ໂດຍບໍ່ມີສັນຍານຄວາມຄືບໜ້າໃນການເຈລະຈາສັນຕິພາບລະຫວ່າງບັນດາພັກຝ່າຍທີ່ສູ້ລົບກັນຂອງຊູດານ, ນັກວິເຄາະກ່າວເຕືອນວ່າ ຄວາມຂັດແຍ່ງໃນຊູດານ ອາດຈະສົ່ງຜົນກະທົບຮ້າຍແຮງ ຕໍ່ບັນດາປະເທດເພື່ອນບ້ານຂອງຊູດານ, ເຊັ່ນດຽວກັນກັບຄວາມຫວັງວ່າ ມື້ນຶ່ງ ຊູດານຈະສາມາດມີລັດຖະ ບານທີ່ນຳພາໂດຍພົນລະເຮືອນ ແທນທີ່ທະຫານ. ມາຣີອາມາ ດີອາລໂລ (Mariama Diallo) ຜູ້ສື່ຂ່າວວີໂອເອ ປະຈຳອາຟຣິກາ ມີລາຍງານມາຈາກນະຄອນໄນໂຣບີ, ເຊິ່ງອາດນາສັກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເປັນເວລາ 25 ວັນແລ້ວ ນັບຕັ້ງແຕ່ສົງຄາມຊູດານໄດ້ເກີດຂຶ້ນ, ບໍ່ມີສັນຍານທີ່ສະແດງໃຫ້ເຫັນວ່າ ພັກຝ່າຍທີ່ເຮັດສົງຄາມກັນ ມີເຈດຕະນາທີ່ຈະເຈລະຈາຢຸດຕິການຕໍ່ສູ້ກັນ ໃນຂະນະທີ່ການສູ້ລົບຍັງສືບຕໍ່ດຳເນີນຕໍ່ໄປ.
ທ່ານນາງ ຣາວິນາ ຊໍາດາຊານີ (Ravina Shamdasani) ໂຄສົກ ຂອງສຳ ນັກງານສິດທິມະນຸດຂອງສະຫະປະຊາຊາດ ກ່າວຕໍ່ວີໂອເອ ໃນລະຫວ່າງການຢ້ຽມຢາມນະຄອນຫຼວງໄນໂຣບີເມື່ອບໍ່ດົນມານີ້ວ່າ ສະຖານະການແມ່ນມີຄວາມໜ້າເປັນຫ່ວງ.
ທ່ານນາງ ຣາວິນາ ຊໍາດາຊານີ:
"ແມ່ນ, ມີການຢຸດຍິງ, ແມ່ນແລ້ວ, ນັ້ນພາໃຫ້ມີຄວາມຜ່ອນຄາຍ, ຄວາມສະ ຫງົບຈຳນວນນຶ່ງ, ເຊິ່ງປະຊາຊົນສາມາດອອກຈາກບ້ານເຮືອນຂອງເຂົາເຈົ້າ ແລະພະຍາຍາມຫລົບຫນີໄດ້, ແຕ່ການໂຈມຕີທາງອາກາດ ຍັງດຳເນີນຕໍ່ໄປ. ການເຂົ້າຍຶດເອົາທຳນຽບປະທານາທິບໍດີ ເພື່ອຈຸດປະສົງທາງທະຫານ ໂດຍກອງກຳລັງເຄື່ອນທີ່ຢ່າງວ່ອງໄວ ຫຼື RSF ແມ່ນຍັງດຳເນີນຕໍ່ໄປ. ແລະເຖິງແມ່ນວ່າປະຊາຊົນຜູ້ທີ່ພະຍາຍາມທີ່ຈະຫນີ, ໃນລະຫວ່າງທາງ, ພວກເຂົາເຈົ້າບໍ່ພຽງແຕ່ກຳລັງປະເຊີນກັບຄວາມສ່ຽງທາງດ້ານຄວາມປອດໄພ ເທົ່ານັ້ນ, ແຕ່ ຍັງຖືກຂົ່ມຂູ່ເອົາຊັບສິນອີກດ້ວຍ. ມີການຂາດເຂີນຢາ, ອາຫານ, ນ້ຳມັນເຊື້ອໄຟຢ່າງຮຸນແຮງ. ສະຖານະການແມ່ນກຳລັງເພີ່ມສູ່ລະດັບຄວາມຂັດແຍ່ງຢ່າງເຕັມຮູບແບບ.”
ຄວາມຂັດແຍ້ງ ມີທ່າອ່ຽງທີ່ຈະສົ່ງຜົນກະທົບຕໍ່ທັງໝົດພາກພື້ນແລະພື້ນທີ່ ທີ່ໄກອອກໄປ, ທ່ານກະວາກູ ນະວາມາ (Kwaku Nwamah), ສາສະດາຈານດ້ານການເມືອງລະຫວ່າງປະເທດຂອງມະຫາວິທະຍາໄລອາເມຣິກັນໃນນະຄອນຫຼວງວໍຊິງຕັນ ກ່າວຕໍ່ວີໂອເອວ່າ:
“ຊູດານມີເພື່ອນບ້ານ 7 ປະເທດ, ເຊິ່ງທັງໝົດລ້ວນແຕ່ມີຄວາມບໍ່ໝັ້ນຄົງແບບຊຳເຮື້ອ ໃນລະດັບນຶ່ງ. ດັ່ງນັ້ນ, ຄວາມຂັດແຍ້ງນີ້ ສາມາດຂະຫຍາຍໄປສູ່ລະ ດັບພາກພື້ນໄດ້ພາຍໃນນຶ່ງນາທີ. ມັນຍັງສາມາດກະຫຍາຍອອກໄປທົ່ວທະເລແດງ ເຂົ້າໄປໃນ ຊາອຸດີ ອາຣາເບຍ, ເຢເມນ. ດັ່ງນັ້ນ, ມີຫຼາຍສິ່ງຫຼາຍຢ່າງ ທີ່ອາດຜິດພາດໄດ້ໃນພາກພື້ນນັ້ນ."
ຜູ້ຕາງຫນ້າຈາກກອງທັບຊູດານ ແລະກອງກຳລັງເຄື່ອນທີ່ຢ່າງວ່ອງໄວ ໄດ້ປະຊຸມຢູ່ໃນເມືອງ ເຈດດາ (Jeddah) ຂອງ ຊາອູດີ ອາຣາເບຍ (Saudi).
ໃນຂະນະທີ່ຄວາມຕ້ອງການໃນທັນທີແມ່ນການພະຍາຍາມເຈລະຈາການຢຸດຍິງ ແລະວາງພື້ນຖານ ສໍາລັບການປຶກສາຫາລືທີ່ກວ້າງຂວາງ, ທ່ານນາງ ຊູຊານ ສຕິແກນທ໌ (Susan Stigant), ຜູ້ອໍານວຍການອາຟຣິກາຂອງສະຖາບັນສັນຕິ ພາບຂອງສະຫະລັດ ເວົ້າວ່າ ມີຄວາມກັງວົນ ກ່ຽວກັບຊູດານຈະຕ່າວກັບຄືນໄປຫາລັດຖະບານທີ່ນໍາພາໂດຍພົນລະເຮືອນ.
"ປະຊາຊົນຈໍານວນຫຼາຍ ໄດ້ສະແດງຄໍາຖາມ ແລະຄວາມກັງວົນ ກ່ຽວກັບບົດ ບາດຂອງພົນລະເຮືອນ ແລະພົນລະເມືອງ ແລະຜູ້ນໍາທາງດ້ານການເມືອງ ທີ່ຈະຕ້ອງເປັນສູນກາງຂອງການປຶກສາຫາລືຢ່າງແທ້ຈິງ ກ່ຽວກັບອະນາຄົດທາງດ້ານການເມືອງໃດກໍ່ຕາມ ແລະໃຜແມ່ນຜູ້ທີ່ເປັນແນວຫນ້າແທ້ໆ ໃນປັດຈຸບັນນີ້ ທີ່ຮັບຜິດຊອບຕໍ່ວິກິດການດ້ານມະນຸດສະທໍາ ພາຍໃນຊູດານ.”
ຫົວໜ້າຂອງກຳລັງສະໜັບສະໜູນວ່ອງໄວ, ນາຍພົນໂມຮຳເມດ ແຮມດານ ດາກາໂລ (Mohamed Hamdan Dagalo), ກ່າວໃນການປະກາດທາງ Twitter ເມື່ອບໍ່ດົນມານີ້ວ່າ ທ່ານ ແລະ RSF ແມ່ນ “ມຸ່ງໝັ້ນຕໍ່ປະຊາທິປະໄຕ ແລະ ການຫັນປ່ຽນໄປເປັນລັດຖະບານ ທີ່ນຳພາໂດຍພົນລະເຮືອນ.”
ດ້ານກອງທັບຝ່າຍກົງກັນຂ້າມກັບນາຍພົນ ດາກາໂລ, ນາຍພົນອັບແດລ ແຟດຕາ ອາລ-ເບີຮານ (Abdel Fattah al-Burhan) ບໍ່ໄດ້ໃຫ້ຄໍາໝັ້ນສັນຍາເຊັ່ນນັ້ນ - ເຖິງແມ່ນວ່າ ມັນເປັນທີ່ໜ້າສັງເກດວ່າ ທ່ານນາຍພົນ ດາກາໂລ ແລະ ທ່ານນາຍພົນ ເບີຮານ ໄດ້ຮ່ວມມືກັນ ເພື່ອໂຄ່ນລົ້ມລັດຖະບານປະສົມ ພົນລະເຮືອນ - ທະຫານ ຂອງຊູດານໃນເດືອນຕຸລາ 2021.
ຄວາມຂັດແຍ້ງທີ່ກຳລັງດຳເນີນຢູ່ ໄດ້ເຮັດໃຫ້ເກີດການອົບພະຍົບ ໄປທີ່ປະ ເທດເພື່ອນບ້ານຫຼາຍປະເທດ, ລວມທັງຊູດານໃຕ້, ບ່ອນທີ່ຫຼາຍຄົນໄດ້ຈາກມາ ເມື່ອສອງສາມປີກ່ອນ ໃນເວລາທີ່ປະເທດດັ່ງກ່າວປະສົບກັບສົງຄາມກາງເມືອງເຊັ່ນກັນ.
ປະຈຸບັນນີ້ ບາງຄົນໄດ້ຖືກບັງຄັບໃຫ້ກັບຄືນເມືອ, ທ່ານນາງ ຊາຣ໌ລອຕຕ໌ ຮອລຄວິສຕ໌ (Charlotte Hallquist), ໂຄສົກຂອງອົງການອົບພະຍົບ ສະຫະປະຊາຊາດໃນຊູດານໃຕ້ກ່າວວ່າ.
"ພວກເຮົາບັນທຶກໄດ້ເກືອບ 45,000 ຄົນ ແຕ່ວ່າຕົວເລກອາດຈະສູງກວ່ານັ້ນຫຼາຍ. ມັນເປັນໂສກນາດຕະກຳຂັ້ນສຸດທ້າຍຂອງການຍ້າຍຖິ່ນຖານຄັ້ງທີສອງ. ພວກເຂົາເຈົ້າໄດ້ຫລົບຫນີຈາກປະເທດຂອງພວກເຂົາໃນລະຫວ່າງສົງຄາມກາງເມືອງ, ພວກເຂົາສະແຫວງຫາຄວາມປອດໄພຢູຸ່ໃນຊູດານ ແລະປະຈຸບັນນີ້ ພວກເຂົາກໍາລັງຫລົບຫນີກັບຄືນໄປຊູດານໃຕ້.”
ທ່ານນາງກ່າວວ່າ ຫລາຍຄົນໄດ້ໃຊ້ເວລາຫຼາຍມື້ຢູ່ໃນຖະໜົນ, ຍ່າງ, ຂຶ້ນລົດເມ ຫຼືໃຊ້ກວຽນທີ່ແກ່ໂດຍລາ ເພື່ອຂ້າມຊາຍແດນໄປສູ່ລັດອັປເປີໄນລ໌ (Upper Nile), ໃນຊູດານໃຕ້.
ທ່ານນາງ ຮອລຄວິສຕ໌ (Hallquist) ກ່າວຕື່ມວ່າ ພວກເຂົາເຈົ້າມາຮອດແບບໝົດແຮງ ແລະຫິວ. ອົງການອົບພະຍົບກຳລັງໃຫ້ການຊ່ວຍເຫຼືອສຸກເສີນ ຢູ່ທີ່ຊາຍແດນ ແລະຍົກຍ້າຍປະຊາຊົນໄປທີ່ເມືອງ ແຣັງຄ໌ (Renk).
ແຕ່ ເມືອງ ແຣັງຄ໌ (Renk) ມີຊັບພະຍາກອນທີ່ຈໍາກັດ, ທ່ານນາງກ່າວ, ແລະອົງການກໍາລັງຊຸກຍູ້ໃຫ້ປະຊາຊົນ ຍ້າຍອອກໄປຈາກບ່ອນນັ້ນ.