ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ເຫດ​ລະ​ເບີດ​ ໃນ​​​ກຸງ​ແບັກ​ແດດ ສັງຫານ ຢ່າງນ້ອຍ 12 ຄົນ (ສະ​ໄລ​ດ໌)


ແຜນທີ່​ກຸງ​ແບັກ​ແດດ ອີຣັກ
ແຜນທີ່​ກຸງ​ແບັກ​ແດດ ອີຣັກ
ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ໂຈມ​ຕີ​ສູນ​ກາງເກນ​ທະຫານ
​ໃນ​ອີຣັກ ທີ່​ໄດ້​ສັງຫານ ຢ່າງນ້ອຍ 12 ຄົນ ​ແລະ​ອີກ 25 ຄົນ
​ບາດ​ເຈັບ.

​ເຫດ​ລະ​ເບີດ​ໃນ​ວັນ​ພະຫັດ​ມື້​ນີ້​ ໃນ​ເຂດໃຈກາງ​ກຸງ​ແບັກ​ແດດນັ້ນ
​ໄດ້​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ທີ່​ຖື​ກເກນ​ເປັນ​ທະຫານ​ ​ກໍາລັງ
​ລໍຖ້າ​ທີ່​ຈະ​ລົງ​ທະບຽນຢູ່.

ຍັງ​ບໍ່​ທັນ​ມີ​ຜູ້ໃດອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ເທື່ອ.

ການ​ໂຈມ​ຕີ​ດັ່ງ​ກ່າວ​ມີຂຶ້ນ ລຸນ​ຫຼັງ​ທີ່​ໄດ້​ມີ​ການ​ຍິງ​ພວກ​ທະຫານ
12 ຄົນ​ເສຍ​ຊີວິດ ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ​ໃນແຂວງ Diyala ທາງ​ພາກ​ເໜືອ​ຂອງ​
ນະ​ຄອນ​ຫຼວງ​ຂອງ​ປະ​ເທດ.

ກອງ​ທະຫານ​ຂອງ​ອີຣັກ ​ໄດ້​ຕໍ່ສູ້​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ ທີ່​ໄດ້​ຍຶດ​ເອົາ ຫຼາຍເຂດ
ຂອງ​ ເມືອງ Fallujah ​ແລະ Ramadi.

ນາຍົກລົດ​ຖະມົນຕີອີຣັກ ທ່ານ Nouri al-Maliki ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ທະຫານບ້ານ
ໃນທ້ອງ​ຖິ່ນ​ທີ່​ສ່ວນ​ໃຫຍ່​ແມ່ນ​ຊາວ​ຊຸນ​ນີ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ກຸງ​ແບັກ​ແດດ ນັ້ນ
“​ໃຫ້​ເລືອກ​ເອົາ​ຂ້າງ​ທີ່​ຖືກຕ້ອງ” ​ແລະ​ຊ່ອຍ​ຕໍ່ສູ້​ຮ່ວມ​ກັບ​ລັດຖະບານ.

XS
SM
MD
LG