ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວ​ອາ​ຟ​ຣິ​ກາເຫັນ​ວ່າ ຈີນ​ເປັນ​ກຳ​ລັງ​ໃນ​ທາງບວກ, ອີງ​ຕາມການ​ສຳຫຼວດ


ປະ​ທານ​ປະ​ເທດ ສີ ຈິ່ນ​ຜິງ​ ​ຢູ່​ທາງກາງ ກັບ​ປະ​ທາ​ນາ​ທິ​ບໍ​ດີ Cyril Ramaphosa ຂອງ​ອາ​ຟ​ຣິ​ກາ​ໃຕ້ ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ສຸດຍອດຂອງປັກ​ກິ່ງ ໃນ​ການ​ສົນ​ທະ​ນາ​ໂຕະ​ມົນ ເລື້ອງ​ການ​ຮ່ວມ​ມືລະ​ຫວ່າງ​ຈີນ​ ກັບ​ອາ​ຟ​ຣິ​ກາ​ ຢູ່​ຫ້ອງ​ປະ​ຊຸມ​ຫຼວງ​ໃນ​ປັກ​ກິ່ງ, ວັນ​ທີ 4 ກັນ​ຍາ, 2018
ປະ​ທານ​ປະ​ເທດ ສີ ຈິ່ນ​ຜິງ​ ​ຢູ່​ທາງກາງ ກັບ​ປະ​ທາ​ນາ​ທິ​ບໍ​ດີ Cyril Ramaphosa ຂອງ​ອາ​ຟ​ຣິ​ກາ​ໃຕ້ ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ສຸດຍອດຂອງປັກ​ກິ່ງ ໃນ​ການ​ສົນ​ທະ​ນາ​ໂຕະ​ມົນ ເລື້ອງ​ການ​ຮ່ວມ​ມືລະ​ຫວ່າງ​ຈີນ​ ກັບ​ອາ​ຟ​ຣິ​ກາ​ ຢູ່​ຫ້ອງ​ປະ​ຊຸມ​ຫຼວງ​ໃນ​ປັກ​ກິ່ງ, ວັນ​ທີ 4 ກັນ​ຍາ, 2018

ການ​ສຳ​ຫຼວດຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ​ທົ່ວ​ໂລກ​ສະບັບ​ໃໝ່​ຂອງ​ປະຊາຊົນ​ໃນ 25 ປະ​ເທດ​ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ວ່າການ​ສະໜັບສະໜູນ​ຈີນ ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ, ​ເຖິງ​ແມ່ນ​ວ່າ ​ປັກ​ກິ່ງ​ຍັງ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ຫຼາຍ​ຄົນ​ໃນ​ອາ​ຟຣິກາ ບ່ອນ​ທີ່​ປະ​ເທດນີ້ ​ແຂ່​ງຊິງ​ເອົາ​ອິດ​ທິພົນ​ ກັບ​ວໍ​ຊິງ​ຕັນຢູ່​ກໍ​ຕາມ.

ການສໍາຫຼວດໂດຍໂຄງການ YouGov-Cambridge Globalism ທີ່ຕັ້ງຢູ່ໃນອັງກິດ ໄດ້ດໍາເນີນໄປໃນລະຫວ່າງເດືອນສິງຫາຫາເດືອນກັນຍາປີນີ້, ໂດຍໄດ້ຢັ່ງ​ຫາງ​ສຽງຂອງປະມານ 1,000 ຄົນ ໃນແຕ່ລະປະເທດ, ລວມທັງຢູ່ໃນສາມປະ​ເທດໃຫຍ່ໃນອາຟຣິກາຄື: ໄນຈີເຣຍ, ເຄັນຢາ ແລະອາຟຣິກາໃຕ້. ການສໍາຫຼວດໄດ້ຖາມປະຊາຊົນກ່ຽວກັບຄວາມຄິດເຫັນຂອງເຂົາເຈົ້າກ່ຽວກັບຈີນ, ສະຫະ ລັດ ແລະໄຕ້ຫວັນ.

ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ ຢູ່​ປະ​ເທດຕາ​ເວັນ​ຕົກ, ການ​ສະໜັບສະໜູນ​ຈີນ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ໃນ 4 ປີ​ທີ່​ຜ່ານ​ມາ. ເຫດຜົນນຶ່ງ​ທີ່​ພາ​ໃຫ້ເປັນ​ເຊັ່ນ​ນັ້ນ ອາດຈະເປັນຍ້ອນການລະບາດຂອງ​ພະ​ຍາດໂຄວິດ. ​ເມື່ອ​ຜູ້​ຕອບ​ຖືກ​ຖາມ​ກ່ຽວ​ກັບ​ວ່າ​ມັນ​ມາ​ຈາກ​ໃສ, ຄົນ​ສ່ວນ​ຫຼາຍ​ໄດ້​ຖິ້ມ​ໂທດ ​ກ່ຽວ​ກັບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃສ່​ຈີນໂດຍ​ກົງ​ເລີຍ.

ເມື່ອຖືກຖາມວ່າ ໂດຍທົ່ວໄປແລ້ວ ຈີນມີຜົນກະທົບໃນທາງບວກ ຫຼືທາງລົບ ຕໍ່ ວຽກງານຂອງໂລກ" ພຽງແຕ່ 17 ເປີ​ເຊັນຂອງຜູ້ຕອບ​ຄຳ​ຖາມໃນປະເທດຝຣັ່ງ ກ່າວວ່າ ມັນມີ​ຜົນ​ກະ​ທົບ​ໃນ​ທາງບວກຊຶ່ງຫຼຸດລົງຈາກ 36 ເປີ​ເຊັນ ຈາກການ ສໍາຫຼວດຄັ້ງທໍາອິດໃນປີ 2019. ໃນປະເທດເຢຍຣະມັນນັ້ນ ຕົວເລກດັ່ງກ່າວຍິ່ງ ຕໍ່າລົງ​ໄປກວ່ານັ້ນ ຢູ່ທີ່ 13 ເປີ​ເຊັນ, ຫຼຸດລົງຈາກ 30 ເປີ​ເຊັນ ເມື່ອສີ່ປີກ່ອນ.

ໃນຫຼາຍປະເທດຕາເວັນຕົກອື່ນໆໄດ້ສະທ້ອນໃຫ້​ເຫັນເຖິງແນວໂນ້ມແບບນີ້, ແຕ່ ເລື້ອງນີ້ແມ່ນແຕກຕ່າງກັນເລັກນ້ອຍໃນທະ​ວີບອາຟຣິກາ, ບ່ອນທີ່ຈີນເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງທະວີບ. ເຖິງແມ່ນວ່າການຈັດອັນດັບຂອງຈີນຍັງຫຼຸດລົງເລັກນ້ອຍໃນໄລຍະສີ່ປີຜ່ານ​ມາ ຢູ່ໃນໄນຈີເຣຍ ແລະອາຟຣິກາໃຕ້ກໍ​ຕາມ ແຕ່​ວ່າ ຢູ່ໃນທົ່ວທະວີບນັ້ນ ຈີນຍັງຖືກມອງເຫັນວ່າ ເປັນກໍາລັງໃນ​ດ້ານດີຢູ່.

ມີ​ຄົນ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ​ເຫັ​ນ​ວ່າ ຈີນ ເປັນ​ອິດ​ທິ​ພົນໃນ​ທາງບວກຕໍ່​ໂລກ​ຫລາຍກວ່າ​ຄົນ​ໃນ​ປະ​ເທດ​ຕາ​ເວັນ​ຕົກຫລາຍ​ປະ​ເທດ, ອີງ​ຕາມ​ການ​ສຳ​ຫລວດ​ໂດຍໂຄງ​ການ YouGov-Cambridge Globalism Project ທີ່​ຕັ້ງ​ຢູ່​ອັງ​ກິດ
ມີ​ຄົນ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ​ເຫັ​ນ​ວ່າ ຈີນ ເປັນ​ອິດ​ທິ​ພົນໃນ​ທາງບວກຕໍ່​ໂລກ​ຫລາຍກວ່າ​ຄົນ​ໃນ​ປະ​ເທດ​ຕາ​ເວັນ​ຕົກຫລາຍ​ປະ​ເທດ, ອີງ​ຕາມ​ການ​ສຳ​ຫລວດ​ໂດຍໂຄງ​ການ YouGov-Cambridge Globalism Project ທີ່​ຕັ້ງ​ຢູ່​ອັງ​ກິດ

ໃນປະເທດອາຟຣິກາໃຕ້, 61 ເປີ​ເຊັນ ຂອງຜູ້ຕອບເຫັນວ່າອິດທິພົນຂອງຈີນ ໃນໂລກເປັນທາງບວກ, ໃນເຄັນຢານັ້ນ ການສະຫນັບສະຫນູນຂອງຈີນແມ່ນສູງກວ່າ 82 ເປີ​ເຊັນ ແລະໃນໄນຈີເຣຍ ຈີນແມ່ນໄດ້​ຮັບການ​ສະ​ໜັບ​ສະ​ໜຸນ ສູງສຸດ ຢູ່ໃນສາມປະ​ເທດ​ ຊຶ່ງຢູ່ທີ່ 83 ເປີ​ເຊັນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ, ​ເຖິງ​ແມ່ນ​ວ່າ​ປັກ​ກິ່ງ​ຈະ​ໃຫ້​ເງິນ​ກູ້​ຢືມ​ບໍ່​ມີ​ຂໍ້​ຜູກ​ມັດ​ ແລະ​ໂຄງ ການ​ກໍ່ສ້າງ​ພື້ນຖານ​ໂຄງ​ຫລ່າງ​ຂະໜາດ​ໃຫຍ່ ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງໂຄງ​ການ​ລິ​ເລີ່​ມນຶ່ງ​ແລວທາງ​ນຶ່ງ​ເສັ້ນທາງ​ຂອງປະທານ​ປະ​ເທດສີ ຈິ່ນ​ຜິງ ກໍ​ຕາມ ການ​ສະໜັບສະໜູນ​ຂອງ​ອາ​ຟ​ຣິກາ​ ຕໍ່​ສະ​ຫະ​ລັດ​ຍັງ​ສູງກວ່າ​ໜ້ອຍນຶ່ງ.

ຢູ່ໃນອາຟຣິກາໃຕ້, 69 ເປີ​ເຊັນຂອງຜູ້ທີ່ຖືກສໍາພາດເຫັນວ່າ ສະຫະລັດໂດຍ ທົ່ວໄປແລ້ວ ເປັນກໍາລັງໃນທາງບວກ, ແລະໃນເຄັນຢາ ແລະໄນຈີເຣຍ ຈໍານວນຄົນ​ເຫັນ​ວ່າ​ເປັນ​ແນວນັ້ນ ແມ່ນຢູ່ທີ່ 88 ເປີ​ເຊັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG