ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວອາເມຣິກັນ ເກືອບເຄິ່ງປະເທດ ບອກວ່າ ຈະ ‘ບໍ່’ ສັກຢາວັກຊິນ ປ້ອງກັນໂຄວິດ ຖ້າມັນມີຢູ່ໃນມື້ນີ້, ອີງຕາມການສໍາຫລວດ


ແມ່ຍິງຄົນນຶ່ງຍົກກ່ອງຢາ ທີ່ມີປ້າຍບອກວ່າ "Vaccine COVID-19" ຊຶ່ງແປວ່າ “ວັກຊິນກັນພະຍາດໂຄວິດ-19” ແລະເຂັມສັກຢາຂຶ້ນມາ
ແມ່ຍິງຄົນນຶ່ງຍົກກ່ອງຢາ ທີ່ມີປ້າຍບອກວ່າ "Vaccine COVID-19" ຊຶ່ງແປວ່າ “ວັກຊິນກັນພະຍາດໂຄວິດ-19” ແລະເຂັມສັກຢາຂຶ້ນມາ

ເກືອບເຄິ່ງນຶ່ງຂອງຊາວອາເມຣິກາ, ຫຼື 49 ເປີເຊັນ ກ່າວວ່າພວກເຂົາເຈົ້າແນ່ ນອນ ຫຼືອາດຈະບໍ່ໄດ້ຮັບການສັກຢາວັກຊິນກັນໄວຣັສໂຄໂຣນາ ຖ້າມັນມີຢູ່ໃນມື້ນີ້, ໃນຂະນະທີ່ 51 ເປີເຊັນ ບອກວ່າພວກເຂົາເຈົ້າຈະໄດ້ຮັບ, ອີງຕາມການສຳຫຼວດຂອງສູນຄົ້ນຄວ້າພີວ (Pew) ທີ່ດຳເນີນໄປໃນຕົ້ນເດືອນນີ້.

49 ເປີເຊັນທີ່ອຽງໄປຫາການປະຕິເສດການສັກຢານີ້ໄດ້ອ້າງເຖິງຄວາມກັງວົນໃຈກ່ຽວກັບຜົນຂ້າງຄຽງຈາກການສັກຢາວັກຊິນ.

ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ຢາວັກຊິນກັນພະຍາດໂຄວິດ-19 ທີ່ປອດໄພ ທີ່ກຳລັງຈະອອກມາສູ່ຕະຫຼາດ ໄດ້ເຮັດໃຫ້ເກີດຄວາມສັບສົນ. ໃນເດືອນພຶດສະພາຜ່ານມາ, ການສຳຫຼວດຂອງສູນພີວ (Pew) ໄດ້ເປີດເຜີຍໃຫ້ຮູ້ວ່າ 72 ເປີເຊັນຂອງຊາວອາເມຣິກາກ່າວວ່າພວກເຂົາເຈົ້າຈະໄດ້ຮັບການສັກຢາ ຖ້າວ່າມີຢາວັກຊິນ.

ພຽງແຕ່ 21 ເປີເຊັນຢູ່ໃນການສໍາຫຼວດໃນເດືອນນີ້ ທີ່ກ່າວວ່າ ພວກເຂົາຈະໄດ້ຮັບຢາວັກຊິນແນ່ນອນ.

ການສຳຫຼວດຂອງສູນພີວ (Pew) ເມື່ອມໍ່ໆມານີ້ ພົບວ່າ 77 ເປີເຊັນຂອງຊາວອາເມຣິກາເຊື່ອວ່າຢາວັກຊິນທີ່ກໍາລັງພັດທະນາຂຶ້ນມາໃນສະຫະລັດອາດຈະໄດ້ຮັບການອະນຸມັດກ່ອນຄົນຈະເຂົ້າໃຈເຖິງຄວາມປອດໄພ ແລະປະສິດທິຜົນຂອງມັນຢ່າງເຕັມສ່ວນ.

ເຈັດສິບແປດເປີເຊັນຂອງຈຳນວນຜູ້ເຂົ້າຮ່ວມການສຳຫຼວດທີ່ມີຫລາຍກວ່າ 10,000 ຄົນ, ອ້າງເຖິງຄວາມກັງວົນທີ່ໃຫຍ່ກວ່າ ວ່າການອະນຸມັດຂອງວັກຊິນຈະເຮັດໄວເກີນໄປ ແລະບໍ່ໄດ້ກຳນົດເຖິງຄວາມປອດໄພ ແລະປະສິດທິຜົນຂອງມັນ.

ສົມທຽບໃສ່, ມີພຽງແຕ່ 20 ເປີເຊັນກ່າວວ່າ ພວກເຂົາເຈົ້າມີຄວາມກັງວົນວ່າ ການອະນຸມັດຈະຊ້າເກີນໄປຫຼາຍກວ່າ.

ໃນຕອນເຊົ້າຂອງວັນສຸກຜ່ານມາ, ສູນຄົ້ນຄວ້າຈອນສ໌ ຮອບຄິນສ໌ (Johns Hopkins) ກ່ຽວກັບໄວຣັສໂຄໂຣນາລາຍງານວ່າ ມີຄົນຫລາຍກວ່າ 30 ລ້ານຄົນທີ່ຕິດພະຍາດໂຄວິດ-19 ຢູ່ໃນທົ່ວໂລກ ແລະເກືອບ 950,000 ຄົນເສຍຊີວິດໄປ.

ສະຫະລັດມີກໍລະນີຄົນເປັນພະຍາດນີ້ຫຼາຍກ່ວາບ່ອນອື່ນໃນໂລກໂດຍທີ່ມີ 6.6 ລ້ານຄົນ, ຖັດມາແມ່ນອິນເດຍມີ 5,1 ລ້ານກໍລະນີ ແລະບຣາຊິລມີ 4,4 ລ້ານກໍລະນີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG