ຜູູ້ຖືກສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ທ່ານ Neil Gorsuch ຈະ
ປະເຊີນໜ້າ ກັບການສອບຖາມໂດຍກົງອີກ ຢ່າງນ້ອຍນຶ່ງມື້ ຈາກຄະນະກຳມະການ
ຕຸລາການ ຂອງສະພາສູງ ໃນວັນພຸດມື້ນີ້ ກ່ອນທີ່ບັນດາສະມາຊິກ ຂອງຄະນະ
ກຳມະການ ຈະລົງຄະແນນສຽງ ວ່າ ຈະສະເໜີການແຕ່ງຕັ້ງທ່ານ ຕໍ່ສະພາສູງ
ຄົບຄະນະ ຫຼືບໍ່.
ທ່ານ Gorsuch ໄດ້ກ່າວຕໍ່ຄະນະກຳມະການຕຸລາການ ຂອງສະພາສູງ ໃນລະຫວ່າງ
ການຮັບຟັງຄຳໃຫ້ການເພື່ອຮັບຮອງເອົາການແຕ່ງຕັ້ງທ່ານໃນວັນອັງຄານວານນີ້ ວ່າ
ບໍ່ເຄີຍມີເຈົ້າໜ້າທີ່ ຄະນະລັດຖະບານຂອງທ່ານທຣຳ ທ່ານໃດ ກົດດັນໃຫ້ທ່ານ ຕ້ອງ
ໃຫ້ຄຳໝັ້ນສັນຍາວ່າ ທ່ານຈະລົງຄະແນນສຽງ ແນວໃດ ກ່ຽວກັບເລື່ອງຕ່າງໆ ທີ່ເປັນ
ສ້ຽນໜາມ ທີ່ອາດຈະຜ່ານເຂົ້າມາທາງສານ ໃນໄລຍະສອງສາມປີຂ້າງໜ້າ.
ທ່ານ Gorsuch ທີ່ເປັນຜູ້ພິພາກສາ ສານອຸທອນຂອງລັດຖະບານກາງ ກ່າວວ່າ
“ຂ້າພະເຈົ້າບໍ່ເຊື່ອ ໃນການທົດສອບ ຕໍ່ຜູ້ພິພາກສາທັງຫຼາຍ. ບໍ່ມີຜູ້ໃດ ຢູ່ໃນຂັ້ນ
ຕອນການຄັດເລືອກ ຂໍຮ້ອງຂ້າພະເຈົ້າ ໃຫ້ຄຳໝັ້ນໝາຍໃດໆເລີຍ ຫຼືແມ່ນແຕ່ ການໃຫ້ຄຳໝັ້ນສັນຍາໃດໆ ກ່ຽວກັບວິທີການ ທີ່ຂ້າພະເຈົ້າຈະຕັດສິນ ໃນກໍລະນີ
ປະເພດໃດກໍຕາມ.”
ທ່ານກ່າວຕື່ມວ່າ “ຂ້າພະເຈົ້າບໍ່ມີຄວາມຫຍຸ້ງຍາກເລີຍ ໃນການຕັດສິນ ທີ່ຈະເຫັນດີ
ຫຼື ຕໍ່ຕ້ານ ຕໍ່ພັກໃດໆກໍໄດ້.”
ການໃຫ້ຄຳເຫັນຂອງທ່ານ Gorsuch ໃນຕອນເລີ້ມການຮັບຟັງຄຳໃຫ້ການຮັບຮອງ
ເອົາການແຕ່ງຕັ້ງມື້ທີສອງ ແມ່ນສືບຕໍ່ການສອບຖາມໂດຍບັນດາສະມາຊິກສະພາ
ຢ່າງເຂັ້ມງວດ ໂດຍສະເພາະແມ່ນຈາກບັນດາສະມາຊິກພັກເດໂມແຄຣັດ ກ່ຽວກັບ
ຄຳໝັ້ນສັນຍາ ຂອງທ່ານທຣຳ ທີ່ໄດ້ໃຫ້ໄວ້ໃນການໂຄສະນາຫາສຽງ ທີ່ເປັນເລື່ອງ
ນອງນັນ. ເລື່ອງທັງຫຼາຍເຫຼົ່ານັ້ນ ແມ່ນຮວມທັງ ການນຳເອົາເທັກນິກ ໃນການທໍລະ
ມານຕ່າງໆ ກັບຄືນມາໃຊ້ ສຳລັບ ພວກທີ່ຖືກສົງໄສເປັນຜູ້ກໍ່ການຮ້າຍ ການຫ້າມ
ພວກຊາວມຸສລິມເດີນທາງເຂົ້າມາໃນ ສະຫະລັດ ແລະ ການສະເໜີຊື່ ບັນດາຜູ້ພິ
ພາກສາ ຜູ້ທີ່ຈະຕ່າວປີ້ນຄຳຕັດສິນ ຂອງສານສູງສຸດ ໃນຄະດີ ລະຫວ່າງ Roe ກັບ
Wade ເມື່ອປີ 1973 ທີ່ໄດ້ໃຫ້ສິດ ແກ່ພວກແມ່ຍິງ ໃນການເຮັດແທ້ງລູກໄດ້.
“ປະທານາທິບໍດີ ທຣຳ ໄດ້ສັນຍາວ່າ ຈະຫ້າມ ຊາວມຸສລິມ” ນັ້ນແມ່ນຄຳເວົ້າ ຂອງທ່ານ
Patrick Leahy ສະມາຊິກສະພາສູງ ຈາກລັດ Vermont ສັງ ກັດພັກເດໂມ ແຄຣັດ
ຊຶ່ງທ່ານກ່າວຕື່ມວ່າ ເມື່ອໝໍ່ໆມານີ້ ສະມາຊິກສະພາ ຈາກພັກຣີພັບບລີກັນທ່ານນຶ່ງ
ໄດ້ຄາດຄິດວ່າ ທ່ານ Gorsuch ຈະລົງຄະແນນສຽງສະໜັບສະໜູນການຫ້າມເຊັ່ນນັ້ນ
ຖ້າທ່ານໄດ້ຖືກຮັບຮອງເອົາ ໃຫ້ເປັນຜູ້ພິພາກ ສາສານສູງສຸດ.
ທ່ານ Gorsuch ໄດ້ຕອບວ່າ “ທ່ານສະມາຊິກສະພາສູງ ຫຼາຍໆຄົນ ເວົ້າສິ່ງທີ່ໜ້າ
ເປັນຕາຫົວຫຼາຍ.” ທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າຈະບໍ່ເວົ້າຫຍັງຫຼາຍ ນະທີ່ນີ້
ທີ່ຈະໃຫ້ພວກຄົນຜູ້ໃດຄິດວ່າ ຂ້າພະເຈົ້າຈະຕັດສິນ ແນວໃດ ໃນກໍລະນີໃດໆກໍຕາມ
ທີ່ອາດຈະສົ່ງມາໃຫ້ສານສູງສຸດນັ້ນ.”