ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍາ​ນາງ​ຊັນ​ນີ ປັນ​ຍາ​ນຸ​ວົງ ​ຣູ​ເບັກ ທະ​ນາຍ​​ຄວາມ​ ຂອງ​ລັດຄາ​ໂຣ​ໄລ​ນາ​ເໜືອ ສະ​ໝັກ ເລືອກ​ຕັ້ງ ​ເປັນຜູ້​ພິ​ພາກ​ສາ


ຍາ​ນາງ​ຊັນ​ນີ ປັນ​ຍາ​ນຸ​ວົງ ຣຸູເບັກ ທະ​ນາຍ​ຄວາມຂອງ​ລັດ​ ສະ​ໝັກແຂ່ງ​ຂັນ ເປັນ​ຜູ້​ພິ​ພາກ​ສາ ເຂດເມືອງ​​ແມັກ​ເຄັນ​ເບີກ ລັດ​ຄາ​ໂຣ​ໄລ​ນາ​ເໜືອ.
ຍາ​ນາງ​ຊັນ​ນີ ປັນ​ຍາ​ນຸ​ວົງ ຣຸູເບັກ ທະ​ນາຍ​ຄວາມຂອງ​ລັດ​ ສະ​ໝັກແຂ່ງ​ຂັນ ເປັນ​ຜູ້​ພິ​ພາກ​ສາ ເຂດເມືອງ​​ແມັກ​ເຄັນ​ເບີກ ລັດ​ຄາ​ໂຣ​ໄລ​ນາ​ເໜືອ.

ທ່ານ​ຜູ້​ຟັງ​ທີ່​ເຄົ​າ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ປະ​ຈຳ​ແລງ​ວັນ​ພະ​ຫັດ​ມື້​ນີ້
ເຮົາຈະ​ພາ​ທ່ານ​ໄປ​ຮູ້​ຈັກ ​ກັບ​ຍາ​ນາງ​ຊັນ​ນີ ປັນ​ຍາ​ນຸ​ວົງ ຣູ​ເບັກ ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ
​ລາວທີ່​ເປັນທະ​ນາຍ​ຄວາມຂອງ​ລັດ​ ແລະຫົວ​ໜ້າຫ້ອງ​ການ​ຄວບ​ຄຸມພວກ​ມີ​ຄວາມ​ຜິດ
​ດ້ານ​ຢາ​ເສບຕິດ. ​ຍາ​ນາງຊັນ​ນີ​ໄດ້​ປະຕິບັດໜ້າ​ທີ່ມາ​ກວ່າ​ນຶ່​ງ​ທົດ​ສະ​ວັດແລ້ວ ເວ​ລາ​ນີ້​ສະ
​ໝັກເປັນ​ຜູ້​ພິ​ພາກ​ສາ​ ປະ​ຈຳເຂດເມືອງເມັກ​ເຄ​ລັນ​ເບີກ (Mecklenburg) ລັດຄາ​ໂຣ​ໄລ​
ນາ​ເໜືອ ແລະ​ກຳ​ລັງ​ໂຄ​ສະ​ນາ​ຫາ​ສຽງເລືອກຕັ້ງ ໃນ​ເດືອນ​ພະ​ຈິກ​ຈະ​ມາ​ເຖິງ​ນີ້. ອັນ​ດັບ
​ຕໍ່​ໄປ ກິ່ງ​ສະ​ຫວັນ ຈະເອົາ​ການ​ໂອ້​ລົມ ​ກັບ​ຍານາງ​ຊັນ​ນີ ​ມາ​ສະ​ເໜີ​ທ່ານ.

ນາງ​ພາ​ວະ​ດີ ປັນ​ຍາ​ນຸ​ວົງ ອາ​ຍຸ 2 ປີ ທີ່​ສູນ​ອົບ​ພະ​ຍົບ​ໜອງ​ຄາຍ ປີ 1981.
ນາງ​ພາ​ວະ​ດີ ປັນ​ຍາ​ນຸ​ວົງ ອາ​ຍຸ 2 ປີ ທີ່​ສູນ​ອົບ​ພະ​ຍົບ​ໜອງ​ຄາຍ ປີ 1981.

ຍາ​ນາງ​ພາ​ວະ​ດີ ມີ​ຊື່ເປັນພາ​ສາ​ອັງ​ກິດ​ວ່າ ຊັນ​ນີ “Sunny” ຊຶ່ງມີຄວາມໝາຍ​ວ່າ “ແສງ
ແດດ​ກ້າ” ​ນາມ​ສະ​ກຸນປັນ​ຍາ​ນຸ​ວົງ ຣູ​ເບັກ. ຊັນ​ນີ ເກີດ​ຢູ່​ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ
ປະ​ເທດ​ລາວ ເປັນ​ລູກ​ສາວຄົນ​ທີ​ສອງ ​ຂອງ​ອ້າຍ​ເອື້ອຍ​ນ້ອງສາມ​ຄົນ. ຄອບ​ຄົວ​ປັນ​ຍາ​
ນຸ​ວົງ ເປັນຊາວໄຮ່ຊາ​ວ​ນາ ເດີນ​ທາງເຂົ້າມາຕັ້ງ​ຖິ່ນ​ຖານຢູ່​ສະ​ຫະ​ລັດ ​ໃນ​ປີ 1981 ເວ​ລາ​
ນັ້ນ ນາງຊັນ​ນີ ມີ​ອາ​ຍຸ​ສອງ​ປີ. ຄອບ​ຄົວ​ປັນ​ຍາ​ນຸ​ວົງ ບໍ່​ແຕ​ກ​ຕ່າງ​ກັບ​ບັນ​ດາ​ຜູ້​ມາ​ຮອດ​ໃໝ່
ຕ້ອງໄດ້ເລີ້ມ​ຈາກ​ສູນ ໂດຍອາ​ໄສ​ການ​ຊ່ວຍ​ເຫຼືອ​ຈາກໂ​ຄງ​ການ​ຊ່ວຍ​ເຫຼືອອົບ​ພະ​ຍົບ​ຂອງ
​ລັດ​ຖະ​ບານ ກາງ ໃນ​ຂັ້ນ​ຕົ້ນ​ເຂົາ​ເຈົ້າໄດ້ປະ​ເຊີນ​ໜ້າກັບ​ສິ່ງແວດລ້ອມໃໝ່ຕ່າງໆ.

​ໃນ​ໄລ​ຍະ 40 ​ປີ​ທີ່​ຜ່ານ​ມາ​ນີ້ ຄອບ​ຄົວ​ປັນ​ຍາ​ນຸ​ວົງ ​ໄດ້​ຊົມ​ຊື່ນກັບອິດ​ສະ​ຫ​ລະ​ພາບ ເສ​ລີ​
ພາບ ແລະ​ໂອ​ກາດທຸກໆ​ຢ່າງ ທີ່​ເຮັດພວກ​ລູກ​ເຕົ້າໄດ້ຮັບຜົນ​ສຳ​ເລັດ​ດ້ານການສືກ​ສາ.
​ຍາ​ນາງຊັນ​ນີ​ເວ​ລາ​ນີ້ໄດ້​ກາຍ​ມາ​ເປັນທະ​ນາຍ​ຄວາມຂອງລັດ​ ຫຼື Public Defender ຢູ່
​ສານ​ເມືອງເມັກ​ເ​ຄລັນ​ເບີກ (Mecklenburg) ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ ມາ​ເປັນ​ເວ​ລາກວ່າ
​ນຶ່ງ​ທົດສະ​ວັດ​ແລ້ວ. ປ​ະ​ສົບການດັ່ງ​ກ່າວ​ໄດ້​ເປັນ​ແຮງຊຸກ​ຍູ້ ​ໃຫ້ຍາ​ນາງຊັນ​ນີ ກ້າວ​ເຂົ້າ​
ມາ​ສະໝັກແຂ່ງ​ຂັນເປັນຜູ້​ພິ​ພາກ​ສາ ຢູ່ສານ​ເມືອງດັ່ງ​ກ່າວ. ຍາ​ນາງຊັນ​ນີ ເຖິງ​ແມ່ນ​ໄດ້​ມາ
​ເຕີບໃຫຍ່​ຢູ່ໃນ​ສະ​ຫະ​ລັດ ແຕ່​ກໍສາ​ມາດ​ປາກ​ເວົ້າ​ພາ​ສາ​ລາວ​ໄດ້​ດີດ້ວຍ​ສຳ​ນຽງປາກ​ຊັນ
ຊຶ່ງຍາ​ນາງໄດ້​ອະ​ທິ​ບາຍ ກ່ຽ​ວກັບ​ໜ້າ​ທີ່ວຽກ​ງານສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ຍາ​ນາງ​ຊັນ​ນີ ປັນ​ຍານຸ​ວົງ ຣູເບັກ ທະ​ນາຍ​ຄວາມ​ລັດ ປະ​ຈຳ​ເຂດ​ເມືອງ​ເມັກ​ເຄ​ລັນ​ເບີກ ລັດ​ຄາ​ໂຣ​ໄລ​ນາ​ເໜືອ.
ຍາ​ນາງ​ຊັນ​ນີ ປັນ​ຍານຸ​ວົງ ຣູເບັກ ທະ​ນາຍ​ຄວາມ​ລັດ ປະ​ຈຳ​ເຂດ​ເມືອງ​ເມັກ​ເຄ​ລັນ​ເບີກ ລັດ​ຄາ​ໂຣ​ໄລ​ນາ​ເໜືອ.

​ສະ​ຫະ​ລັດອາ​ເມ​ຣິ​ກາ ເປັນ​ປະ​ເທດ​ທີ່ເປີດ​ໂອ​ກາດ​ໃຫ້​ແກ່​ທຸກໆ​ຄົນບັນ​ລຸ​ຄວາມ​ໄຝ່ຝັນ​ຂອງ​ຊາວອ​າ​ເມ​ຣິ​ກັນ. ການ​ສຶກ​ສາ​ແມ່ນ​ແສງສະຫ​ວ່າງ ທີ່​ສິດ​ສອນໃຫ້​ມີຄວາມມາ​ນະ​ອົດ​ທົນ ແລະ​ເປັນ​ຜູ້​ສະ​ຫຼຽວ​ສະ​ຫຼາດ. ຍາ​ນ​າງ​ຊັນ​ນີ ໄດ້ອະ​ທິ​ບາຍ ​ເຖິງປະ​ສົບ​ການຊີ​ວິດ​ຂອງ​ການສຶກ​ສາ ກ່ອນ​ຈະ​ມາ​ປະ​ກອບ​ໜ້​າ​ທີ່ເຮັດວຽກ​ງ​ານສູ່ ​ວີ​ໂອ​ເອ ​ຟັງ​ດັ່ງ​ນີ້:

ແມ່​ຂອງ​ພາ​ວະ​ດີ ເກືອບ​ຈະ​ເອົາ​ຢາ​ໃຫ້​ກິນ​ເພື່ອປ້ອງ​ກັນ ບໍ່​ໃຫ້​ຮ້ອງ​ໃຫ້ ຕອນ​ຂ້າມ​ນ້ຳ​ຂອງ​ມາ​ສູ່​ສູນ​ອົບ​ພະ​ບົບ ປະ​ເທດ​ໄທ.
ແມ່​ຂອງ​ພາ​ວະ​ດີ ເກືອບ​ຈະ​ເອົາ​ຢາ​ໃຫ້​ກິນ​ເພື່ອປ້ອງ​ກັນ ບໍ່​ໃຫ້​ຮ້ອງ​ໃຫ້ ຕອນ​ຂ້າມ​ນ້ຳ​ຂອງ​ມາ​ສູ່​ສູນ​ອົບ​ພະ​ບົບ ປະ​ເທດ​ໄທ.

ເຖິງ​ແມ່ນ​ວ່າ​ພໍ່​ແມ່​ຂອງ​ຍານ​າງ​ຊັນ​ນີເປັນ​ຊາວ​ນາ ແຕ່​ເຂົາ​ເຈົ້າ​ບໍ່ໄດ້​ລົດ​ລະ​ເຫັນ ຄວາມ​ສຳ​ຄັນ ດ້ານ​ການ​ສຶກ​ສາ ສຳ​ລັບພວກ​ລູກໆ​ທຸກ​ຄົນ ຊຶ່ງ​ຍາ​ນາງ​ຊັນ​ນີ​ໄດ້​ກ່າວເຖິງຕອນນີ້ວ່າ:

ຊີ​ວິດ​ຄື​ການ​ຕໍ່​ສູ້ ຄວາມ​ຍາກ​ລຳ​ບາກ​ຄື​ຢາ​ກຳ​ລັງ
ຊີ​ວິດ​ຄື​ການ​ຕໍ່​ສູ້ ຄວາມ​ຍາກ​ລຳ​ບາກ​ຄື​ຢາ​ກຳ​ລັງ

​ເມືອງເມັກ​ເ​ຄລັນ​ເບີກ (Mecklenburg) ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ ເປັນ​ເມືອງນ້ອຍໆ ຕັ້ງ​ຢູ່​ທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ. ເມື່ອ​ສີ່​ທົດ​ສະ​ວັດ​ກ່ອນ​ ​ດິນ​ແດນ​ແຫ່ງ​ນີ້ເກືອບວ່າ​ບໍ່​ມີປະ​ຊາ​ຊົນ​ ຈາ​ກ​ເຂດ​ເອ​ເຊຍ​ອາ​ໄສ​ຢູ່ເລີຍ ແຕ່ບັດ​ນີ້ໄດ້ປ່ຽນ​ແປງສັງ​ຄົມໃນ​ເຂດ​ດັ່ງ​ກ່າວ. ຍາ​ນາງ​ຊັນ​ນີ​ເປັນ​ທີ່​ຮູ້ກັນ​ດີ​ໃນວົງ​ການລັດຖະ​ບານ​ທ້ອງ​ຖິ່ນ ​ໃນ​ປັດ​ຈຸ​ບັນ​ໄດ້​ປະ​ກາດສະ​ໝັກເຂົ້າ​ມາຮັບ​ໃຊ້​ສັງ​ຄົມຢູ່​ໃນ​ລະ​ດັບຜູ້​ພິ​ພາກ​ສາ ຊຶ່ງ​ຍາ​ນາງ​ ໄດ້​ກ່າວ​ສະ​ຫລຸບ​ສູ່ ວີ​ໂອ​ເອ ​ຟັງດັ່ງ​ນີ້​:

ນາງ​ພາ​ວະ​ດີ ປັນ​ຍາ​ນຸ​ວົງ ອາ​ຍຸ 2 ປີ ທີໄດ້​ກາຍ​ມາ​ເປັນ​ທະ​ນາຍ​ຄວາມ ແລະ​ຫວັງ​ທີ່​ຈະ​ກ້າວ​ມາເປັນຜູ້​ພິ​ພາກ​ສາ.
ນາງ​ພາ​ວະ​ດີ ປັນ​ຍາ​ນຸ​ວົງ ອາ​ຍຸ 2 ປີ ທີໄດ້​ກາຍ​ມາ​ເປັນ​ທະ​ນາຍ​ຄວາມ ແລະ​ຫວັງ​ທີ່​ຈະ​ກ້າວ​ມາເປັນຜູ້​ພິ​ພາກ​ສາ.

​ຍາ​ນາງ​ຊັນ​ນີ ປັນ​ຍາ​ນຸ​ວົງ ຣູ​ເບັກ ເປັນ​ສະ​ຕີ​ທີ່ມີ​ຄວາມ​ອົດ​ທົນ ແລະໄດ້ເຂົ້າ​ຮັບ​ໃຊ້​ສັງ​ຄົມທາງ​ດ້ານ​ກົດ​ໝາຍຢ່າງ​ໜ້າສັນ​ລະ​ເສີນ. ຍ​າ​ນາງ​ອາດ​ຈະ​ກາຍ​ມາ​ເປັນຜູ້​ພິ​ພາກ​ສາ ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ຢູ່​ໃນ​ການ​ເລືອກ​ຕັ້ງ ໃນ​ວັນ​ທີ 3 ພະ​ຈິກ ປີ 2020 ຈະ​ມາ​ເຖິງ​ນີ້.

XS
SM
MD
LG