ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ຄັ້ງ​ນຶ່ງ ທາງ​ລົດ​ໄຟ ຂອງຊູ​ດານ ເຄີຍ​ໃຫຍ່​ທີ່​ສຸດ ຢູ່ໃນ​​ອາ​ຟ​ຣິ​ກາ ບັດ​ນີ້​ຈະ​ກັບ​ຄືນ​ມາ ຍິ່ງໃຫຍ່ ໄດ້ອີກ​ຫຼື​ບໍ່?


Sudan’s Railway – Once Largest in Africa, to Get Back on Track?
please wait

No media source currently available

0:00 0:02:31 0:00

ເຊີນຊົມ ວີດີໂອ ກ່ຽວກັບເລື້ອງນີ້ ເປັນພາສາອັງກິດ

ຊູ​ດານ ໃນ​ຄັ້ງ​ນຶ່ງ ເຄີຍ​ມີ​ເຄືອ​ຂ່າຍທາງ​ລົດ​ໄຟຫຼາຍ​ສາຍ ​ທີ່​ໃຫຍ່​ທີ່​ສຸດໃນ​ທະ​ວີ​ບ​ອາ​ຟ​ຣິ​ກາ ຊຶ່ງຂະ​ບວນ​ລົດ​ໄຟ​ທັງຫຼາຍ​ ໂດຍສ່ວນ​ໃຫຍ່​ແລ້ວ ແມ່ນໄດ້​ນຳ​ເຂົ້າ​ມາ ​ຈາກ​ສະຫະລັດ. ແຕ່​ໃນ​ໄລ​ຍະຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ ທີ່​ໄດ້​ຖືກປ່ອຍ​ປະ​ລະ​ເລີຍ ຍ້ອນ​ບັນ​ຫາ​ທາງ​ເສດ​ຖະ​ກິດ ແລະ​ການ​ຖືກ​ສະ​ຫະ​ລັດ ​ວາງມາດ​ຕະ​ການ​ລົງ​ໂທດ ນັ້ນ ໄດ້​ເຮັດ​ໃຫ້​ທາງ​ລົດ​ໄຟ​ດັ່ງ​ກ່າວ ໃຊ້​ການ​ບໍ່​ໄດ້ ແລ້ວຈຶ່ງ​ຕ້ອງ​ໄປ​ກາງ​ຕໍ່ ລົດ​ໄຟ ແລະ​ເຄື່ອງອາ​ໄຫລ່​ ​ທີ່​ຜະ​ລິດ​ໂດຍ​ຈີນ ​ຊຶ່ງ​ຊູ​ດານ ​ກໍ​ບໍ່ສາ​ມາດຈ່າຍມັນໄດ້. ໂດຍ​ມີ​ການ​ໂ​ຄ່ນ​ລົ້ມ​ທ່ານ​ໂອ​ມາ​ ອາ​ລ-ບາ​ເຊຍ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອອກ​ຈາກ​ຕຳ​ແໜ່ງໄປແລ້ວ ​ໃນ​ເດືອນ​ເມ​ສາ ຜ່ານ​ມາ ບັນ​ດາ​ຜູ້​ທີ່​ສະ​ໜັບ​ສະ​ໜຸນ​ທາງ​ລົດ​ໄຟ ແມ່ນ​ມີ​ຄວາມ​ຫວັງ​ວ່າ ສະ​ຫະ​ລັດ ຈະ​ຍົກ​ເລີກ​ມາ​ດ​ຕະ​ການ​ລົງ​ໂທດ​ຕ່າງໆ ໃນ​ໄວໆ​ນີ້ ເພື່ອ​ຊ່ອຍ​ຟື້ນ​ຟູ ທາງ​ລົດ​ໄຟ​ຂອງ​ຕົນ ໃຫ້​ກັບ​ຄືນ​ສູ່ຄວາມສີ​ວິ​ໄລ​ ໃນ​ອະ​ດີດ. ນາ​ບາ​ ໂມ​ຮີ​ດີນ ລາຍ​ງານ​ມາ​ຈາກ​ນະ​ຄອນຫຼວງ ຄາຣ໌​ທູມ ໃຫ້​ກັບ​ວີ​ໂອ​ເອ ຊຶ່ງ​ໄຊ​ຈະ​ເລີນ​ສຸກ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ ມາ​ດີ ຢາ​ສ​ຊິນ ອາ​ຍຸ 65 ປີ ໄດ້​ເຮັດ​ວຽກໃຫ້​ກັ​ບ ບໍ​ລິ​ສັດ​ລົດ​ໄຟ​ຊູ​ດານ ນັບ​ຕັ້ງ​ແຕ່​ປີ 1972 ເປັນ​ຕົ້ນ​ມາ.

ທາງ​ລົດ​ໄຟຂອງ​ຊູ​ດານ ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ອັງ​ກິດ ເມື່ອ 100 ປີ​ກ່ອນ.

ທ່ານ ຢາ​ສ​ຊິນ ຈົດ​ຈຳ​ໄດ້​ ​ໃນ​ເວ​ລາ​ທີ່​ທາງ​ລົດ​ໄຟ​ດັ່ງ​ກ່າວ ​ເຄີຍ​ມີຄວາມ​ສີ​ວິ​ໄລ ຊຶ່ງ​ເປັນ​ທາງ​ລົດ​ໄຟ​ທີ່​ໃຫຍ່​ທີ່​ສຸດ ໃນ​ທະ​ວີບ​ອາ​ຟ​ຣິ​ກາ ໂດຍ​ມີ​ໄລ​ຍະທາງ​ຍາວ 5 ພັນ​ກິ​ໂລ​ແມັດ ຈາກ ທະ​ເລ​ແດງ​ຂອງ​ອີ​ຈິບ ແລ່ນ​ຂົດ​ລ້ຽວໄປ​ໃນທົ່ວຊູ​ດານ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້ ເອີ້ນ​ວ່າ ຊູ​ດານ​ໃຕ້.

ທ່ານ ຢາ​ສ​ຊິນ ​ພະ​ນັກ​ງານ​ລົດ​ໄຟ ກ່າວເປັນ​ພາ​ສາ​ອາ​ຣັບ ​ວ່າ “ພວກນັກສຶກ​ສາ ຈຳ​ນວນ 100 ຄົນ ​ທີ່ຮຽນ​ຈົບຈາກ ໂຮງ​ຮຽນເຈີເບ​ຕ​ ​ໃນ​ແຕ່​ລະ​ປີ ຊຶ່ງ​ພວກ​ເຂົາໝົດ​ທຸກ​ຄົນ​ ມີ​ຄຸນ​ສົມ​ບັດ​ພຽບ​ພ້ອມ​ ທີ່​ຈະ​ເຮັດ​ວຽກ​ໃຫ້​ກັບ​ບໍ​ລິ​ສັດລົດ​ໄຟໄດ້. ມັນ​ເປັນ​ບໍ​ລິ​ສັດ​ທີ່​ເຂັ້ມ​ແຂງ ທີ່​ມີ​ເຄື່ອງອາ​ໄຫລ່ ​ຫົວ​ລົດ​ໄຟ ແລະ​ຕູ້​ລົດ​ໄຟ ຢ່າງຫຼວງຫຼາຍ.”

ແຕ່​ທາງ​ລົດ​ໄຟ ໄດ້​ເພ​ພັງຕະ​ຫຼອດ​ມາ ຍ້ອນ​ການ​ຄຸ້ມ​ຄອງ​ທີ່ບໍ່​ມີ​ປະ​ສິດ​ທິ​ພາບ ແລະ​ຄວາມ​ຍ້ານ​ກົວໃນ​ອົງ​ການ​ຈັດ​ຕັ້ງແຮງ​ງານ ທີ່​ມີອິດ​ທິ​ພົນຕໍ່​ເສດ​ຖະ​ກິດ ແລະ​ການ​ເມືອງ.

​ຊູ​ດານ ໄດ້​ປົດ​ພວກ​ຄົນ​ງານ​ທີ່​ມີ​ຄຸນ​ສົມ​ບັດ ຫຼາຍ​ພັນ​ຄົນ ອອກ​ຈາກ​ບໍ​ລິ​ສັດລົດ​ໄຟ ​ບາງ​ສ່ວນ ກໍ​ໄດ້​ຖືກສັບ​ປ່ຽນດ້ວຍພວກຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ມາ ໂດຍ​ພັກ​ການ​ເມືອງ ຫຼັງ​ຈາກ​ທີ່​ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂອ​ມາ ອາ​ລ-ບາ​ເຊຍ ໄດ້​ເຂົ້າ​ກຳ​ອຳ​ນາດ.

ພວກ​ຄົນ​ງານລົດ​ໄຟ ຫວັງ​ວ່າ ການ​ໂຄ່ນ​ລົ້ມ ທ່ານບາ​ເຊຍ ອອກ​ຈາກ​ຕຳ​ແໜ່ງ ໃນ​ເດືອນ​ເມສາ ນັ້ນ ຈະ​ຊຸກ​ຍູ້​ໃຫ້​ສະ​ຫະ​ລັດ ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ​ທັງຫຼາຍ ທີ່ສະ​ຫະ​ລັດ ໄດ້​ວາງຕໍ່ ຊູ​ດານ ຍ້ອ​ນວ່າ ຊູ​ດານ ​ໃຫ້​ບ່ອນ​ພັກ​ພິງແກ່​ພວກກໍ່​ການ​ຮ້າຍ ​ແລະການ​ລະ​ເມີດ​ສິດ​ທິ​ມະ​ນຸດ.

ທ່ານ​ມາ​ມູດ ຊາ​ລີ ເປັນ​ຜູ້​ອຳ​ນວຍ​ການ​ ​ພະ​ແນກວິ​ສະ​ວະ​ກຳ ຮັບ​ຜິດ​ຊອບໃນ​ດ້ານການ​ຝຶກ​ອົບ​ຮົມ ​ປະ​ຈຳ​ນະ​ຄອນຫຼວງ ​ຄາ​ຣ໌​ທູມ​.

ທ່ານ​ຊາ​ລີ ກ່າວເປັນພາ​ສາ​ອາ​ຣັບ​ວ່າ “ຖ້າ​ມາດ​ຕະ​ການ​ລົງ​ໂທດ ຖືກ​ຍົກ​ເລີກ​ແລ້ວ ​ຢ່າງ​ໜ້ອຍ ພວກ​ເຮົາ ກໍ​ສາ​ມາດ​ຍົກ​ລະ​ດັບ ໃນດ້ານ​ເທັກ​ໂນ​ໂລ​ຈີ ຂອງ​ລົດ​ໄຟ​ທັງ​ຫຼາຍໄດ້. ທ່ານ​ຊາ​ລີ ກ່າວ​ຕື່ມ​ວ່າ “​ພວກ​ເຮົາ ລ້າ​ຫລັງຫຼາຍ​ໃນ​ການ​ຍົກ​ລະ​ດັບເທັກ​ໂນ​ໂລ​ຈີ​ ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ ພວກ​ເຮົາ​ກໍ​ຍັງ​ທຳ​ງານ​ໄດ້ຢູ່ ດ້ວຍ ການໃຊ້ເທັກ​ໂນ​ໂລ​ຈີ ​ສະ​ໄໝຮ້ອຍ​ປີ​ກ່ອນ​ພຸ້ນ​ ພວກເຮົາຈຳ​ເປັນຕ້ອງ​ໄດ້ ​ຍົກ​ລະ​ດັບ ແລະ ​ພັດ​ທະ​ນາ​ຕໍ່​ໄປ.”

ໃນ​ຍຸກ​ສະ​ໄໝ​ໃໝ່ ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ລົດ​ໄຟ​ນີ້ ໄດ້ຫັນ​ໄປ​ກາງ​ຕໍ່ ສະ​ຫະ​ລັດ ສຳ​ລັບ​ ລົດ​ໄຟ ແລະເຄື່ອງ​ອາ​ໄຫລ່​ລົດ​ໄຟຕ່າງ​ໆ.

ແຕ່​ ໃນ​ພາ​ວະ​ພາຍ​ໃຕ້​ການ​ຖືກວາງ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ສ​ະ​ຫະ​ລັດ ຢູ່ນັ້ນ ​ຄາ​ຣ໌​ທູມ ​ກໍບໍ່ສາ​ມາດ ທີ່​ຈະ​ຊື້ອາ​ໄຫລ່ທັງຫຼາຍ ຈາກ​ສະ​ຫະ​ລັດໄດ້ ຈຶ່ງ​ເຮັດ​ໃຫ້ ມີ​ພຽງ​ລົດ​ໄຟ 18 ​ຂະ​ບວນ ໃນ​ຈຳ​ນວນລົດ​ໄຟທັງ​ໝົດ 106 ຂະ​ບວນ ທີ່​ຜະ​ລິດ​ໂດຍ​ສະ​ຫະ​ລັດນັ້ນ ​ທີ່​ຍັງແລ່ນ​ໄດ້.

ທາງ​ລົດ​ໄຟ​ໄດ້​ຖືກມອບ​ໃຫ້​ຈີນ ​ດູ​ແລ​ຮັກ​ສາ ເພື່ອ​ໃຫ້​ລົດ​ໄຟ​ທັງຫຼາຍ​ແລ່ນ​ໄດ້.

ຜູ້​ອຳ​ນວຍ​ການ ບໍ​ລິ​ສັດລັດ​ວິ​ສາ​ຫະ​ກິດ​ລົດ​ໄຟຊູ​ດານ ທ່ານ​ໂມ​ຮຳ​ເມັດ ຮາ​ມິດ ໄດ້​ກ່າວເປັນ​ພາ​ສາ​ອາ​ຣັບ​ວ່າ “ໃນ​ເມື່ອ ການຂວ້ຳ​ບາດຂອງ​ສ​ະ​ຫະ​ລັດ ໄດ້​ຕັດ​ທຸກ​ສິ່ງ​ທຸກ​ຢ່າງໄປ​ໝົດ ພວກເຮົາ ​ຈຶ່ງຕ້ອງ​ໄດ້ນຳເຂົ້າ ອາ​ໄຫລ່ ແລະ​ສິ່ງ​ທີ່ພວກເຮົາ​ຕ້ອງ​ການ ຈາກ​ປະ​ເທດ​ອື່ນໆ. ທ່ານ​ກ່າວ​ຕື່ມ ວ່າ ພວກເຮົາ ​ຈຶ່ງໄດ້​ຫັນ​ໄປ​ອາ​ໄສ​ຈີນ. ພວກ​ເຮົາ ມີ​ຫົວ​ລົດ​ໄຟ ຕູ້​ລົດ​ໄຟ ຂອງ​ອາ​ເມ​ຣິ​ກັນ ແລະ ແນ່ນອນ ຈີນບໍ່​ສາ​ມາດ​ຜະ​ລິດ​ອາ​ໄຫລ່ ​ຂອງ​ອາ​ເມ​ຣິ​ກາ ໂດຍ​ສະ​ເພາະ ​ພວກເຄື່ອງ​ຈັກ​ທີ່​ສຳ​ຄັນໆ ຈາກ​ບໍ​ລິ​ສັດ Caterpillar ສະ​ນັ້ນ​ແລ້ວ ພວກ​ເຮົາ ຈະ​ເຮັດ​ແນວ​ໃດ?”

ດ້ວຍ​ການ​ນຳ​ເຂົ້າ ລົດ​ໄຟ​ຂອງ​ຈີນ ຈຳ​ນວນ​ເລັກ​ນ້ອຍ ​ໃນ​ປີ 2014 ໄດ້​ອຳ​ນວຍ​ໃຫ້​ຊູ​ດານ ເລີ້ມຂະ​ບວນ​ລົດໄຟ ​ຂົນ​ສົ່ງ​ຜູ້​ໂດຍສານ ສອງ​ສາຍໃໝ່.

ແຕ່​ຍ້ອນສະ​ພາບ​ຊຸດ​ໂຊມ​ຂອງ​ລາງ​ລົດ​ໄຟ ​ຈຶ່ງເຮັດ​ໃຫ້​ລົດ​ໄຟ ສາ​ມາດ​ແລ່ນ​ໄດ້​ພຽງ​ແຕ່ 60 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຊຶ່ງ​ຊ້າກວ່າ​ຄວາມ​ໄວ​ສູງ​ສຸດ ເກືອບ​ເຄິ່ງ​ນຶ່ງ.

ກ່ອນ​ໜ້າ​ທີ່ ​ທ່ານ​ຢາ​ສ​ຊິນ ຈະ​ອອກ​ກິນ​ເບ້ຍ​ບຳ​ນານ ໃນທ້າຍ​ປີນີ້ ທ່າ​ນ​ຫວັງ​ທີ່​ຈະ​ເຫັນ ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ຈະ​ຖືກ​ຍົກ​ເລີກ ແລະລັດ​ຖະ​ບານ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ຊູ​ດານ ຈະ​ໃຊ້​ຄວາມ​ພະ​ຍາ​ຍາມຫຼາຍ​ຂຶ້ນ ເພື່ອເຮັດ​ໃຫ້​ທາງ​ລົດ​ໄຟ​ຂອງ​ປະ​ເທດ ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Sudan once had the largest railway network in Africa, with most of the train-cars sourced from the United States.But decades of negligence, economic troubles, and U.S. sanctions have crippled the railway and made Sudan reliant on Chinese-made trains and parts that it can hardly afford.With the April ouster of former president Omar al-Bashir, the railway's supporters are hoping the U.S. will soon lift sanctions to help restore it to its former glory.Naba Mohiedeen reports from Khartoum.

Sixty-five-year-old Mahdi Yassin has been working for the Sudan Railways Corporation since he graduated in 1972.

The British built Sudan's railway over a century ago.

Yassin remembers the railway's glory days, when it was the largest in Africa, running 5,000 kilometers (3,100 miles) from the Egyptian Red Sea and crisscrossing Sudan to what is now South Sudan.

(Mahdi Yassin, Sudan Train Worker (in Arabic ))
"Jebait school was graduating one hundred students per year - all qualified to work on the railway.It was a strong corporation.There was abundance in spare parts and locomotives."

But the railway fell apart through mismanagement and a fear of organized labor's influence on the economy and politics.

Sudan fired thousands of qualified rail workers, replacing some with political appointees, most of them after former president Omar al-Bashir came to power.

Railway workers hope Bashir's ouster in April will encourage the U.S. to lift sanctions on Sudan, put in place for harboring terrorists and rights abuses.

(Mahmoud Salih, Sudan Railways Director of Engineers (Arabic, 20 secs) ))
"If the sanctions are lifted, we can at least be updated with the technology of the trains.We're so late to update the current technology, we're functioning with the past century's technology.We need to update and then develop."

In modern times, the state-run railway became reliant on U.S. trains and parts.

But under decades of U.S. sanctions, Khartoum was unable to buy U.S. partsleaving only 18 of the railway's 106 U.S.-made trains in service

(Mohamed Hamid, Sudan Railways Director (Arabic ))
"When the U.S. embargo cut out everything, we had to import our spare parts and needs from other countries. We resorted to China. We have the American locomotives and, of course, China cannot produce the American spare parts, especially the main machines from Caterpillar (Inc.), so what are we going to do?"

Importing a few Chinese trains in 2014 allowed Sudan to launch two new passenger lines.

But poor track conditions means the trains can only go 60 kilometers per hour (37 miles per hour) - half their maximum speed.

Before railway worker Yassin retires at the end of this year, he hopes to see U.S. sanctions lifted and more efforts by Sudan's transitional government to get the country's lost glory back on track.

XS
SM
MD
LG