ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສະ​ໜັບ​ສະ​ໜູນ ຕໍ່​ແຜນ​ການ ດຳ​ເນີນ​ຄະ​ດີ ພວກ​ນັກ​ລົບ ລັດ​ອິ​ສ​ລາມ ໃນ​ຊີ​ເຣຍ ພັງ​ທະ​ລາຍ​ລົງ​


​ພວກ​ຜູ້​ຊາຍ​ທີ່​ຖືກ​ຈັບ​ ໂດຍ​ກຳ​ລັງປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ (SDF) ລຸນຫຼັງ​​ທີ່​ພາ​ກັນອອກ​ມາ ​ຈາກບ່ອນ​ຢູ່ ໃກ້​ໝູ່​ບ້ານ​ແບກ​ຊູ ແຂວງ​ເດ ອາ​ລ ຊໍ ປະ​ເທດ​ຊີ​ເຣຍ ເມື່ອວັນ​ທີ 1 ມີ​ນາ 2019.
​ພວກ​ຜູ້​ຊາຍ​ທີ່​ຖືກ​ຈັບ​ ໂດຍ​ກຳ​ລັງປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ (SDF) ລຸນຫຼັງ​​ທີ່​ພາ​ກັນອອກ​ມາ ​ຈາກບ່ອນ​ຢູ່ ໃກ້​ໝູ່​ບ້ານ​ແບກ​ຊູ ແຂວງ​ເດ ອາ​ລ ຊໍ ປະ​ເທດ​ຊີ​ເຣຍ ເມື່ອວັນ​ທີ 1 ມີ​ນາ 2019.

ພວກ​ເຈົ້າ​ໜ້າ​ທີ່ຊາວ​ເຄີດ​ໃນ​ຊີ​ເຣຍ ​ໄດ້​ພິ​ຈາ​ລະ​ນາ​ທີ່​ຈະ​ນຳ​ເອົາ​ພວກ​ນັກ​ລົບ​ຕ່າງ​ຊາດ​ລັດ​ອິ​ສ​ລາມ​ທີ່​ຖືກ​ຈັບ​ໄດ້ ມາຂຶ້ນ​ສານນັ້ນ ​ອາດ​ຈະດຳ​ເນີນ​ໄປ​ໂດຍປາດ​ສະ​ຈາກ​ການກ​ຊ່ວຍ​ເຫຼືອຂອງປະ​ຊາ​ຄົມ​ສາ​ກົນ.

ການ​ສະ​ໜັບ​ສະ​ໜູນ​ຕໍ່ສານພິ​ເສດ ​ທີ່​ມີ​ຢູ່​ນັ້ນ ປາ​ກົດ​ວ່າ​ພັງ​ທະ​ລາຍ​ລົງ​ໃນ​ອາ​ທິດ​ນີ້ ໃນ​ຂະ​ນ​ະ​ທີ່ບັນ​ດາ​ປະ​ເທດ​ຕ່າງໆ​ໃນ​ຈຳ​ນວນ​ເພີ້ມ​ຂຶ້ນ ​ບໍ່​ຍອມ​ໃຫ້​ການ​ໜູນ​ຫຼັງຕໍ່ຂໍ້​ສະ​ເໜີຫລ້າ​ສຸດ ທີ່​ຈະ​ນຳ​ເອົາ​ພວກ​ທີ່​ຖືກ​ຈັບ​ກຸມປະ​ມານ 2,000 ຄົນ ທີ່​ເປັນ​ພວກ​ນັກ​ລົບ IS ​ທີ່​ພາ​ກັນ​ເຂົ້າ​ມາ​ຢູ່ໃນ​ຊີ​ເຣຍ ໄປ​ດຳ​ເນີນ​ຄະ​ດີ​ຢູ່​ໃນ​ເຂດ ທີ່​ນຳ​ພາ​ໂດຍຊາວເຄີດ​ທ.

ຄວາມ​ເສຍ​ຫາຍ​ທີ່​ໃຫຍ່​ສຸດແມ່ນມາ​ຈາກ​ພວກ​ເຈົ້​າ​ໜ້າ​ທີ່​ຟິ​ນແລນ ຜູ້​ທີ່​ກ່າວ​ວ່າລາຍ​ງານ ທີ່​ເຂົາ​ເຈົ້​າ​ໄດ້​ສະ​ເໜີ​ໃຫ້​ການຊ່ວຍເຫຼືອ​ແກ່​ລັດ​ຖະ​ບານ​ທີ່​ປົກ​ຄອງ​ຕົນ​ເອງ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຊີ​ເຣຍ ແມ່ນເວົ້າ​ເກີນ​ຄວາມ​ຈິງ ຫຼັງ​ຈາກກອງ​ປະ​ຊຸມ​ໃນ​ອາ​ທິດ​ແລ້ວ​ນີ້ ທີ່​ນະ​ຄອນ​ແຮ​ລ​ຊິງ​ກີ.

ກະ​ຊວງ​ຕ່າງ​ປະ​ເທດ​ຟິນ​ແລນ ກ່າວ​ຢູ່​ຖະ​ແຫຼງ​ການ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບ​ກອງ​ປະ​ຊຸມ ​ລະ​ຫວ່າງ ທ່ານ​ອັ​ບ​ດຸ​ນກາ​ຣິມ ໂອ​ມາ​ຣ ຜູ້​ຕາງ​ໜ້າດ້ານ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຟິນ​ແລນ ທ່ານ​ເປກ​ກາ ຮາ​ວິ​ສ​ໂຕ ວ່າ “ບັນ​ດາ​ຜູ້​ຕາງ​ໜ້າ​ຟິນ​ແລນ​ໄດ້ບັນ​ທຶກ​ກ່ຽວ​ກັບ​ແຜນຕ່າງໆ​ຂອງ​ລັດ​ຖະ​ບານ.”

ຖະ​ແຫຼ​ງ​ການ​ກ່າວ​ເພີ້ມ​ວ່າ “ໃນ​ເວ​ລາ​ດຽວ​ກັນ ພວກ​ເຮົາ​ກໍ​ໄດ້​ເນັ້ນ​ຢ້ຳຫຼາຍໆ​ຄຳ​ຖາມ​ທີ່ຍັງ​ຄ້າງ​ຄາ​ຢູ່ ຮວມ​ທັງ​ເຂດ​ແດນ ແລະ​ກົດ​ໝາຍ​ທີ່ມີ​ການ​ນຳ​ໃຊ້ ຕະ​ຫຼອດ​ທັງ​ຄວາ​ມ​ເປັນ​ໄປ​ໄດ້​ໃນ​ການ​ນຳ​ໃຊ້​ສົນ​ທິ​ສັນ​ຍາ​ຕ່າງໆ​ຂອງ​ສາ​ກົນ.”

ແຜນ​ຂັ້ນ​ຕົ້ນ​ທີ່​ຈະ​ຈັດ​ການ​ດຳ​ເນີນ​ຄະ​ດີ​ຂອງສານພິ​ເສດ ​ສຳ​ລັບພວກ​ນັກ​ລົບ​ຕ່າງ​ປະ​ເທດ IS ທີ່​ໄດ້​ຮ້ອງ​ໃ​ຫ້​ມີ​ຂຶ້ນ​ພາຍ​ໃນ​ສາ​ມ​ເດືອນ. ແຕ່​ໃນ​ອາ​ທິດ​ນີ້ ໂດຍ​ກ່າວ​ເຖິງ​ການສະ​ໜັບ​ສະ​ໜູນ​ຈາກ​ຟິນ​ແລນ ແລະ​ບັນ​ດາ​ປະ​ເທດ​ອື່ນໆ​ທີ່​ບໍ່​ບອ​ກ​ຊື່ ພວກ​ເຈົ້າ​ໜ້າ​ທີ່ຊາວເຄີດ​ກ່າວ​ວ່າ ການ​ດຳ​ເນີນຄະ​ດີ ຈະເລີ້ມ​ຂຶ້ນ​ ໃນດືອນ​ໜ້າ.

ແຕ່​ວ່າ​ບັນ​ດາ​ສະ​ມາ​ຊິກຂອງ​ແນວ​ໂຮມ​ຈາກ​ທົ່ວ​ໂລກ ທີ່​ໄດ້ເອົາ​ຊະ​ນະ​ກຸ່ມ IS ນັ້ນ ຍັງ​ມີ​ຄວາມ​ລັງ​ເລ​ໃຈ​ ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນຂອງ​ເຂົາ​ເຈົ້າ.

​ທູດພິ​ເສດ​ຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ເລື້ອງ​ຊີ​ເຣຍ ທ່ານ​ເຈມ​ສ໌ ແຈ​ຟ​ຟ​ຣີ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້ວ່າ “ພວກ​ເຮົາ​ເຊື່ອ​ວ່າ ​ພວກ​ນັກ​ລົບ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ ​ຕ້ອງ​ກັບ​ຄືນ​ໄປ​ປະ​ເທດ​ຂອງ​ເຂົາ​ເຈົ້າ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG