ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ​ສູງ​ສຸດ​ຂອງ ສ​ຫລ ຈຳກັດບໍ່​ໃຫ້ທົບ​ທວນຄືນ​ບາງກໍ​ລະ​ນີ ໃນການ ເນ​ລະ​ເທດຄົນ​ອອກ​ຈາກ​ປະ​ເທດ


ພາບ​ອາ​ຄານ​ຂອງ​ສານ​ສູງ​ສຸດ​ຂອງ ສ​ຫລ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ທີ່​ຖ່າຍ​ໃນ​ວັນ​ທີ 18 ມີ​ນາ, 2022.
ພາບ​ອາ​ຄານ​ຂອງ​ສານ​ສູງ​ສຸດ​ຂອງ ສ​ຫລ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ທີ່​ຖ່າຍ​ໃນ​ວັນ​ທີ 18 ມີ​ນາ, 2022.

ສານສູງສຸດຂອງສະຫະລັດໄດ້ຕັດສິນໃນວັນຈັນວານນີ້ວ່າ ສານລັດຖະບານກາງ ບໍ່ສາມາດທົບທວນຄືນການ ຕັດສິນໃຈຂອງຜູ້ພິພາກສາຄົນເຂົ້າເມືອງໃນບາງກໍ ລະນີການເນລະເທດ​ ເຖິງແມ່ນວ່າ ລັດຖະບານຈະໄດ້ເຮັດ ໃນສິ່ງ​ທີ່ຜູ້ພິພາກສາ ນີວ ກໍ​ ຊັ​ສ​ຈ໌ (Neil Gorsuch) ເອີ້ນວ່າ "ຄວາມຜິດພາດຈາກຄວາມຈິງຢ່າງ ຮ້າຍແຮງ” ກໍ​ຕາມ.

ສານໄດ້ຕັດສິນຕໍ່ຜູ້ຊາຍຊາວຈໍເຈຍ, ພັນ​ກາດ​ກຸ​ມາ ແພ​ໂຕ (Pankajkumar Patel) ທີ່ອາໄສຢູ່ໃນສະຫະລັດມາ​ໄດ້ 30 ປີ ແລະປະເຊີນກັບການຖືກເນລະ ເທດຍ້ອນວ່າລາວ​ໝາຍໃສ່ຜິດບ່ອນໃນໃບຄໍາຮ້ອງເຮັດໃບຂັບຂີ່ ໂດຍລະ ບຸວ່າ ລາວເປັນພົນລະເມືອງສະຫະລັດ.

ໃນການລົງຄະແນນສຽງທີ່​ມີ​ຜົນ​ອອກ​ມາ 5 ຕໍ່ 4 ນັ້ນ ສ່ວນໃຫຍ່ໄດ້ຕີຄວາມ ໝາຍຂອງກົດໝາຍກ່ຽວ​ກັບບັນຫານີ້​ວ່າ ເປັນການຈຳກັດການພິຈາລະນາຂອງ​ສານ​ໃນການຜ່ອນ​ຜັນ​ບັນ​ຫານີ້ ແລະປ່ອຍໃຫ້ມັນຂຶ້ນກັບການຕັດສິນໃຈ ຂອງ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ທີ່ຈະນຳໃຊ້ໃນກໍລະນີຂອງ​ການໂຕ້​ແຍ້ງຕົວຈິງວ່າ ໃຜຜູ້ນຶ່ງມີສິດໄດ້ຮັບການ ຜ່ອນຜັນຕາມການຕັດສິນໃຈ ໃນກໍລະນີທີ່​ມີການ ໃຫ້ອອກ​ຈາກ​ປະ​ເທດ​ໄປ ນັ້ນ​ຫລື​ບໍ່.

“ການ​ຕັດ​ສິນ​ໃຈ​ໃນ​ມື້​ນີ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງທຳ​ການ​ຕັດ​ສິນ​ໃຈ ຕາມ​ທີ່​ເຫັນ​ວ່າ​ເໝາະ​ສົມ​ໂດຍ​ອີງ​ໃສ່​ສົມ​ມຸດຖານ​ທີ່​ຜິດພາດ​ທັງ​ໝົດເລີຍ ​ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ. ເຈົ້າຫນ້າທີ່ອາດຈະຮູ້ດີວ່າ ພວກເຂົາເຮັດ​ຜິດ ຫຼື ມັນອາດຈະອີງ ໃສ່ການຜິດພາດໂດຍບໍ່​ຕັ້ງ​ໄປຢ່າງ​ແທ້​ຈິງ. ​ແຕ່​ວ່າ ​ຈະ​ແມ່ນ​ແບບ​ໃດ​ກໍ​ຕາມ, ສານ​ຂອງ​ພວກ​ເຮົາ​ກໍ​ມີໄວ້​ ເພື່ອແກ້​ໄຂ​ຄວາມ​ຜິດ​ພາດ​ດັ່ງກ່າວ ​ແລະ​ອະນຸຍາດ​ໃຫ້​ປະຊາຊົນ​ທຸກ​ຄົນ ​ໄດ້​ຮັບ​ການ​ປະຕິບັດຕໍ່​ຢ່າງ​ຍຸດຕິ​ທຳ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານພອ​ລ ກໍ​ດອນ (Paul Gordon), ທີ່​ປຶກສາ​ດ້ານ​ນິຕິບັນຍັດ​ຂອງ​ອົງການ ປະ​ຊາ​ຊົນ​ເພື່ອ​ແນວ​ທາງ​ອາ​ເມ​ຣິ​ກັນ ຫລື People for the American Way ກ່າວ​ຕໍ່ວີ​ໂອ​ເອ.

ອີງຕາມເອກະສານຂອງສານແລ້ວໃນປີ 2007, ທ້າວແພ​ໂຕ ແລະພັນລະຍາ ຂອງລາວ, ນາງ​ຢອ​ສ​ແນ​ເບນ (Jyotsnaben) ໄດ້ສົ່ງໃບຄໍາຮ້ອງໄປໃຫ້ຫ້ອງ ການບໍລິການພົນລະເມືອງ ແລະຄົນເຂົ້າເມືອງຂອງສະຫະລັດ ຫລື USCIS ເພື່ອປ່ຽນສະຖານະພາບການເຂົ້າເມືອງຂອງເຂົາເຈົ້າ ພາຍໃຕ້ກົດການປັບປ່ຽນ ສະຖານະພາບທີ່​ອີງ​ໃສ່​ການ​ພິ​ຈາ​ລະ​ນາເຊິ່ງຈະເຮັດໃຫ້ທ້າວແພ​ໂຕ ແລະພັນ ລະຍາຂອງລາວໄດ້​ເປັນ​ຜູ້​ຢູ່ອາ​ໄສແບບຖາວອນທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

USCIS ຮູ້ແລ້ວວ່າ​ທ້າວແພ​ໂຕ ໄດ້ຫລົງໝາຍ​ໃສ່​ຜິດ​ບ່ອນ ໃນໃບສະໝັກຂໍໃບ ຂັບຂີ່ທີ່​ເວົ້າວ່າ ລາວເປັນພົນລະ ເມືອງສະຫະລັດໃນຂະນະທີ່ໃບຄຳຮ້ອງຂໍ ປ່ຽນ ສະຖານະພາບຍັງຢູ່​ໃນ​ຂັ້ນ​ຕອນ​ພິ​ຈາ​ລະ​ນາ​ຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG