ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

38 ຄົນ ເສຍຊີວິດ ໃນການໂຈມຕີ ສະລະຊີບ ຢູ່ອີຣັກ (ວີດີໂອ)


ຜູ້​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້ບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ
ຢູ່​ໃນ​ຮ້ານ​ກາ​ເຟ ທີ່ເມືອງ Kirkuk
ຜູ້​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້ບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ ຢູ່​ໃນ​ຮ້ານ​ກາ​ເຟ ທີ່ເມືອງ Kirkuk
ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້ບີບ​ຄະ​ນວນ​ລະ​ເບີດ​ໃຫ້​
ແຕກ​ຂຶ້ນ ຢູ່​ໃນ​ຮ້ານ​ກາ​ເຟ ທີ່ເມືອງ Kirkuk ທາງ​ພາກ​ເໜືອ​
ຂອງ​ອີ​ຣັກ ​ໃນ​ຕອນ​ແລງ​ຂອງ​ວັນ​ສຸກ ວານ​ນີ້ ຊຶ່ງ​ໄດ້ສັງຫານ 38
ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບອີກ 26 ຄົນ.

ບັນດາ​ລູກ​ຄ້າພວມ​ພາກັນ​ສະໜຸກ​ສະໜາ​ນກັບ​ການກິນ​ອາຫານ
​ແລະ​ນໍ້າ​ຊາ ​ເພື່ອ​ ພັກຜ່ອນ​ຈາກການ​ອົດ​ອາຫານປະ​ຈໍາ​ວັນໃນ
​ເດືອນ​ສັກສິດ​ຫຼື Ramadan ​ເວລາ ຜູ້ຊາຍ​ໃຫຍ່​ຄົນ​ນຶ່ງ ຢ່າງ​ເຂົ້າ
​ມ​າ​ ແລະຮ້ອງ​ອອກ​ມາ​ວ່າ “ພະ​ເຈົ້າ​ເປັນ​ຜູ້​ຍິ່ງ​ໃຫຍ່” ​ແລະບີບ
ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ. ຍັງບໍ່​ມີກຸ່ມ​ໃດ ​ອ້າງ​ເອົາ​ຄວາມ​ຮັບຜິດ ຊອບ​ເທື່ອ.

ການວາງລະ​ເບີດ ກໍ່​ເກີດ​ຄວາມ​ຮຸນ​ແຮງ​ສອງ​ມື້​ ຢູ່ໃນອີຣັກ ​ເຮັດ​ໃຫ້​ປະມານ 60 ຄົນ​ເສຍ​ຊີວິດ.

ປະກົດ​ວ່າ ຍັງ​ບໍ່​ມີ​ການ​ລົດ​ລະໃນ​ການ​ກໍ່ຄວາມ​ຮຸນ​ແຮງລະຫວ່າງ​ຊາວ Shi’ites ​ແລະ​ຊາວ Sunnis ຊຶ່ງ​ເປັນ​ສາສະໜາກຸ່ມ​ນ້ອຍ ທີ່ສະຫະ​ປະຊາ​ຊາດ ກ່າວ​ວ່າ ​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຫລາຍ​ກວ່າ 2,500 ຄົນ ນັບ​ແຕ່​ເດືອນ​ເມສາ​ເປັນ​ຕົ້ນ​ມາ.

ອົງການ​ເອພີລາຍ​ງານ​ວ່າ ອາຈານສອນ​ສາສະໜາ Sunni ​ແລະ Shi’ite ​ໄດ້​ພາກັນເທດ​ສະໜາຮ່ວມ​ກັນ​ໃນ​ວັນ Ramadan ເມື່ອວັນ​ສຸກ​ວານ​ນີ້ ທີ່​ກຸງ Bagdad ​ໂດ​ຍ
ຮຽກຮ້ອງ​ໃຫ້​ຍຸຕິການ​ກໍ່ຄວາມຮຸນ​ແຮງແລະ​ປຸ້ມ​ລຸ​ມສາມັກຄີເພື່ອ​ ຄວາມ​ເປັນ​ເອກ​ກະ
ພາບ​ຂອງອີຣັກ.

iraq
please wait
Embed

No media source currently available

0:00 0:00:31 0:00


ຊາວ Sunni ອີຣັກ ຕິຕຽນ​ວ່າ ລັດຖະບານ ທີ່​ນໍາພາ​ໂດຍພວກ Shi’ite ບໍ່​ຫົວ ຊາ​ນໍາ​ຄວາມ​ຕ້ອງການ​ຂອງ​ເຂົາ​ເຈົ້າ ​ແລະ​ບໍ່​ໄດ້​ໃຫ້ຄວາມ​ສຳຄັນທາງ​ການ​ເມືອງ ​ແກ່​ພວກ​ເຂົາ​ເຈົ້າ​ເລີຍ.
XS
SM
MD
LG