ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊູດານ ຍິນດີຕ້ອນຮັບ ການຢ້ຽມຢາມ ຄັ້ງທຳອິດ ກຳປັ່ນພິຄາດຂອງກອງທັບເຮືອສະຫະລັດ ໃນຮອບຫຼາຍທົດສະວັດ


ຟອງນ້ຳທະເລພັດຂຶ້ນຜ່ານເທິງພື້ນກຳປັ່ນພິຄາດ ຢູແອັສແແອັສ ວິນສຕັນ ເຊີຊີລ (USS Winston Churchill) ຕິດລິກສອນໄຟ (DDG 81).
ຟອງນ້ຳທະເລພັດຂຶ້ນຜ່ານເທິງພື້ນກຳປັ່ນພິຄາດ ຢູແອັສແແອັສ ວິນສຕັນ ເຊີຊີລ (USS Winston Churchill) ຕິດລິກສອນໄຟ (DDG 81).

ກຳລັງກອງທັບເຮືອຂອງສະຫະລັດ ພວມຢ້ຽມຢາມປະເທດຊູດານ ເປັນເທື່ອທຳອິດ ໃນຮອບຫຼາຍທົດສະວັດ ພາຍຫຼັງຈາກທີ່ຊູດານ ໄດ້ຖືກລືບຊື່ອອກຈາກບັນຊີລາຍປະເທດທີ່ໃຫ້ການສະໜັບສະໜຸນການກໍ່ການຮ້າຍຂອງສະຫະລັດ. ນາບາ ໂມຮີດີນ ມີລາຍງານຈາກນະຄອນຫຼວງຄາຣ໌ທູມຂອງຊູດານ ຊຶ່ງໄຊຈະເລີນສຸກ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດາເຈົ້າໜ້າທີ່ຂອງຊູດານ ຊື່ນຊົມຍິນດີຕ້ອນຮັບ ກຳປັ່ນພິຄາດຢູແອັສແແອັສ ວິນສຕັນ ເຊີຊີລ (USS Winston Churchill) ທີ່ຕິດລູກສອນໄຟນຳວິຖີ ເຂົ້າສູ່ທ່າເຮືອຂອງຊູດານ ໃນວັນຈັນທີ່ຜານມາ.

ໃນກອງປະຊຸມຖະແຫລງຂ່າວ ຜູ້ບັນຊາການຂັ້ນສູງ ຂອງກອງທັບເຮືອຊູດານ ທ່ານອາລແນຣີ ຮັສສານ ໄດ້ພັນລະນາເຖິງການມາຢ້ຽມຢາມນີ້ ເປັນໂອກາດທີ່ສຳຄັນ.

ທ່ານອາລແນຣີ ຮັສສານ ຫົວໜ້າຜູ້ບັນຊາການຂອງຊູດານ ກ່າວເປັນພາສາອາຣັບວ່າ “ຊູດານດີໃຈຕ້ອນຮັບ ກຳປັ່ນພິຄາດ ຢູແອັສແແອັສ ວິນສຕັນ ເຊີຊີລ ການມາຢ້ຽມຢາມຄັ້ງນີ້ ເປັນປະຫວັດການ ຫຼັງຈາກ 30 ປີຂອງການຕັດສາຍ ສຳພັນກັນ. ການຢ້ຽມຢາມ ມີຜົນດີຫຼາຍປະການ ແລະສະແດງເຖິງການຟື້ນຟູສາຍສຳພັນຄືນໃໝ່ລະຫວ່າງຊູດານແລະສະຫະລັດ ແລະການກັບຄືນມາຢ້ຽມ ຢາມຂອງກຳປັ່ນລົບນັ້ນ.”

ສະຫະລັດ ໄດ້ລຶບຊູດານອອກຈາກບັນຊີລາຍຊື່ຂອງປະເທດທີ່ໃຫ້ການສະໜັບສະໜຸນການກໍ່ການຮ້າຍຂອງສະຫະລັດ ໃນເດືອນທັນວາ ຫຼັງຈາກເກືອບຮອດສາມທົດສະຫວັດຂອງການວາງມະຕະການລົງໂທດ ທີ່ເປັນຜົນມາຈາກການສະໜັບສະໜຸນຂອງຊູດານ ແກ່ບັນດາຜູ້ນຳ ກຸ່ມອາລ-ກາອີດາ ໃນຊຸມປີ 1990.

ບັນດານາຍພົນຈາກກອງບັນຊາການກຳລັງສະຫະລັດໃນເຂດອາຟຣິກາ ໄດ້ຢ້ຽມຢາມຊູດານເມື່ອສອງເດືອນ ຫຼັງຈາກທີ່ລັດຖະບານທ່ານທຣຳ ໄດ້ຍົກເລີກມາດຕະການລົງໂທດແລະພວກເຂົາເຈົ້າມີຄວາມສົນໃຈໃນ “ການພົວພັນແບບທະຫານຕໍ່ທະຫານ.”

ການຢ້ຽມຢາມໂດຍກອງທັບເຮືອສະຫະລັດ ໄດ້ເລີ້ມຂຶ້ນໃນວັນທີ 24 ກຸມພາ ເມື່ອກຳປັ່ນຂອງສະຫະລັດລຳທຳອິດ ໃນຫຼາຍທົດສະຫວັດ ເດີນທາງໄປເຖິງທ່າເຮືອຂອງຊູດານ.

ຜູ້ອຳນວຍການຮັບຜິດຊອບກິດຈະການດ້ານການເດີນເຮືອປະຈຳຝຸງກຳປັ່ນທີ ຫົກ ຂອງກອງທັບເຮືອສະຫະລັດ ພົນເຮືອຕີ ໄມໂກລ ເບຊີ ໄດ້ຢັ້ງຢືນເຖິງຄວາມສົນໃຈຂອງສະຫະລັດແລະຊູດານໃນການສ້າງຄູ່ພາຄີຮ່ວມກັນລະຫວ່າງກອງກຳລັງທະຫານຂອງທັງສອງປະເທດ.

ພົນເຮືອຕີ ໄມໂກລ ເບຊີ ຜູ້ອຳນວຍການດ້ານການເດີນເຮືອ ໄດ້ກ່າວຢູ່ທີ່ສຳ ນັກງານໃຫຍ່ເປັນພາສາອັງກິດວ່າ “ເຫດຜົນທີ່ຂ້າພະເຈົ້າມາທີ່ນີ້ ເພາະວ່າ ຂ້າພະເຈົ້າຕ້ອງການຮຽນຮູ້ຕື່ມອີກກ່ຽວກັບປະເທດຂອງທ່ານ ແລະພັດທະນາການເປັນຄູ່ພາຄີຮ່ວມກັນກັບກອງທັບເຮືອຂອງທ່ານ. ພວກເຮົາມີຄຸນຄ່າຫຼາຍຢ່າງຮ່ວມກັນ. ຂ້າພະເຈົ້າຮູ້ສຶກເປັນກຽດແລະຖ່ອມໂຕໃນຄວາມກ້າວໜ້າຂອງຊູດານ ແລະປະຊາຊົນຊາວຊູດານ ທີ່ໄດ້ຮັບໃນສອງສາມປີຜານມານີ້ ເພື່ອທຳງານຕາມຫຼັກການໄປສູ່ປະຊາທິປະໄຕ ພວກເຮົາສະໜັບສະໜຸນອັນນັ້ນ. ແຕ່ເຫດຜົນຫຼັກທີ່ຂ້າພະເຈົ້າມາທີ່ນີ້ ແມ່ນເພື່ອມາເປັນເພື່ອນມິດກັບຄູ່ຕຳແໜ່ງຂອງພວກເຮົາ ແລະຂ້າພະເຈົ້າຫວັງວ່າ ຈະໄດ້ຮ່ວມໄມ້ຮ່ວມມືນຳກັນ.”

ໃນເວລາດຽວກັນກັບການຢ້ຽມຢາມຂອງກອງທັບເຮືອສະຫະລັດ ກໍມີກຳປັ່ນລົບຂອງຣັດເຊຍ ກໍໄດ້ເຂົ້າມາຈອດຢູ່ທ່າເຮືອຂອງຊູດານ. ຣັດເຊຍແມ່ນກຳລັງລໍຖ້າລັດຖະບານຂອງຊູດານ ອະນຸມັດເພື່ອໃຫ້ສ້າງຖານທັບເຮືອແຫ່ງທຳອິດຂອງປະ ເທດດັ່ງກ່າວໃນອາຟຣິກາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG