ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄວາມນິຍົມ ຂອງທ່ານ Cruz ແລະທ່ານ Rubio ເພີ້ມຂຶ້ນ ກາຍທ່ານ Carson

ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ສະມາຊິກສະພາສູງ ທ່ານ Marco Rubio, ກ່າວປາໄສຕໍ່ ບັນດາຜູ້ສະໜັບສະໜູນ ຢູ່ທີ່ ສູນກາງພົນລະເຮືອນ Guntersville ໃນເມືອງ Guntersville ຂອງລັດ Alabama, ວັນທີ 1 ທັນວາ 2015.

ໜຶ່ງສັບປະດາ ກ່ອນໜ້າ ການໂຕ້ວາທີຮອບຕໍ່ໄປ ຂອງບັນດາ
ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ແລະ
ໜ້ອຍກວ່າສອງເດືອນ ກ່ອນໜ້າ ພວກຜູ້ມີສິດອອກສຽງ ຈະ
ໄດ້ອອກສຽງຂອງເຂົາເຈົ້າ ເປັນຄັ້ງທຳອິດ ໃນການແຂ່ງຂັນນັ້ນ
ການຢັ່ງຫາງສຽງ ສະແດງໃຫ້ເຫັນວ່າ ການເຄື່ອນໄຫວບາງສ່ວນ
ທີ່ເຫັນໄດ້ຢ່າງຊັດເຈນ ກັບຜູ້ລົງສະໝັກສອງທ່ານ ທີ່ມີ​ຄະ​ແນນ​
ສຽງ​ເພີ້ມຂຶ້ນຢ່າງວ່ອງໄວ ທ່ານໜຶ່ງມີ​ຄະ​ແນນຕົກຕ່ຳລົງ ແລະ
ທ່ານ Donald Trump ຍັງນຳໜ້າໝູ່ ຢ່າງຫ່າງໄກຢູ່.

ໂດຍສະເລ່ຍແລ້ວ ຜົນຂອງການຢັ່ງຫາງສຽງທີ່ສຳຄັນຄັ້ງຫຼ້າສຸດ
ທີ່ຈັດ ຂຶ້ນ ໂດຍກຸ່ມ ຄວາມແຈ້ງໃສອັນແທ້ຈິງທາງການເມືອງ ໄດ້
ຊີ້ໃຫ້ເຫັນວ່າ 29 ເປີເຊັນ ຂອງພວກທີ່ສະໜັບສະໜູນ ທ່ານ Trump ໃຫ້ເປັນຜູ້ຕາງໜ້າ
ພັກຣີພັບບລີກັນ ແຕ່ມັນເປັນການແຂ່ງຂັນ ເພື່ອ​ໄລ່ຕາມທ່ານບ່ອນທີ່ ບັນດາຜູ້ລົງສະໝັກ
ຈຳນວນ​ຫຼວງຫຼາຍ ແມ່ນພວມແຍກອອກເປັນກຸ່ມໃຜກຸ່ມລາວ ຢ່າງຈະແຈ້ງ.

ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ, ນາຍແພດ Ben Carson ກ່າວປາໄສ ຢູ່ທີ່ການເຕົ້າໂຮມຊຸມນຸມ ໃນເມືອງ Pahrump ຂອງລັດ Nevada.
ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ, ນາຍແພດ Ben Carson ກ່າວປາໄສ ຢູ່ທີ່ການເຕົ້າໂຮມຊຸມນຸມ ໃນເມືອງ Pahrump ຂອງລັດ Nevada.

ບັນດາຜູ້ທີ່ມີຄະ​ແນນ​ສູງຂຶ້ນນັ້ນ ລວມທັງ ສະມາຊິກສະພາສູງ ຈາກລັດ Texas ທ່ານ
Ted Cruz ແລະ ສະມາຊິກສະພາສູງ ຈາກລັດ Florida ທ່ານ Marco Rubio ຜູ້ທີ່ ໄດ້ຮັບຄື້ນຟອງການສະໜັບສະໜູນ ຫຼັງຈາກການໂຕ້ວາທີຄັ້ງຫຼ້າສຸດ ເມື່ອເດືອນພະຈິກ
ຊຶ່ງ​ໄດ້​ໂດດຂຶ້ນໄປເປັນ ອັນດັບທີ 2 ແລະ 3. ທ່ານ Cruz ແມ່ນ​ໄດ້​ຮັບ​ຄະ​ແນນ 15.5
ເປີເຊັນ ໃນການສະເລ່ຍການຢັ່ງຫາງສຽງ ແລະ ທ່ານ Rubio ແມ່ນຕິດຕາມມາ ດ້ວຍ
​ຄະ​ແນນ 14.8 ເປີເຊັນ.

ການມີ​ຄະ​ແນນສູງຂຶ້ນຂອງບຸກຄົນ​ທັງ​ສອງ ແມ່ນມີຂຶ້ນໃນລະຫວ່າງ ການຕົກດິ່ງລົງ ຂອງ
ນາຍແພດຜ່າຕັດ ທ່ານ Ben Carson ຜູ້ທີ່ໄດ້ຮັບ​ຄະ​ແນນ​ສູງ​ສຸດ ໃນໄລຍະພຽງສັ້ນໆ
ກ່ອນໜ້າການໂຕ້ວາທີຄັ້ງຫຼ້າສຸດ ແຕ່ຫລັງ​ຈາກ​ນັ້ນມາ ການສະໜັບສະໜູູນຂອງທ່ານ
ຖືກຕັດລົງເກືອບເຄິ່ງ ຂະນະທີ່ທ່ານໄດ້ຕົກລົງໄປຢູ່ ອັນດັບທີ 4 ໂດຍມີ​ຄະ​ແນນ 14 ເປີເຊັນ.

XS
SM
MD
LG