ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ​ເບິ່ງ​ຄື​ວ່າ ​ມີ​ຄວາມ​ສົງ​ໄສ ກ່ຽວ​ກັບ ຄວາມ​ພະ​ຍາ​ຍາມ​ຂອງ​ລັດ ໂຄ​ໂລ​ຣາ​ໂດ ເພື່ອ​ລຶບ​ຊື່​ທ່ານ ທ​ຣຳ ອອກ​ຈາກ​ບັດ​ເລືອກ​ຕັ້ງ


ນັກ​ສິ​ລະ​ປະ​ແຕ້ມ​ຮູບ​ທີ່​ອະ​ທິ​ບາຍ​ເຖິງ​ທ່ານ ໂຈ​ນາ​ທານ ມິດ​ແຊ​ລ ໂຕ້​ຖຽງ​ຢູ່​ຕໍ່​ໜ້າ​ສານ​ສູງ​ສຸດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ຕາງ​ໜ້າ​ໃຫ້​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, 8 ກຸມ​ພາ, 2024.
ນັກ​ສິ​ລະ​ປະ​ແຕ້ມ​ຮູບ​ທີ່​ອະ​ທິ​ບາຍ​ເຖິງ​ທ່ານ ໂຈ​ນາ​ທານ ມິດ​ແຊ​ລ ໂຕ້​ຖຽງ​ຢູ່​ຕໍ່​ໜ້າ​ສານ​ສູງ​ສຸດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ຕາງ​ໜ້າ​ໃຫ້​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, 8 ກຸມ​ພາ, 2024.

ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປະ​ກາດ​ການ​ຕັດ​ສິດອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ​ ທ​ຣຳ ຈາກ​ການ​ລົງ​ແຂ່ງ​ຂັນ ເອົາ​ຕຳ​ແໜ່ງ​ໃນ​ທຳ​ນຽບ​ຂາວ​ອີກ​ຄັ້ງ​ນຶ່ງ​ ໄດ້​ປະ​ເຊີນ​ກັບ​ຄວາມ​ສົງ​ໄສ​ຢ່າງ​ເລິກ​ເຊິ່ງ​ຈາກ​ສານ​ສູງ​ສຸດໃນ​ວັນ​ພະ​ຫັດ​ວານນີ້, ດ້ວຍ​ຜູ້​ພິ​ພາກ​ສາ​ຈາກຫຼາຍ​ທ່ານ ​ທີ່​ທີ່​ມີ​ແນວ​ຄິດ​ອຸ​ດົມ​ຄະ​ຕິ​ແຕກ​ຕ່າງ​ກັນ​ໄດ້​ສະ​ແດງ​ຄວາມ​ສົງ​ໄສ ກ່ຽວ​ກັບ ຄວາມ​ຖືກ​ຕ້ອງ​ທາງ​ກົດ​ໝາຍ​ຂ​ອງ​ມັນ ພ້ອມ​ກັບ​ຄວາມ​ເປັນ​ຫ່ວງ ກ່ຽວກັບ​ຜົນ​ກະ​ທົບ​ໃນພາກ​ປະ​ຕິ​ບັດ ກ່ຽວ​ກັບ ການ​ປົດ​ທ່ານ​ອອກ​ຈາກ​ບັດ​ເລືອກ​ຕັ້ງ.

ການ​ສູງ​ສຸດ ສະ​ຫະ​ລັດ ໄດ້​ທົບ​ທວນ​ການ​ຕັດ​ສິນ​ໂດຍ​ສານ​ສູງ​ສຸດ​ຂອງ​ລັດ ໂຄ​ໂລ​ຣາ​ໂດ ທີ່​ພົບ​ວ່າ ​ພາຍ​ໃຕ້​ບົດ​ແກ້​ໄຂ​ຂໍ້ທີ 14 ຂອງ​ລັດ​ຖະ​ທຳ​ມະ​ນູນ, ທ່ານ ທ​ຣຳ ແມ່ນບໍ່ສາ​ມາດ​ທີ່​ຈະ​ກຳ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ, ແລະ ສະ​ນັ້ນ, ​ຈຶ່ງໄດ້​ສັ່ງ​ໃຫ້​ເອົາ​ຊື່​ທ່ານ​ອອກ ​ຈາກ​ບັດ​ຄະ​ແນນ​ສຽງ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ລັດ​ດັ່ງ​ກ່າວ.

ການ​ພິ​ພາກ​ສາ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ການ​ຕັດ​ສິນຂອງ​ລັດ ໂຄ​ໂລ​ຣາ​ໂດ ຈະ​ເປີດ​ປະ​ຕູ​ໃຫ້​ທ່ານ ທ​ຣຳ ຖືກ​ລຶບ​ຊື່ອອກ​ຈາກ​ບັດ​ລົງ​ຄະ​ແນນ​ສຽງ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ລັດ​ອື່ນໆ​ໃນ​ຂໍ້​ກ່າວ​ຫາ​ທີ່​ຄ້າຍ​ຄື​ກັນ, ແລະ​ຖ້າ​ທ່ານ​ຖືກ​ເລືອກ​ເປັນ​ຜູ້​ຖືກ​ສະ​ເໜີ​ຊື່​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ, ມັນ​ກໍ​ຈະ​ມີ​ການຕັ້ງຄຳ​ຖາມ​ ກ່ຽວ​ກັບ​ວ່າ ​ທ່ານ​ຈະ​ສາ​ມາດ​ມີ​ຊື່​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ພະ​ຈິກຫຼື​ບໍ່.

ຄະ​ນະ​ຜູ້​ພິ​ພາກ​ສາ ເອ​ເລ​ນາ ເຄ​ແກນ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ສະ​ມາ​ຊິກ​ກຸ່ມ​ໜ້ອຍ ​ທີ່​ອຽງ​ຫາ​ຫົວ​ເສ​ລີ​ນິ​ຍົມ​ຂອງ​ສານ, ໄດ້​ຕັ້ງ​ຄຳ​ຖາມ​ຂຶ້ນ​ມາ​ທີ່​ປາ​ກົດ​ວ່າ​ ຈະ​ສ້າງ​ບັນ​ຫາ​ຕໍ່​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​ນາງຫຼາຍ​ຄົນ. ທ່ານ​ນາງ​ຮຽກ​ຮ້ອງວ່າ “ເປັນ​ຫຍັງ​ລັດ​ນຶ່ງ​ລັດ​ດຽວ​ຈຶ່ງ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ທຳ​ການ​ພິ​ຈາ​ລະ​ນານີ້, ບໍ່​ແມ່ນ​ພຽງ​ແຕ່​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ, ແຕ່​ສຳ​ລັບ​ໝົດ​ປະ​ເທດ​ດ້ວຍ?”

ຄ​ະ​ນະ​ຜູ້​ພິ​ພາກ​ສາ​ທ່ານ​ນາງ ເອ​ມີ ໂຄ​ນີ ບາ​ເຣັດ, ສະ​ມາ​ຊິກ​ກຸ່ມ​ສຽງ​ສ່ວນຫຼາຍ​ທີ່​ມີ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ ຂອງ​ສານ​ ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ, ໂດຍ​ກ່າວ​ວ່າ, “ມັນ​ບໍ່​ໄດ້​ເບິ່ງ​ຄື​ວ່າ​ ຈະ​ເປັນ​ການ​ຕັດ​ສິນ​ ໂດຍ​ລັດ​ດຽວ​ເທົ່າ​ນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG