ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ນາໆຊາດ 3 ຄົນ ເສຍຊີວິດ ໃນການໂຈມຕີ ສະລະຊີບ ຢູ່ກາບູລ (ສະໄລດ໌)


ທະຫານສະຫະລັດ ຢືນຍາມ ຢູ່ບ່ອນທີ່ມີການໂຈມຕີ ດ້ວຍລະເບີດລົດສະລະຊີບ.
ທະຫານສະຫະລັດ ຢືນຍາມ ຢູ່ບ່ອນທີ່ມີການໂຈມຕີ ດ້ວຍລະເບີດລົດສະລະຊີບ.

ຜູ້​ໂຈມຕີສະລະ​ຊີບທາ​ລິ​ບານຄົນ​ນຶ່ງ ຂັບ​ລົດ​ບັນທຸກລະ​ເບີດ​
ແລ່ນ​ຕຳເຂົ້າ ຂະ​ບວນລົດອົງການ NATO ຢູ່​ນະຄອນຫຼວງ
Kabul ຂອງອັ​ຟກາ​ນິສຖານເຮັດໃຫ້​ທະຫານ​ນາໆຊາດຢ່າ​ງ
ໜ້ອຍສາ​ມຄົນເສຍຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫ້າ​ຄົນ.

ອົງການ NATO ບໍ່​ໄດ້​ແຈ້ງໃຫ້ຊາບກ່ຽວກັບສັນຊາດ​ຂອງ​
ພວກ​ທະຫານທີ່ເສຍ ຊີວິດ.

​ໂຄ​ສົກກະຊວງ​ພາຍ​ໃນອັຟກາ​ນິສຖານ ທ່ານ Sediq Sediqi
ກ່າວ​ວ່າ ຢ່າງ​ໜ້ອຍພົ​ນລະ​ເຮືອນ 13 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ເຫດລະ​ເບີດໄດ້​ເກີດ​ຂື້ນ​ໃນ​ຕອນ​ເຊົ້າວັນ​ອັງຄານມື້​ນີ້ ຢູ່​ຖະໜົນຫລວງ​ສາຍສຳຄັນ ທີ່ເນັ່ງ
ແຕ່ສະຖານທູດສະຫະລັດ ​ໄປ​ຫາ​ເດີ່ນ​ເຮືອບິນນະຄອນ Kabul.

ຕຳຫລວດ​ກ່າວ​ວ່າ ຄົນຮ້າຍ​ໄດ້​ທຳການ​ໂຈມ​ຕີ ບໍ່ພໍ​ເທົ່າ​ໃດ​ຮ້ອຍ​ແມັດ ຫ່າງຈາກ​ປະຕູ
ໃຫຍ່ ທາງ​ເຂົ້າສະຖານທູດ.

ກຸ່ມທາ​ລິ​ບານ ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນ​ທີ ໃນ​ການ​ໂຈມຕີມື້ນີ້.

XS
SM
MD
LG