່​ດິນ ​ໃນ​ກຳປູ​ເຈຍ ຫຼື Human Security and
Land Rights in Cambodia”
ຊຶ່ງ​ໄດ້​ດຳ​ເນີນ​ງານ​ໂດຍ
ສະ​ຖາ​ບັນກຳປູ​ເຈຍ ເພື່ອ​ການ​ຮ່ວມ​ມື ​ແລະ ​ ສັນຕິພາບ ຫຼື
Cambodia Institution for Cooperation and Peace ທີ່​ໄດ້​ຮັບ​ທຶນ​ ຈາກສະຖານທູດ
ອັງກິດ ຢູ່​ໃນ​ນະຄອນຫລວງພະນົມ​ເປັນ ໄດ້​ພົບວ່າ ຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ​ຕ່າງໆ ​ແມ່ນ​ກໍ່​
ໃຫ້​ເກີດ​ມີ​ຄວາມ​ບໍ່​ໝັ້ນຄົງ ​ຕໍ່​ສະພາ​ບການ​ເປັນ​ຢູ່ ​ຄວາມທຸກ​ຍາກ ​ແລະ ​ເຮັດ​ໃຫ້ເຈັບ​ປ່ວຍ
​ທາງ​ຈິດໃຈ. ສຳ​ຫລັບພວກຄົນ​ທີ່​ມີ​ການ​ສຶກສາ​ໜ້ອຍ ຫຼື ບໍ່​ມີ​ເລີຍ​ນັ້ນ ພ້ອມ​ທັງ ພວກ​ແມ່
ໝ້າຍ ​ແມ່ນ​ສ່ວນ​ໃຫຍ່ ​ເປັນ​ພວກ​ທີ່ຖືກ​ເອົາ​ລັດ​ເອົາ​ປຽບ ຂອງ​ການ​ຢຶດ​ເອົາ​ທີ່​ດິນ ​ໃນ​
ກຳປູ​ເຈຍ.

ບົດ​ລາຍ​ງານ ​ໄດ້​ສຳ​ຫລວດ​ເບິ່ງ ປະ​ມານ 400 ຄົນ ຈາກ​ຊຸມ​ຊົນຕ່າງໆ ​ໃນນະຄອນຫລວງ
Phnom Penh ແຂວງ Kampong Chnang ​ແລະ Ratanakkiri.

ທ່ານ Pou Savachana ຜູ້​ຂຽນ​ບົດ​ລາຍ​ງານຮ່ວມ ຂອງການ​ສຳ​ຫລວດ​ນີ້ ​ແລະ ​ເປັນ
​ຮອງ​ອຳນວຍ​ການ ຂອງສະຖາບັນ Cambodia Institution for Cooperation and
Peace ກ່າວ​ວ່າ ບົດ​ລາຍ​ງານ​ໄດ້​ເນັ້ນ​ໃຫ້​ເຫັນ ​ເຖິງ​ຄວາມ​ຈຳ​ເປັນ ​ທີ່ຈະ​ຕ້ອງ​ໃຫ້​ມີ
ການ​ປະຕິ​ຮູບ.

ທ່ານນາງ Long Kim Heang ​ເຈົ້າໜ້າ​ທີ່ຂອງ ໜ່ວຍກວດກາ​ສິດ​ຄຸ້ມ​ຄອງ​ເຮືອນ​ຊານ
ຜູ້​ທີ່​ເຮັດວຽກ​ຢ່າງ​ໃກ້ຊິດ​ ກັບຊຸມ​ຊົນ​ທີ່​ຖືກ​ຂັບ​ໄຫລ່​ອອກ​ຈາກ​ທີ່​ດິນ ​ໃນ​ນະຄອນຫລວງ​
ພະນົມ​ເປັນ ກ່າວ​ວ່າ ບົດ​ລາຍ​ງານ​ດັ່ງກ່າວ​ແມ່ນ​ຖືກຕ້ອງ ທີ່ໄດ້​ສະທ້ອນ​ໃຫ້​ເຫັນ​ບັນ​ຫາ​
ຕ່າງໆ ທີ່​ຜູ້​ເຄາະ​ຮ້າຍທັງຫຼາຍ ປະ​ເຊີນ​ໜ້າຢູ່ນັ້ນ.

ທ່ານນາງ Long Kim Heang ​ເວົ້າວ່າ “ພວກ​ຜູ້​ເຄາະ​ຮ້າຍ​ທີ່​ຖືກ​ຂັບ​ໄຫລ່​ອອກ​ ຈາກ​
ພື້ນ​ທີ່ ​ແມ່ນ​ປະ​ເຊີນ​ກັບ​ຄວາມ​ທຸກ​ຍາກ ພວກ​ເຂົາ​ເຈົ້າ ສູນ​ເສຍ​ເຮືອນ​ຊານ​ຂອງ​
ເຂົາ​ເຈົ້າ. ພວກ​ເຂົາ​ເຈົ້າປະ​ເຊີນ​ກັບ​ ຄວາມບອບຊ້ຳທາງດ້ານຈິດໃຈ ​ແລະ ບັນຫາ​
ຕ່າງ​ໆ ​ເຊັ່ນວ່າ ມີ​ໜີ້​ສິນຫຼາຍຂຶ້ນ ພວກ​ລູກ​ເຕົ້າພາກັນອອກ​ໂຮງຮຽນ ​ ​ເປັນຕົ້ນ. ​
ເລື້ອງ​ເຫຼົ່ານີ້​ແມ່ນ​ເປັນຄວາມຈິງ.”

XS
SM
MD
LG