ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ແບຣັດ ຄາແວນໍ ກ່າວວ່າ ຂ້າພະເຈົ້າ ແມ່ນຜູ້ພິພາກສາ ທີ່ສະໜັບສະໜູນ ກົດໝາຍ


ຜູ້ຖືກສະເໜີຊື່ ເປັນຜູ້ພິພາກສາສານສູງສຸດ ສະຫະລັດ ທ່ານ ແບຣັດ ຄາແວນໍ ສາບານຕົນ ໃນລະຫວ່າງພິທີຟັງໃຫ້ການ ຮັບຮອງຕຳແໜ່ງ ຂອງຄະນະກຳມະການ ຕຸລາການ ສະພາສູງ, ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 4 ກັນຍາ, 2018.
ຜູ້ຖືກສະເໜີຊື່ ເປັນຜູ້ພິພາກສາສານສູງສຸດ ສະຫະລັດ ທ່ານ ແບຣັດ ຄາແວນໍ ສາບານຕົນ ໃນລະຫວ່າງພິທີຟັງໃຫ້ການ ຮັບຮອງຕຳແໜ່ງ ຂອງຄະນະກຳມະການ ຕຸລາການ ສະພາສູງ, ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 4 ກັນຍາ, 2018.

ຜູ້ຖືກສະເໜີຊື່ ເປັນຜູ້ພິພາກສາສານສູງສຸດ ສະຫະລັດ ທ່ານ ແບຣັດ ຄາແວນໍ ຈະຖືກ
ສອບຖາມໝົດມື້ ໂດຍຄະນະກຳມະການຕຸລາການສະພາສູງ ໃນວັນພຸດມື້ນີ້ ເຊິ່ງທ່ານ
ໄດ້ບອກບັນດາສະມາຊິກ ຂອງຄະນະກຳມະການດັ່ງກ່າວແລ້ວ ກ່ຽວກັບ ຫຼັກປັດຊະ
ຍາຂອງທ່ານ ທີ່ວ່າ ຜູ້ພິ ພາກສາ ຄວນເປັນຜູ້ປະຕິບັດກົດໝາຍ ບໍ່ແມ່ນສ້າງກົດໝາຍ.

ຄຳເວົ້າດັ່ງກ່າວນັ້ນແມ່ນສ່ວນນຶ່ງ ໃນການກ່າວຄັ້ງທຳອິດຂອງທ່ານເມື່ອວັນອັງຄານ
ວານນີ້ ໃນຕອນເລີ່ມຕົ້ນຂອງຂັ້ນຕອນການຮັບຮອງເອົາ ທີ່ປະທານາທິບໍດີ ດໍໂນລ
ທຣຳ ຫວັງວ່າ ຈະມີຜົນໃນການເຮັດໃຫ້ທ່ານ ແຄວານໍ ກາຍເປັນສະມາຊິກສານສູງ
ສຸດ ຄົນທີເກົ້າ.

ບັນດາສະມາຊິກສະພາສູງຄາດວ່າ ຈະຖາມກ່ຽວກັບບັນຫາຕ່າງໆເຊັ່ນການເຮັດແທ້ງ
ລູກ, ນະໂຍບາຍປ້ອງກັນການແບ່ງແຍກຕໍ່ພວກຊົນກຸ່ມນ້ອຍ, ອຳນາດບໍລິຫານ ແລະ
ຄວາມຂັດແຍ້ງລະຫວ່າງ ຄວາມເຊື່ອທາງສາສະໜາ ແລະ ສິດທິຂອງພວກຮັກຮ່ວມ
ເພດ ໃນຂະນະທີ່ເຂົາ ເຈົ້າພະຍາຍາມ ທີ່ຈະພິຈາລະນາວ່າ ທ່ານ ຄາແວນໍ ຄວນເຂົ້າ
ຮັບຕຳແນ່ງເປັນຜູ້ພິພາກສາໃນສານສູງສຸດຫຼືບໍ່.

ພິທີການຕ່າງໆໄດ້ເລີ່ມຂຶ້ນດ້ວຍສຽງດັງລົບກວນ ໃນວັນອັງຄານວານນີ້ ດ້ວຍພັກເດ
ໂມແຄຣັດໄດ້ພະຍາຍາມທີ່ຈະເລື່ອນການຮັບຟັງຄຳໃຫ້ການດັ່ງກ່າວ ແລະ ການກໍ່
ກວນດ້ວຍສຽງໂວຍວາຍໂດຍພວກປະທ້ວງທີ່ຢູ່ໃນໝູ່ຄົນ, ຈົນເຮັດໃຫ້ມີການອອກ
ມາເວົ້າໂຈມຕີ ຈາກສະມາຊິກສະພາສູງບາງຄົນ.

ທ່ານ ຄາແວນໍ ໄດ້ນັ່ງດົນເກືອບ 7 ຊົ່ວໂມງ, ເພື່ອຮັບຟັງການກ່າວທີ່ສະໜັບສະໜູນ
ແລະ ຄັດຄ້ານທ່ານ ໃນການເຂົ້າຮ່ວມສານດັ່ງກ່າວຈາກພັກຣີພັບບລີກັນ ແລະ ເດໂມ
ແຄຣັດ ກ່ອນທີ່ໃນທີ່ສຸດທ່ານໄດ້ມີໂອກາດ ໃຫ້ຄຳເຫັນຕໍ່ຄະນະກຳມະການນັ້ນ.

ທ່ານ ຄາແວນໍ ໄດ້ກ່າວວ່າ “ສານສູງສຸດບໍ່ຄວນຖືກພິຈາລະນາວ່າເປັນສະຖາບັນຂອງ
ພັກການເມືອງໃດນຶ່ງ, ຜູ້ພິພາກສາທີ່ດີ ຕ້ອງເປັນກຳມະການ, ເປັນກາງ ແລະເປັນຜູ້
ຕັດສິນທີ່ບໍ່ລຳອຽງ, ຜູ້ທີ່ບໍ່ເຂົ້າຂ້າງຄູ່ກໍລະນີ ຫຼືນະໂຍບາຍໃດນຶ່ງ.”

ທ່ານໄດ້ກ່າວວ່າ ໃນລະຫວ່າງ 12 ປີຂອງການເປັນຜູ້ພິພາກສາສານອຸທອນຂອງທ່ານ
ນັ້ນ, ທ່ານໄດ້ຕັດສິນຫຼາຍກວ່າ 300 ຄະດີ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າບາງເທື່ອໄດ້ຕັດສິນເຂົ້າຂ້າງຜູ້ຟ້ອງຮ້ອງ ແລະ ບາງເທື່ອ
ເຂົ້າຂ້າງຈຳເລີຍຄະດີອາຍາ, ບາງເທື່ອ ກໍເຂົ້າຂ້າງກຳ ມະກອນ ແລະ ບາງເທື່ອ ກໍເຂົ້າ
ຂ້າງທຸລະກິດຕ່າງໆ, ບາງຄັ້ງກໍເຂົ້າຂ້າງນັກອະນຸລັກສິ່ງແວດລ້ອມ ແລະ ບາງເທື່ອກໍ
ເຂົ້າຂ້າງນັກຂຸດຖ່ານຫີນ.”

ທ່ານ ຄາແວນໍ ໄດ້ກ່າວວ່າ ໃນແຕ່ລະຄະດີ, ທ່ານໄດ້ປະຕິບັດຕາມກົດໝາຍ ແລະ ບໍ່ໄດ້
ໃຫ້ບຸກຄົນຜູ້ໃດ ຫຼື ທາງເລືອກນະໂຍບາຍອັນໃດມາຂັດຂວາງທ່ານ.

ທ່ານໄດ້ປະກາດວ່າ “ຂ້າພະເຈົ້າແມ່ນຜູ້ພິພາກສາທີ່ສະໜັບສະໜູນກົດໝາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Explainer: SCOTUS Confirmation
please wait

No media source currently available

0:00 0:01:20 0:00
XS
SM
MD
LG