ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດສະຫະປະຊາຊາດ ປະຈຳຊູດານ ລາອອກ ຫລັງຈາກປະ​ສົບ​ຄວາມ​ຫຍຸ້ງ​ຍາກ ກັບລັດຖະບານ


ທ່ານໂວເກີ ເພີສ ທູດພິເສດສະຫະປະຊາຊາດ ປະຈຳຊູດານ ກ່າວລະຫວ່າງກອງປະຊຸມນັກຂ່າວ ໃນນະຄອນຄາທູມ ປະເທດຊູດານ ວັນທີ 10 ມັງກອຍ 2022
ທ່ານໂວເກີ ເພີສ ທູດພິເສດສະຫະປະຊາຊາດ ປະຈຳຊູດານ ກ່າວລະຫວ່າງກອງປະຊຸມນັກຂ່າວ ໃນນະຄອນຄາທູມ ປະເທດຊູດານ ວັນທີ 10 ມັງກອຍ 2022

ທູດພິເສດສູງສຸດສະຫະປະຊາຊາດ ໃນຊູດານ ກຳລັງລາ​ອອກ ສີ່ເດືອນຫລັງຈາກລັດຖະບານໄດ້ສັ່ງໃຫ້​ທ່ານ​ເດີນ​ທາງອອກ​ຈາກ​ປະ​ເທດ. ຢູ່ໃນຄຳຖະແຫຼງ ກ່ຽວ​ກັບ​ການ​ລາ​ອອກນັ້ນ ທ່ານໄດ້ຕຳໜິກອງທັບຊູດານ ແລະກຳລັງສະໜັບສະໜູນ​ເຄື່ອນ​ທີ່​ຢ່າງວ່ອງໄວ​ຂອງ​ພວກ​ກະ​ບົດ ຫລື RSF.

“ການ​ຂັດແຍ້ງນີ້ ປ່ອຍໃຫ້​ເກີດ​ການ​ລະ​ເມີດສິດທິມະນຸດ ທີ່​ໜ້າ​ເສົ້າ​ໃຈ” ທ່ານໂວກເກີ ເພິສ ໄດ້ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງ ໃນວັນພຸດວານນີ້. ການໂຈມຕີຕໍ່ພົນລະເຮືອນຢ່າງບໍ່ເລືອກໜ້າ ໄດ້ກະທຳໂດຍພັກ​ຝ່າຍ​ທີ່​ເຮັດ​ສົງ​ຄາມ​ທີ່​ປະ​ກອບ​ເປັນການລະເມີດສິດທິມະນຸດທີ່​ຮ້າຍ​ແຮງ.”

ສະຫະປະຊາຊາດກ່າວວ່າ ຢ່າງໜ້ອຍ 5,000 ຄົນ ໄດ້ເສຍຊີວິດ ແລະຫລາຍກວ່າ 12,000 ຄົນ ໄດ້ຮັບບາດເຈັບ ນັບແຕ່ການສູ້ລົບໄດ້ເກີດຂຶ້ນລະຫວ່າງພວກ​ນາຍ​ຄົນ​ທີ່​ເປັນຄູ່ປໍລະປັກ ໃນວັນທີ 15 ເມສາ. ຊາວຊູດານຫລາຍກວ່າ 5 ລ້ານຄົນ ເວ​ລານີ້ບໍ່ມີທີ່ຢູ່ອາໄສ ຫລາຍກວ່ານຶ່ງລ້ານຄົນຂອງເຂົາເຈົ້າເປັນອົບພະຍົບ ຢູ່ໃນບັນດາປະເທດເພື່ອນບ້ານ.

ຄວາມເປັນຫ່ວງສະເພາະເຈາະຈົງ ທີ່ກຳລັງເພີ້ມຂຶ້ນ ຕໍ່ຊົນເຜົ່າທີ່ເປັນເປົ້າໝາຍໃນການສູ້ລົບຢູ່ໃນ​ເຂດ​ດາ​ຟົວ. ຂົງເຂດ​ດັ່ງ​ກ່າວໄດ້ມີ​ຄວາມ​ຮຸນ​ແຮງຕໍ່​ຕ້ານ​ພວກ​ຊົນ​ເຜົ່າ ແລະອາຊະຍາກຳຕ້ານມະນຸດຊາດ ເກີດ​ຂຶ້ນ​ຢ່າງແຜ່ກວ້າງ ໃນຊຸມປີ 2000 ແລະສະຫະປະຊາຊາດຢ້ານກົວວ່າຈະຊໍ້າອີກ ໃນປັດຈຸບັນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG