ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ປະ​ທ້ວງ ຊູ​ດານ ເດີນ​ຂະ​ບວນ​ໄປ​ຮອດ ສຳ​ນັກ​ງານ​ໃຫຍ່ ຂອງກອງ​ທັບ ເປັນ​ຄັ້ງ​ທຳ​ອິດ


ຜູ້​ປະ​ທ້ວງ​ຊາວ ຊູ​ດານ ຮ້ອງ​ຄຳ​ຂວັນ​ຢູ່​ຕໍ່​ໜ້າ​ສຳ​ນັກ​ງານ​ໃຫຍ່​ຂອງກອງ​ທັບໃນ​ນະ​ຄອນຫຼວງ ຄາ​ຕູມ. 6 ເມ​ສາ, 2019.
ຜູ້​ປະ​ທ້ວງ​ຊາວ ຊູ​ດານ ຮ້ອງ​ຄຳ​ຂວັນ​ຢູ່​ຕໍ່​ໜ້າ​ສຳ​ນັກ​ງານ​ໃຫຍ່​ຂອງກອງ​ທັບໃນ​ນະ​ຄອນຫຼວງ ຄາ​ຕູມ. 6 ເມ​ສາ, 2019.

ຜູ້​ປະ​ທ້ວງ​ຊາວ ຊູ​ດານ ຫຼາຍ​ພັນ​ຄົນ​ທີ່​ເດີນ​ຂະ​ບວນ​ໃນ​ນະ​ຄອນຫຼວງ ຄາ​ຕູມ ໃນ​ວັນ​
ເສົາວານນີ້ ໄດ້ເດີນທາງໄປຮອດສຳນັກງານໃຫຍ່ຂອງກອງທັບເປັນຄັ້ງທຳອິດ ນັບຕັ້ງ
ແຕ່ການປະທ້ວງຕໍ່ຕ້ານລັດຖະບານທີ່ຮ້າຍແຮງໄດ້ເກີດຂຶ້ນເກືອບ 4 ເດືອນທີ່ຜ່ານມາ.

ຕຳຫຼວດ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາ ເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ແຍກ​ຜູ້​ປະ​ທ້ວງ, ແລະ ມີ​ລາຍ​ງານ​
ວ່າ ຜູ້ປະທ້ວງບາງຄົນໄດ້ແກວ່ງກ້ອນຫີນໃສ່ຕຳຫຼວດ.

ອົງ​ການ​ຂ່າວ ຣອຍ​ເຕີ, ໄດ້​ອ້າງ​ຄຳ​ເວົ້າ​ຈາກ​ອົງ​ການ​ຂ່າວ​ລັດ​ຖະ​ບານ​ ຊູ​ດານ, ທີ່​ລາ​ຍ​
ງານວ່າ ພົນລະເຮືອນຄົນນຶ່ງໄດ້ເສຍຊີວິດໃນການກໍ່ຈະລາຈົນ ເຊິ່ງມັນຍັງໄດ້ເຮັດໃຫ້
ພົນລະເຮືອນຄົນອື່ນໆ ແລະ ເຈົ້າໜ້າທີ່ຕຳຫຼວດບາດເຈັບດ້ວຍ.

ຫຼັງ​ຈາກ​ພວກ​ປະ​ທ້ວ​ງ​ໄດ້​ເລີ່ມ​ຊຸມ​ນຸມ​ກັນ​ໃນ​ຖະ​ໜົນ​ຫຼາຍ​ແຫ່ງ​ຂອງ​ນະ​ຄອນຫຼວງ​ນັ້ນ,
ຫຼາຍຄົນໄດ້ປະຕິບັດຕາມການຮຽກຮ້ອງໂດຍຜູ້ຈັດການປະທ້ວງ ໃຫ້ລວມຕົວກັນຊຸມ
ນຸມຢູ່ສຳນັກງານໃຫຍ່ຂອງກອງທັບ, ເຊິ່ງຕັ້ງຢູ່ໃກ້ກັບບ້ານຂອງປະທານາທິບໍດີ ໂອມາ
ອາລ-ບາເຊຍ.

ການ​ປະ​ທ້ວງ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 19 ທັນ​ວາ​ປີ​ກາຍນີ້, ພ້ອມ​ກັບ​ພວກ​ປະ​ທ້ວງ​ໄດ້​ກ່າວ
ຫາລັດຖະບານຂອງທ່ານ ບາເຊຍ ກ່ຽວກັບ ການບໍລິຫານເສດຖະກິດຢ່າງບໍ່ຖືກຕ້ອງ
ທີ່ໄດ້ເຮັດໃຫ້ລາຄາອາຫານ, ນ້ຳ​ມັນເພີ່ມຂຶ້ນຢ່າງວ່ອງໄວ ແລະ ຂາດແຄນເງິນຕາຕ່າງ
ປະເທດ.

ທ່ານ ບາ​ເຊຍ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 22 ກຸມ​ພາ​ທີ່​ຜ່ານ​ມາ
ໃນຄວາມພະຍາຍາມທີ່ຈະປາບປາມການປະທ້ວງ ຫຼັງຈາກການປາບປາມກ່ອນໜ້ານີ້
ໄດ້ປະສົບຄວາມລົ້ມແຫຼວ. ລັດຖະບານໄດ້ກ່າວຫຼາຍສັບປະດາຜ່ານມາວ່າ ປະຊາຊົນ
31 ຄົນໄດ້ຖືກຂ້າຕາຍ, ແຕ່ກຸ່ມນັກຟີຊິກ ສຳລັບສິດທິມະນຸດ ຄາດວ່າຈຳນວນຜູ້ເສຍ
ຊີວິດສູງສຸດແມ່ນຢ່າງໜ້ອຍ 60 ຄົນ.

ລັດ​ຖະ​ບານ ໄດ້​ສືບ​ຕໍ່​ບັງ​ຄັບ​ໃຊ້​ມາດ​ຕະ​ການ​ທີ່​ເຄັ່ງ​ຄັດ ທີ່​ໄດ້​ສົ່ງ​ຜົນ​ໃຫ້​ມີ​ການ​ຈັບ​ກຸມ​
ພວກປະທ້ວງ, ຜູ້ນັບຝ່າຍຄ້ານ ແລະ ນັກຂ່າວ.

ນັບ​ຕັ້ງ​ແຕ່​ພາ​ວະ​ສຸກ​ເສີນ​ໄດ້​ຖືກ​ບັງ​ຄັບ​ໃຊ້, ການ​ປະ​ທ້ວງ​ທັງຫຼາຍງ​ແມ່ນ​ໄດ້​ຈັດ​ຂຶ້ນ​ໃນ
ນະຄອນຫຼວງ ຄາຕູມ ເປັນສ່ວນໃຫຍ່ ແລະ ໃນເມືອງແຝດ ອົມເດີມານ ຂອງເຂົາເຈົ້າ.
ແຕ່ໃນວັນເສົາວານນີ້ພວກຜູ້ຈັດການປະທ້ວງ ໄດ້ຮຽກຮ້ອງໃຫ້ຈັດການຊຸມນຸມຕື່ມອີກ
ແລະ ການເດີນຂະບວນໄປສຳນັກງານໃຫຍ່ຂອງກອງທັບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG