ທີມ ອາເມຣິກັນ ຟຸດບອລ ແຊນແຟຣນຊິສໂກ ໂຟທີນາຍເນີ (San Francisco 49ers) ກັບ ທີມ ແຄນຊັສ ຊີຟ (Kansas Chiefs) ຈະແຂ່ງຂັນກັນໃນນະຄອນ ໄມອາມີ ໃນວັນອາທິດມື້ນີ້ ໃນການຊິງແຊັ້ມ ກິລາ ອາເມຣິກັນ ຟຸດບອລ ແຫ່ງຊາດຊື່ວ່າ ຊຸບເປີ ໂບລ (Super Bowl).
ທີມ ແຄນຊັສ ຊີຟ ແມ່ນກຳລັງເດີນທາງເຂົ້າສູ່ການແຂ່ງຂັນ ຊຸບເປີ ໂບລ ຄັ້ງທຳອິດຂອງເຂົາເຈົ້າ ນັບຕັ້ງແຕ່ປີ 1970, ເຊິ່ງແມ່ນ 26 ປີກ່ອນທີ່ທ້າວ ແພັດທຣິກ ມາໂຮມສ໌, ນັກກິລາ ຄົວເຕີແບັກ ທີ່ມີຊື່ສຽງຂອງເຂົ້າໄດ້ເກີດ.
ທີມ ໂຟທີນາຍເນີ ແມ່ນກຳລັງພະຍາຍາມທີ່ຈະສ້າງສະຖິຕິ ຊະນະການແຂ່ງຂັນ ຊຸບເປີ ໂບລ ຄັ້ງທີ 6 ເທົ່າກັບທີມອື່ນໃນວັນອາທິດມື້ນີ້. ທີມ ດັ່ງກ່າວແມ່ນບໍ່ເຄີຍໄດ້ເປັນແຊັ້ມນັບຕັ້ງແຕ່ປີ 1995 ເປັນຕົ້ນມາ.
ນັກກິລາ ຄົວເຕີແບັກ ຂອງທີມ ໂຟທີນາຍເນີ ທ້າວ ຈິມມີ ກາຣັອບໂປໂລ, ແມ່ນກຳລັງພະຍາຍາມຄວ້າໄຊຊະນະ ຊຸບເປີ ໂບລ ຄັ້ງທຳອິດຂອງລາວ ໃນຖານະເປັນນັກກິລາໂຕຈິງ. ລາວເຄີຍເປັນສ່ວນນຶ່ງຂອງທີມແຊັ້ມສອງສະໄໝຄື ທີມ ນິວ ອິງແລນ ແພັດທຣີອັອດ, ເຊິ່ງລາວໄດ້ຫຼິ້ນເປັນຕົວສຳຮອງ ນັກກິລາຄົວເຕີແບັກ ທ້າວ ທັອມ ເບຣດີ, ກ່ອນທີ່ຈະຍ້າຍໄປເຂົ້າທີມ ແຊນ ແຟຣນຊິສໂກ ນັ້ນ.
ປະຊາຊົນ ອາເມຣິກັນ ຫຼາຍກວ່າ 100 ລ້ານຄົນແມ່ນຄາດວ່າຈະເປີດເບິ່ງການແຂ່ງຂັນດັ່ງກ່າວໃນວັນອາທິດມື້ນີ້, ເຊິ່ງຈະເປັນການປິດລະດູການທີ 100 ຂອງກິລາ NFL ນັ້ນ.
ນັກຮ້ອງນາງ ເດມີ ໂລວາໂຕ ຈະເປັນຜູ້ຮ້ອງເພງຊາດ ແລະ ນາງ ຊາກິຣາ ແລະ ນາງ ເຈນີເຟີ ໂລເປສ ຈະເປັນຜູ້ທຳການສະແດງຮ້ອງເພງໃນການພັກເຄິ່ງເວລາ. ການແຂ່ງຂັນດັ່ງກ່າວຈະເລີ່ມຂຶ້ນເວລາ ຫົກໂມງເຄິ່ງຕອນແລງ ຕາມເວລາຂອງພາກຕາເວັນອອກຂອງ ສະຫະລັດ ທີ່ສະໜາມກິລາ ຮາດຣັອກ ຂອງນະຄອນ ໄມອາມີ.