ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໃຕ້ຝຸ່ນຍັກໃຫຍ່ ຣາມມະສູນ ມຸ່ງໜ້າສູ່ ຫວຽດນາມ (ສະໄລດ໌/ວີດີໂອ)


ລົມແຮງ ພັດຄັນຮົ່ມ ແມ່ຍິງຄົນນຶ່ງ ທີ່ຫາດ Qinglan ໃນແຂວງໄຫໜານ ຂອງຈີນ (18 ກໍລະກົດ 2014)
ລົມແຮງ ພັດຄັນຮົ່ມ ແມ່ຍິງຄົນນຶ່ງ ທີ່ຫາດ Qinglan ໃນແຂວງໄຫໜານ ຂອງຈີນ (18 ກໍລະກົດ 2014)

ບັນດາ​ເຈົ້າ​ໜ້າ​ທີ່ໃນຫວຽດນາມ ກຳລັງ​ເພີ້ມການກະກຽມເພື່ອຮັບ
ມືແບບ​ສຸກ​ເສີນກັບ​ໃຕ້​ຝຸ່ນ​ຍັກ​ໃຫຍ່ Rammasun ຊຶ່ງ​ຄາດ​ວ່າ​ຈະ​
ພັດຖະຫລົ່ມແຄມຝັ່ງ ​ໃນ​ວັນ​ເສົາ​ມື້​ນີ້ ​ໃກ້​ກັບ​ອ່າວ Halong.

ໄຕ້ຝຸ່ນຫົວນີ້ສືບຕໍ່​ເພີ້​ມຄວາ​ມ​ແຮງຂຶ້ນຫລັງ​ຈາກ​ໄດ້​ເຮັດ​ໃຫ້​ມີຜູ້​
ເສຍ​ຊີ​ວິດ​ຈຳນວນ ນຶ່ງ ໃນ​ພາກ​ເໜືອ​ຂອງຟິລິບ​ປີນ ​ແລະ
​ຫລາຍໆຄົນໃນ ປະ​ເທດ​ຈີນ.

ບັນດາ​ເຈົ້າ​ໜ້າ​ທີ່ ຂອງເມືອງ​ທ່າ​ ໃນ​ອ່າວ Halong ຫວຽດນາມ
​ໄດ້​ອອກ​ຄຳສັ່ງ​ໃຫ້​ເຮືອ​ຫາ​ປາທຸກ​ລຳ ​ກັບ​ຄືນ​ເຂົ້າທ່າ​ ​ແລະ​ໄປ
ຫລົບຢູ່​ບ່ອນ​ລີ້​ໄພ ​ແລະ​ໄດ້​ບອກ​ໃຫ້ ບັນດາ​ເຈົ້າ​ຂອງ​ເຮືອ9,000 ​ລຳ ຢູ່​ທ່າ​ເຮືອດັ່ງກ່າວ ​ໃຫ້​ມັດຮັກສາ​ເຮືອ​ຂອງ​ເຂົາ​ເຈົ້າ​ໄວ້ໃຫ້ດີ.

​ເຂົາ​ເຈົ້າ​ຍັງ​ໄດ້ເສີມຄວາມເຂັ້ມແຂງໃຫ້ແກ່ເຂື່ອນຕ່າງໆ ​ແລະ​ປ່ອຍ​ນຳ້ ອອກຈາກ ຄູກັ້ນນ້ຳ.
ການ​ປ່ອຍ​ນໍ້າ ອອກຈາກຄູກັ້ນນ້ຳນີ້ ແມ່ນແນໃສ່​ເພື່ອ​ຫລຸດ​ຜ່ອນໄພ​ນໍ້າ​ຖ້ວມ​ຈາກ​ຝົນຕົກ​ໜັກ.

​ໃນ​ຕອນ​ຕົ້ນ​ອາທິດ​ນີ້ ໄຕ້ຝຸ່ນທີ່​ຮ້າຍແຮ​ງ​ຫົວນີ້ ໄດ້​ເຮັດ​ໃຫ້​ 50 ກວ່າຄົນ​ເສຍ​ຊີວິດ ​ໃນ​ຂະນະ​
ທີ່ພັດ​ຜ່ານ​ຟິລິບ​ປີນ. ຫຼາຍ​ລ້ານ​ຄົນ​ຢູ່​ໃນ​ນະຄອນຫຼວງ​ມາ​ນິລາ ​ແລະ​ບັນດາເຂດ​ອ້ອມ​ແອ້ມ
ຍັງ​ສືບຕໍ່ບໍ່​ມີ​ໄຟຟ້າ​ໃຊ້ເທື່ອ ​ໃນ​ຂະນະ​ທີ່​ສາຍ​ໄຟ​ຂາດຕົກລົງ​ມາ ​ແລະ​ຕົ້ນ​ໄມ້ທີ່​ລົ້ມ​ຕັນ​ທາງ
ນັ້ນ ຍັງບໍ່ມີການເກັບກວດຢູ່​ໃນ​ຫຼາຍ​ໆ ເຂດ.

ASIA TYPHOON VO
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG