ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງກໍາລັງຮັກສາຄວາມໝັ້ນຄົງຂອງຊູດານ ປະທະກັບພວກປະທ້ວງຕໍ່ຕ້ານລັດຖະບານ


ບັນດາພວກປະທ້ວງຊາວຊູດານ ຍ່າງຜ່ານກອງຢາງຕີນລົດທີ່ຖືກຈູດ ໃນຂະນະທີ່ພວກເຂົາເຈົ້າພາກັນໂຮມຊຸມນຸມ ຕໍ່ຕ້ານການເຮັດລັດຖະປະຫານຂອງພວກທະຫານ ໃນເດືອນຕຸລາ 2021, ໃນນະຄອນຫຼວງຄາຣ໌ທູມ, ວັນທີ 9 ມັງກອນ 2022.
ບັນດາພວກປະທ້ວງຊາວຊູດານ ຍ່າງຜ່ານກອງຢາງຕີນລົດທີ່ຖືກຈູດ ໃນຂະນະທີ່ພວກເຂົາເຈົ້າພາກັນໂຮມຊຸມນຸມ ຕໍ່ຕ້ານການເຮັດລັດຖະປະຫານຂອງພວກທະຫານ ໃນເດືອນຕຸລາ 2021, ໃນນະຄອນຫຼວງຄາຣ໌ທູມ, ວັນທີ 9 ມັງກອນ 2022.

ກອງກໍາລັງຮັກ​ສາຄວາມໝັ້ນຄົງຂອງຊູດານ ໃນມື້ວັນອາທິດວານນີ້ ໄດ້ຍິງແກັສ ນໍ້າຕາ ແລະຍິງລູກລະ​ເບີດ​ມື ໃສ່ຜູ້ປະທ້ວງຫຼາຍພັນຄົນ ທີ່ພາກັນເດີນຂະບວນຕໍ່ຕ້ານການປົກຄອງປະເທດຂອງພວກທະຫານ, ໂດຍມີລາຍງານຈາກເຈົ້າ​ໜ້າ​ທີ່ແພດວ່າ ຜູ້ປະທ້ວງຄົນນຶ່ງໄດ້ຖືກສັງຫານ.

ຜູ້ປະທ້ວງພາກັນເດີນຂະບວນ ຈາກເມືອງໂອມເດີມານ ໄປຫາເມືອງບາຣີ, ເຊິ່ງເປັນສອງເມືອງທີ່ຢູ່ຕິດກັນກັບນະຄອນຫຼວງຄາ​ຣ໌ທູມ, ໂດຍພາກັນຮ້ອງຄຳ​ຂວັນ ໂຈມຕີຜູ້ນໍາທາງທະຫານ ທ່ານອັບເດລ ຟັຕຕາ ອາລ-ເບີຮານ ຜູ້ທີ່ເຂົ້າຢຶດອໍານາດໃນການເຮັດລັດຖະປະຫານເມື່ອວັນທີ 25 ຕຸລາທີ່ຜ່ານມາ, ເຊິ່ງເຮັດໃຫ້ຂໍ້ຕົກລົງໃນການຄອງອໍານາດ​ຮ່ວມ​ກັນກັບພົນລະເຮືອນນັ້ນ ຕ້ອງມີການປ່ຽນແປງ.

ຜູ້ຊາຍຄົນນຶ່ງເສຍຊີວິດ ຫຼັງຈາກຖືກກະປ໋ອງແກັສນໍ້າຕາ ໄປຕໍາໃສ່ຄໍຢ່າງແຮງ, ອີງຕາມລາຍງານ ຈາກສະມາຄົມ​ທ່ານ​ໝໍຂອງຊູດານ ທີ່​ເປັນ​ພັນ​ທະ​ມິດກັບ​ຂະ​ບວນການເຄື່ອນໄຫວຜູ້ປະທ້ວງ, ເຖິງແມ່ນວ່າຈະບໍ່ໄດ້ມີການລະບຸເຖິງສະຖານ ທີ່ ທີ່ເສຍຊີວິດກໍຕາມ.

ນັ້ນ ເຮັດໃຫ້ຈໍານວນພົນລະເຮືອນ ທີ່ຖືກສັງຫານໂດຍກອງກໍາລັງຮັກສາຄວາມ ໝັ້ນຄົງເພີ້ມຂຶ້ນເປັນຈໍານວນ 62 ຄົນ ນັບຕັ້ງແຕ່ໄດ້​ມີການເຮັດລັດຖະປະຫານເປັນຕົ້ນມາ, ອີງຕາມລາຍງານຂອງບັນດາທ່ານໝໍຜູ້ທີ່ໄດ້ກ່າວ​ຫາພວກທະຫານ ວ່າ ໄດ້ບຸກເຂົ້າໃນສະຖານທີ່ທາງການແພດ ທີ່ຮັກສາພວກປະທ້ວງທີ່ບາດເຈັບ ແລະໂຈມຕີພະນັກງານທາງການແພດ ຊໍ້າແລ້ວ ຊໍ້າອີກ.

ພວກທະຫານໄດ້​ໃຫ້ເຫດຜົນວ່າ ການເຮັດລັດຖະປະຫານ ແມ່ນ “ການແກ້ໄຂ” ທີ່ຈໍາເປັນ ເພື່ອ​ສ້າງສະຖຽນລະພາບໃນໄລ​ຍະ​ຂ້າມ​ຜ່ານ ສໍາລັບການເລືອກຕັ້ງ ຈາກການ​ຈັດ​ແຈງ​ໃນ​ການຄອງອໍານາດ​ຮ່ວມ​ກັນລະ​ຫວ່າງທະຫານແລະພົນລະເຮືອນ, ລຸນຫຼັງການໂຄ່ນລົ້ມອະດີດປະທານາທິບໍດີ ໂອມາຣ໌ ອາລ-ບາເຊຍ ໃນປີ 2019.

ເຊິ່ງໄດ້ກ່າວວ່າ ການປະທ້ວງໂດຍສັນຕິແມ່ນໄດ້ຮັບອະນຸຍາດໃຫ້ດໍາເນີນການໄດ້ ແລະຜູ້ທີ່ໃດທີ່ເຮັດໃຫ້ມີການບາດເຈັບ ຫຼືລົ້ມຕາຍເກີດຂຶ້ນ ຜູ້ນັ້ນຈະຕ້ອງຮັບຜິດຊອບຕໍ່ເຫດການດັ່ງກ່າວ.

ອົງການສະຫະປະຊາຊາດກ່າວໃນມື້ວັນເສົາທີ່ຜ່ານມາວ່າ ຕົນຈະພະຍາຍາມ ແກ້ໄຂວິກິດການ ໂດຍການເຊີນບັນດາຜູ້ນໍາທາງທະຫານ, ພັກການເມືອງທັງຫຼາຍ ແລະກຸ່ມອື່ນໆ ເຂົ້າຮ່ວມ​ໃນ​ການເຈລະຈາຫາລືດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG