ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ​ສຸງ​ສຸດ ຈະ​​ຮັບ​ຟັງ​ຄະ​ດີ ​ການໝາຍ​ເກາະ​ເອົາ ເອ​ກະ​ສານການ​ເງິນ ແລະ ການ​ເສຍ​ພາ​ສີ ຂອງ ປ. ​ທ​ຣຳ


ພາບ​ຖ່າຍ​ໃນ​ວັນ​ທີ 20 ມິ​ຖຸ​ນາ, 2019 ສະ​ແດງ​ໃຫ້​ເຫັນ​ຕຶກ​ຂອງ​ສານ​ສູງ​ສຸດ​ສະ​ຫະ​ລັດ ທີ່​ມີ​ເມກ​ໝອກກວາມ​ຢູ່​ເທິງ​ທ້ອງ​ໄຟ້​າ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ. ສານ​ແຫ່ງນີ້ ຈະ​ເປີດ​ຮັບ​ຟັງ​ຄະ​ດີ ເລື້ອງເອ​ກະ​ສານບັນທຶກ​ການ​ເສຍ​ພາ​ສີ, ທະ​ນາ​ຄານ ແລະ​ດ້ານ​ການ​ເງິນ​ຕ່າງໆ ຂອງ​ທ່ານ ທ​ຣຳ
ພາບ​ຖ່າຍ​ໃນ​ວັນ​ທີ 20 ມິ​ຖຸ​ນາ, 2019 ສະ​ແດງ​ໃຫ້​ເຫັນ​ຕຶກ​ຂອງ​ສານ​ສູງ​ສຸດ​ສະ​ຫະ​ລັດ ທີ່​ມີ​ເມກ​ໝອກກວາມ​ຢູ່​ເທິງ​ທ້ອງ​ໄຟ້​າ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ. ສານ​ແຫ່ງນີ້ ຈະ​ເປີດ​ຮັບ​ຟັງ​ຄະ​ດີ ເລື້ອງເອ​ກະ​ສານບັນທຶກ​ການ​ເສຍ​ພາ​ສີ, ທະ​ນາ​ຄານ ແລະ​ດ້ານ​ການ​ເງິນ​ຕ່າງໆ ຂອງ​ທ່ານ ທ​ຣຳ

ສານ​ສຸງ​ສຸດ​ຂອງສະ​ຫະລັດ​ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ຕົນ​ຈະ​ເປີ​ດ​ການ​ຮັບ​ຟັງ​ຄະ​ດີ ການ​ຂໍ​ຮ້ອງຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ​ທ​ຣຳ ທີ່​ຢາກ​ເກັບ​ຮັກ​ສາ​ເອ​ກະ​ສານ ບັນທຶກ​ການ​ເສຍ​ພາ​ສີ, ທະ​ນາ​ຄານ ແລະ​ດ້ານ​ການ​ເງິນ​ຕ່າງໆ​ໄວ້ ບໍ່​ໃຫ້​ຖືກ​ເປີດ​ເຜີຍ ຊຶ່ງ​ເປັນ​ການ​ສູ້​ຢັນ​ກັນ​ຢ່າງ​ໃຫຍ່​ ລະ​ຫວ່າງທ່ານ​ປະ​ທາ​ນາ​ທິ​ບໍ​ດີກັບ​ລັດ​ຖະ​ສະ​ພາ ທີ່​ອາດ​ຈະສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປີ 2020 ນີ້​ໄດ້​ເຊັ່ນ​ກັນ.

ການ​ໂຕ້​ແຍ້ງ​ກັນ​ຢູ່ໃນ​ການ​ຮັບ​ຟັງຄະ​ດີ​ດັ່ງ​ກ່າວ​ ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ມີ​ນາ ແລະ ບັນ​ດາ​ຜູ້​ພິ​ພາ​ສາທີ່ພາ​ກັນ​ດຳ​ເນີ​ການ​ຢ່າງວ່ອງ​ໄວ​ແບບຜິດ​ປົກ​ກະ​ຕິ ກຳ​ລັງມີ​ທ່າ​ທີ​ວ່າ ຈະ​ອອກ​ຄຳ​ຕັດ​ສິນ​ໃນ​ເດືອນ​ມິ​ຖຸ​ນາ ໃນ​ຕອນ​ທີ່ທ່ານທ​ຣຳ​ກຳ​ລັງ ທຳ​ການ​ໂຄ​ສະ​ນາ​ຫາ​ສຽງ ​ເພື່ອ​ໃຫ້​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ​ສອງຢູ່ນັ້ນ​. ຄຳ​ຕັດ​ສິນຕໍ່​ປະ​ທາ​ນາ​ທິ​ບໍ​ດີ ອາດ​ເຮັດ​ໃຫ້​ມີ​ການ​ນຳ​ເອົາ​ຂໍ້​ມູນ​ທາງ​ການ​ເງິນ​ສ່ວນ​ຕົວ ​ທີ່ທ່ານທ​ຣຳ​ໄດ້​ຫາ​ທາງຢ່າງ​ໜັກ​ໜາ ເພື່ອຮັກ​ສາ​ມັນໄວ້​ໃຫ້​ເປັນ​ຄວາມ​ລັບ​ສ່ວນ​ຕົວນັ້ນ ມາ​ເປີດ​ເຜີຍ​ຢ່າງວ່ອງ​ໄວ. ສານ​ທີ່​ວ່ານີ້ ຍັງ​ຈະ​ທຳ​ການຕັດ​ສິນ​ອີກວ່າ ທະ​ນາຍ​ຄວາມ​ເມືອງແມນ​ແຮັດ​ຕັນ (Manhattan) ສາ​ມາດ​ເອົາເອ​ກະ​ສານ​ແຈ້ງ​ເສຍ​ພາ​ສີ​ຂອງ​ທ່ານທ​ຣຳ ​ໃນ 8 ປີ​ຜ່ານ​ມາ ໂດຍ​ທີ່ເປັນ​ສ່ວນ​ນຶ່ງ​ໃນ​ການ​ສືບ​ສວນ​ຄະ​ດີ​ອາ​ຍາ​ທີ່​ກຳ​ລັງ​ດຳ​ເນີນ​ໄປ​ຢູ່​ໃນ​ເວ​ລານີ້​ນັ້ນ ​ໄດ້​ຫລືບໍ່.

ໝາ​ຍເກາະເພື່ອຮຽກ​ເອົາ​ເອ​ກະ​ສານເຫລົ່າ​ນີ້ ເປັນ​ໝາຍ​ເກາະຊຸມ​ນຶ່ງ​ຕ່າງ​ຫາກ ຊຶ່ງບໍ່​ແມ່ນ​ອັນ​ດຽວ​ກັນ​ກັບການ​ດຳ​ເນີນ​ຂັ້ນ​ຕອນເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ ທີ່​ກຳ​ລັງ​ມີ​ຢູ່​ໃນ​ເວ​ລານີ້ ທີ່​ຈະຖືກນຳ​ໄປ​ລົງ​ຄະ​ແນນ​ສຽງ​ຢ່າງ​ຄົບ​ຄະ​ນະຢູ່​ໃນ​ສະ​ພາ​ຕ່ຳ​ໃນ​ອາ​ທິດ​ໜ້ານີ້. ທີ່​ຈິງ​ແລ້ວ, ມັນ​ເກືອບເປັນ​ການ​ແນ່ນອນ​ທີ່​ສຸດວ່າ ສານ​ຈະ​ບໍ່​ເປີດ​ການ​ຮັບ​ຟັງ​ຄະ​ດີ ​ຈົນ​ກວ່າ ສະ​ພາ​ສູງ​ຈະໄດ້​ທຳ​ການ​ໄຕ່​ສວນຄະ​ດີໃຫ້​ສຳ​ເລັດວ່າຈະ​ປົດທ່ານ​ທ​ຣຳ​ລົງ​ຈາກ​ຕຳ​ແໜ່ງ​ຫລືບໍ່ນັ້ນ.

ການ​ໂຕ້​ແຍ້ງ​ກັນ​ໃນ​ການ​ຮັບ​ຟັງຄະ​ດີຂອງ​ສານ​ສູງຈະ​ເປັນການທົດ​ສອບ​ຂີດ​ຈຳ​ກັດ​ຂອງຄວາມ​ຮັບ​ຜິດ​ຊອບຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ ຊຶ່ງ​ຈະ​ເປັນ​ການ​ເຍືອງ​ໃຫ້​ເຫັນ​ສິ່ງ​ທີ່​ເດັ່ນ​ຊັດ ຢູ່​ໃນ​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ ທີ່​ເວົ້າວ່າ ທ່ານບໍ່​ສາ​ມາດຖືກ​ນຳ​ເອົາ​ໄປ​ດຳ​ເນີນ​ຄະ​ດີ ຫລື​ສອບ​ສວນ​ໄດ້ ໃນ​ຂະ​ນະ​ທີ່​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຢູ່ ແມ່ນ​ແຕ່ເຖິງ​ຂັ້ນ​ວ່າ ທ່ານ​ຈະຍິງຄົນ​ຜູ້​ນຶ່ງ​ຢູ່​ຖະ​ໜົນເລກ​ທີ 5 ໃນ​ນະ​ຄອນ​ນິວຢອກຕາຍ​ກໍ​ຕາມ ດັ່ງ​ທີ່ທ່ານເຄີຍ​ໄດ້​ເວົ້າຢູ່​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ໃນປີ 2016 ນັ້ນ. ທ່ານ​ຍັງ​ໄດ້​ທ້າ​ທາຍ ​ຕໍ່​ສິດ​ອຳ​ນາດ​ແບບ​ກ້​ວາງໆ​ຂອງ​ລັດ​ຖະ​ສະ​ພາ​ອີກ ໃນ​ການ​ເປີດ​ການ​ສືບ​ສວນ​ຕ່າງໆ.

ທ່ານ​ທ​ຣຳ ​ຖືກ​ຟ້ອງ​ຮ້ອງວ່າ​ ໄດ້​ຫ້າມ​ທະ​ນາ​ຄານ ແລະ​ບໍ​ລິ​ສັດ​ທີ່​ປຶກ​ສາ​ບັນ​ຊີ​ຂອງ​ທ່ານບໍ່​ໃຫ້​ເຮັດ​ຕາມ​ໝາຍ​ເກາະ​ທີ່ບອກ​ໃຫ້​ເອົາ​ເອ​ກະ​ສານ​ບັນ​ທຶກ​ຕ່າງໆ​ໃຫ້ ແກ່​ຄະ​ນະ​ກຳ​ມະ​ການ​ ສາມ​ຄະ​ນະ​ຢູ່​ໃນ​ສະ​ພາ​ຕ່ຳ ແລະ ທະ​ນາຍ​ຄວາມໄຊ​ຣັ​ສ ແວນ​ສ໌ ຈູ​ເນຍ (Cyrus Vance Jr) ຂອງ​ເມືອງແມນ​ແຮັດ​ຕັນ (Manhattan).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG