ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງ​ທັບ​ບົກ ຊູ​ດານ ຍົກ​ເລີກ​ການ​ເຈ​ລະ​ຈາ​ຢຸດ​ຍິງ ກັບ​ກອງ​ກຳ​ລັງ​​ພິ​ເສດ


ພາບນີ້​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ເຟ​ສ​ບຸກ​ຂອງກອງ​ທັບ​ບົກ ຊູ​ດານ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2023 ສະ​ແດງ​ໃຫ້​ເຫັນ​ຫົວ​ໜ້າ​ກອງ​ທັບ​ບົກ ທ່ານ ອັ​ບ​ແດ​ລ ຟັດ​ທາ ອາ​ລ-ເບີ​ຮານ ກັບ​ທະ​ຫານ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ໄປ​ຢ້ຽມ​ຢາມ​ຖານ​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນຫຼວງ ຄາ​ທູມ.
ພາບນີ້​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ເຟ​ສ​ບຸກ​ຂອງກອງ​ທັບ​ບົກ ຊູ​ດານ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2023 ສະ​ແດງ​ໃຫ້​ເຫັນ​ຫົວ​ໜ້າ​ກອງ​ທັບ​ບົກ ທ່ານ ອັ​ບ​ແດ​ລ ຟັດ​ທາ ອາ​ລ-ເບີ​ຮານ ກັບ​ທະ​ຫານ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ໄປ​ຢ້ຽມ​ຢາມ​ຖານ​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນຫຼວງ ຄາ​ທູມ.

ກອ​ງທັບ​ຂອງ ຊູ​ດານ ໃນ​ວັນ​ພຸດ​ວານນີ້​ ໄດ້​ຢຸດ​ການ​ເຈ​ລະ​ຈາກ​ກັບ​ກອງ​ກຳ​ລັງ​ ​ພິ​ເສດຂອງ​ປະ​ເທດ ກ່ຽວ​ກັບ ການ​ຕໍ່​ເວ​ລາ​ການຢຸດ​ຍິງ, ໂດຍ​ກ່າວ​ຫາ​ຄູ່​ແຂ່ງ​ຂອງ​ເຂົາ​ເຈົ້າ​ວ່າ​ລ່ວງ​ລະ​ເມີດ​ສັນ​ຍາ​ສະ​ຫງົບ​ເສິກ​ທີ່ ສະ​ຫະ​ລັດ ແລະ ຊາ​ອຸ​ດີ ອາ​ຣາ​ເບຍ ເປັນ​ຜູ້​ໄກ່​ເກ່ຍ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ.

​ທັງ​ສອງ​ຝ່າຍ​ໃນ​ຄວາມ​ຂັດ​ແຍ້ງ​ທີ່​ແກ່​ຍາວ​ມາ​ໄດ້ 6 ອາ​ທິດ​ນັ້ນ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ຢຸດ​ຍິງ 7 ວັນ​ໃນ​ເມືອງ ເຈັດ​ດາ ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ວັນ​ທີ 20 ພຶດ​ສະ​ພາ​ທີ່​ຜ່ານ​ມາ​ທີ່​ຖືກ​ຂະ​ຫຍາຍ​ເວ​ລາ​ອອກ​ໄປ​ເພື່ອ​ອະ​ນຸ​ຍາດ​ການ​ນຳ​ສົ່ງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ. ການ​ຕໍ່​ເວ​ລາ 5 ວັນ​ໄດ້​ມີ​ການ​ຕົກ​ລົງ​ກັນ​ເມື່ອ​ວັນ​ທີ 29 ພຶດ​ສະ​ພາ​ທີ່​ຜ່ານ​ມາ.

ສະ​ຫະ​ລັດ ແລະ ຊາ​ອຸ​ດີ ອາ​ຣາ​ເບຍ ແມ່ນ​ກຳ​ລັງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ການ​ຢຸດ​ຍິງ ແລະ ໄດ້​ກ່າວ​ວ່າ​ທັງ​ສອງ​ຝ່າຍ​ໄດ້​ລະ​ເມີດ​ມັນ.

ໃນ​ຂະ​ນະ​ດຽວ​ກັນ, ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະປະ​ຊາ​ຊາດ ໄດ້​ພົບ​ປະ​ກັນ​ເມື່ອ​ວັນ​ພຸດ​ວານນີ້​ໃນ​ກອງ​ປະ​ຊຸມ​ປິດ​ລັບ​ດົນ 90 ນາ​ທີຕາມ​ການ​ຮຽກ​ຮ້ອງ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ. ມັນ​ເປັນ​ພຽງ​ຄັ້ງ​ທີ 5 ເທົ່າ​ນັ້ນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ດົນ​ກວ່າ 5 ປີ​ຂອງ​ທ່ານ​ທີ່​ທ່ານ​ໄດ້​ຮຽກ​ຮ້ອງ​ການ​ປະ​ຊຸມ​ແບບ​ນັ້ນ.

ໂຄ​ສົກ​ຂອງ​ທ່ານ, ທ່ານ ສ​ເຕ​ຟານ ດູ​ຈາ​ຣິກ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ​ໃນ ຊູ​ດານ, ທັງ​ໃນ​ດ້ານ​ການ​ເມືອງ ແລະ ມະ​ນຸດ​ສະ​ທຳ, ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຢາກ​ຈະ​ແລກ​ປ່ຽນ​ຄວາມ​ຄິດ​ບາງ​ຢ່າງ​ທີ່​ທ່ານ​ມີ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ.”

ນະ​ຄອນຫຼວງ ຄາຣ໌ທູມ ຂອງ ຊູ​ດານ, ແມ່ນ​ໄດ້​ຕົກ​ຢູ່​ໃນ​ຄວາມ​ຮຸນ​ແຮງ​ ນັບ​ຕັ້ງ​ແຕ່​ວັນ​ທີ 15 ເມ​ສາ​ທີ່​ຜ່ານ​ມາ, ເວ​ລາ​ທີ່​ການ​ຕໍ່​ສູ້​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງກອ​ງ​ທັບ​ບົກກັ​ບກອງ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ RSF ຫຼັງ​ຈາກ​ສາຍ​ພົວ​ພັນ​ລະ​ຫວ່າງ​ຜູ້​ນຳກອງ​ທັບ ນາຍ​ພົນ ອັບ​ແດ​ລ ຟັດ​ທາ ອາ​ລ-ເບີ​ຮານ ແລະ ຫົວ​ໜ້າ​ກອງ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ ນາຍ​ພົວ ໂມ​ຮາ​ເມັດ ຮຳ​ດານ ເດ​ກາ​ໂລ ໄດ້​ພັງ​ລົງ.

ນາຍ​ພົນ​ທັງ​ສອງ​ນັ້ນ​ແມ່ນ​ອະ​ດີດ​ພັນ​ທະ​ມິດ ຜູ້​ທີ່​ໄດ້​ຮ່ວມ​ກັນ​ທຳ​ການ​ກໍ່​ລັດ​ຖະ​ປະ​ຫານ​ໃນ​ເດືອນ​ຕຸ​ລາ 2021 ທີ່​ໄດ້​ເຮັດ​ໃຫ້​ການ​ຫັນ​ປ່ຽນ​ໄປ​ສູ່​ການ​ປົກ​ຄອງ​ໂດຍ​ພົນ​ລະ​ເຮືອນ​ລົ້ມ​ແຫຼວ ລຸນຫຼັງ​ການ​ຂັບ​ໄລ່​ຜູ້​ນຳ​ທີ່​ດົນ​ນານ ທ່ານ ໂອ​ມາ ອາ​ລ-ບາ​ເຊຍ ໃນ​ປີ 2019.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ພວກ​ນາຍ​ພົ​ນ​ນັ້ນ​ໄດ້​ສູງ​ຂຶ້ນຍ້ອນ​ຄວາມບໍ່​ເຫັນ​ພ້ອມ​ ກ່ຽວ​ກັບ ວິ​ທີ​ທີ່ກອງ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ​ຄວນ​ຖືກ​ລວມ​ເຂົ້າ​ໃນ​ກອງ​ທັບ​ບົກ ແລະ ແມ່ນ​ໃຜ​ຄວນ​ຄວບ​ຄຸມ​ຂະ​ບວນ​ການ​ດັ່ງ​ກ່າວ. ການ​ປັບ​ປຸງກອງ​ທັບ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ ທີ່​ຈະ​ນຳ​ເອົາ​ການ​ປົກ​ຄອງ​ໂດຍ​ພົນ​ລະ​ເຮືອນ​ຂອງ​ປະ​ເທດ​ກັບ​ຄືນ​ມາ ແລະ ສິ້ນ​ສຸດ​ວິ​ກິດ​ການ​ທາງ​ການ​ເມືອງ​ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ກໍ່​ລັດ​ຖະ​ປະ​ຫານ​ເມື່ອ​ປີ 2021.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG