ການໂຄສະນາຫາສຽງຂອງອະດີດຮອງປະທານາທິບໍດີ ໂຈ ໄບເດັນ (Joe Biden) ເພື່ອໃຫ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າພັກເດໂມແຄຣັດໄປແຂ່ງຂັນເປັນປະທານາທິບໍດີ ໄດ້ຮັບແຮງກະຕຸ້ນພຸ້ງສູງຂຶ້ນ ໃນວັນອັງຄານວານນີ້ ເມື່ອທ່ານໄດ້ຮັບໄຊຊະນະໃນຢ່າໜ້ອຍ 8 ລັດຂອງຈຳນວນທັງໝົດ 14 ລັດ ທີ່ບັນດາພວກປ່ອນບັດໄປເລືອກເອົາຜູ້ສະໝັກທີ່ເຂົາເຈົ້າມັກຢູ່ໃນການເລືອກຕັ້ງຂັ້ນຕົ້ນ. ໃນຕອນເຊົ້າໆ ຂອງວັນພຸດມື້ນີ້ ສະມາຊິກສະພາສູງເບີນີ ແຊນເດີສ໌ (Bernie Sanders) ໄດ້ຮັບຄະແນນນຳໜ້າໝູ່ຢູ່ໃນລັດຄາລິຟໍເນຍ, ຊຶ່ງເປັນຈຳນວນຄະແນນທີ່ໃຫຍ່ທີ່ສຸດໃນການແຂ່ງຂັນນີ້ ແລະລັດເທັກຊັສແມ່ນຍັງມີຄະແນນສູສີກັນຫລາຍ ຊຶ່ງຍາກທີ່ຈະບອກໄດ້. Mike O'Sullivan, ນັກຂ່າວວີໂອເອມີລາຍລະອຽດເພີ້ມກ່ຽວກັບຜົນການເລືອກຕັ້ງໃນວັນອັງຄານພິເສດ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ບັນດາຜູ້ປ່ອນບັດໄດ້ພາກັນໄປຫາສະຖານທີ່ປ່ອນບັດຢູ່ໃນລັດຕ່າງໆທີ່ຢູ່ໃນວົງລັດສະໝີອັນກວ້າງໆ - ນັບແຕ່ລັດເວີຈີເນຍ ໄປຈົນເຖິງລັດຄາລິຟໍເນຍ-- ຊຶ່ງເປັນບ່ອນໃຫ້ຄະແນນໃຫຍ່ທີ່ສຸດຂອງວັນອັງຄານວານນີ້.
ໃນຂະນະທີ່ບັດຄະແນນສຽງກຳລັງຖືກນັບຢູ່ນັ້ນ, ທ່ານໄບເດັນ ໄດ້ຮັບຄະແນນຫລຸດທ່ານແຊນເດີສ໌ ຢູ່ໃນລັດຄາລິຟໍເນຍ ແຕ່ກໍມີຄະແນນຊະນະຢູ່ ພາຍຫລັງທີ່ໄດ້ຮັບໄຊຊະນະຢູ່ໃນລັດອື່ນໆ ໄປແລ້ວ.
ທ່ານ ໂຈ ໄບເດັນ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີຈາກພັກເດໂມແຄຣັດ ທ່ານນຶ່ງກ່າວວ່າ:
"ແລະພວກເຂົາເວົ້າວ່າ ໂຈ, ເມື່ອເຈົ້າໄປຮອດວັນອັງຄານພິເສດ ຫລື Super Tuesday ແລ້ວກໍຈະຈົບລົງເທົ່ານັ້ນຫລະ. ເອີ່ ມັນກໍອາດຈະຈົບລົງສຳລັບຄົນອື່ນ. ຈົ່ງເວົ້າເລື້ອງນັ້ນໃຫ້ພວກທີ່ຢູ່ໃນລັດເວີຈີເນຍ, ຄາໂຣໄລນາເໜືອ, ອາລາບາມາ, ເທັນເນັສຊີ, ໂອກລາໂຮມາ, ອາແກນຊໍ, ມິນເນໂຊຕາ ຟັງແດ່."
ແລະທ່ານໄບດັນ ໄດ້ຮັບໄຊຊະນະຢູ່ໃນລັດແມັສຊາຈູແຊັສ, ຊຶ່ງເປັນລັດບ້ານຢູ່ ຂອງຄູ່ແຂ່ງຂອງທ່ານ, ສະມາຊິກສະພາສູງເອລີຊາເບດ ວໍເຣນ (Elizabeth Warren).
ການແຂ່ງຂັນແມ່ນເຄັ່ງຮ້ອນຂຶ້ນ ໃນວັນຈັນຜ່ານມາ ເມື່ອອະດີດເຈົ້າເມືອງ ເມືອງເຊົ້າເບນ, ລັດອິເດຍນາ, ທ່ານພີດ ບູຕິເຈຈ (Pete Buttigieg) ແລະ ສະມາຊິກສະພາສູງລັດມິນເນໂຊຕາ, ທ່ານນາງ ເອມມີ ໂຄລບູຈາຣ໌, ໄດ້ຖອນໂຕອອກຈາກການແຂ່ງຂັນ ແລະພາກັນໃຫ້ການຮັບຮອງຢ່າງເປັນທາງການແກ່ທ່ານໄບເດັນ.
ທ່ານແຊນເດີສ໌ ໄດ້ຮັບໄຊຊະນະຢູ່ໃນລັດເວີມັນທ໌ ທີ່ເປັນລັດບ້ານຂອງທ່ານເອງ ພ້ອມກັບລັດຢູທາ ແລະລັດໂຄໂລຣາໂດ.
ທ່ານເບີນີ ແຊນເດີສ໌ (Bernie Sanders), ຜູ້ສະໝັກເລືອກຕັ້ງປະທານາທິບໍດີທ່ານນຶ່ງກ່າວວ່າ:
"ພວກເຮົາຈະຊະນະການເລືອກຕັ້ງໃຫ້ເປັນຜູ້ຕາງໜ້າພັກເດໂມແຄຣັດ ແລະພວກເຮົາຈະເຮັດໃຫ້ປະທານາທິບໍດີທີ່ເປັນອັນຕະລາຍຮ້າຍແຮງຫລາຍທີ່ສຸດໃນປະຫວັດສາດຂອງປະເທດ ຜ່າຍແພ້ໄປ."
ທ່ານນາງ ເອລີຊາເບດ ວໍເຣນ ທີ່ໄດ້ຮັບຄະແນນລາກຫລັງໝູ່ຫລາຍທີ່ສຸດນັ້ນ ແນະນຳໃຫ້ພວກສະໜັບສະໜຸນທ່ານນາງ ໃຫ້ປ່ອນບັດເອົາຕາມຄວາມຮູ້ສຶກໃນໃຈຂອງເຂົາເຈົ້າ ບໍ່ແມ່ນອີງໃສ່ພວກນັກຊ່ຽວຊານເວົ້າ.
ສະມາຊິກສະພາສູງເອລີຊາເບດ ວໍເຣນ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຈາກພັກເດໂມແຄຣັດທ່ານນຶ່ງເວົ້າວ່າ:
"ແລະໃຫ້ເລືອກເອົາບຸກຄົນທີ່ທ່ານຄິດວ່າ ຈະເປັນປະທານາທິບໍດີຂອງສະຫະລັດອາເມຣິກາ ທີ່ດີທີ່ສຸດ."
ມະຫາເສດຖີເງິນຕື້ ໄມໂຄ ບລູມເບີກ (Michael Bloomberg) ໄດ້ຮັບໄຊຊະນະຢູ່ໃນແຕ່ເກາະຊາມົວຂອງອາເມຣິກາເທົ່ານັ້ນ ແຕ່ກໍມີຄວາມຮູ້ສຶກກະຕືລືລົ້ນ ຢູ່ໃນລັດຟລໍຣິດາທີ່ຈະຈັດການເລືອກຕັ້ງຂັ້ນຕົ້ນຂອງຕົນຂຶ້ນ ໃນສອງອາທິດຂ້າງໜ້ານີ້.
ທ່ານໄມໂຄ ບລູມເບີກ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີຈາກພັກເດໂມແຄຣັດທ່ານນຶ່ງເວົ້າວ່າ:
"ຖ້າຫາກຂ້າພະເຈົ້າໄດ້ເປັນຜູ້ຖືກແຕ່ງຕັ້ງໃຫ້ຕາງໜ້າພັກ, ຂ້າພະເຈົ້າຂໍໃຫ້ສັນຍາກັບທ່ານແນວນີ້. ພວກເຮົາຈະເຮັດໃຫ້ດໍໂນລ ທຣຳ ຜ່າຍແພ້ຢູ່ໃນລັດຟລໍຣິດາ ແລະ ໃນລັດທີ່ບໍ່ມີຄວາມແນ່ນອນອື່ນໆອີກ ຢູ່ທົ່ວປະເທດ."
ສ່ວນປະທານາທິບໍດີ ດໍໂນລ ທຣຳນັ້ນ ເວົ້າວ່າ ທ່ານຈະທຳການໂຕວາທີກັບຜູ້ສະໝັກມາຈາກພັກເດໂມແຄຣັດທີ່ໄດ້ຮັບໄຊຊະນະ ດ້ວຍຄວາມຍິນດີເປັນຢ່າງຍິ່ງ ຢູ່ໃນຫລາຍອາທິດຂ້າງໜ້າ ກ່ອນການເລືອກຕັ້ງທີ່ຈະຈັດຂຶ້ນໃນວັນທີ 3 ພະຈິກນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້
Former Vice President Joe Biden's campaign for the Democratic Party's presidential nomination got a boost on Tuesday, as he won at least eight of the 14 states where voters made their choice in party primary elections. Early Wednesday, Senator Bernie Sanders was ahead in California, the biggest prize in the contest, and Texas was too close to call. VOA's Mike O'Sullivan has more of the results from Super Tuesday.
Voters went to the polls in a broad swath of states -- from Virginia to California -- which was Tuesday's biggest prize.
As the votes were counted, Biden trailed Sanders in California, but scored win after win in other states.
Joe Biden, Democratic Presidential Candidate:
"And they said Joe when you get to Super Tuesday it will be over. Well, it may be over for the other guy. Tell that to the folks in Virginia, North Carolina, Alabama, Tennessee, Oklahoma, Arkansas, Minnesota."
And Biden won in Massachusetts, the home state of his rival, Senator Elizabeth Warren.
The race tightened Monday, when former South Bend, Indiana Mayor Pete Buttigieg and Minnesota Senator Amy Klobuchar withdrew and endorsed Biden.
Sanders scored wins in his home state of Vermont, Utah and Colorado.
Bernie Sanders, Presidential Candidate:
"We're going to win the Democratic nomination and we are going to defeat the most dangerous president in the history of this country."
Elizabeth Warren, trailing badly, urged supporters to follow their hearts and not the pundits.
Senator Elizabeth Warren, Democratic President Candidate:
"And vote for the person you think will make the best president of the United States of America."
Billionaire businessman Michael Bloomberg won only in American Samoa, but was upbeat in Florida, which will hold its primary in two weeks.
Michael Bloomberg, Democratic President Candidate:
"If I'm the nominee, let me make you this promise. We will beat Donald Trump in Florida and in swing states around the country."
President Donald Trump says he will gladly debate the winning Democrat in the weeks before the November 3 election.