ເປັນເວລາຫຼາຍທົດສະວັດມາແລ້ວ ທີ່ມະຫາວິທະຍາໄລທັງຫຼາຍຂອງ ສະຫະລັດ ໄດ້ດຶງດູດນັກສຶກສາຕ່າງປະເທດ ຈຳນວນຫຼວງຫຼາຍ ຜູ້ທີ່ໄດ້ມາຕື່ມພະລັງສະໝອງ ຢູ່ໃນຫ້ອງຮຽນທົ່ວໄປຂອງອາເມຣິກາ ໃນຂະນະດຽວກັນ ກໍໄດ້ເພີ້ມເງິນຫຼາຍຕື້ໂດລາເຂົ້າໃນເສດຖະກິດຂອງສະຫະລັດນຳດ້ວຍ. ແຕ່ບັນດານັກສຶກສາຕ່າງປະເທດ ປາກົດວ່າ ຮູ້ສຶກກະຕືລືລົ້ນໜ້ອຍລົງ ກ່ຽວກັບ ສະຫະລັດ ໃນປັດຈຸບັນນີ້. ແຄັດຕລີນ ສ໌ຕຣັກ ແລະບຣອນວິນ ເບນີໂຕ ນັກຂ່າວຂອງວີໂອເອ ກຳລັງພາກັນຄົ້ນຄວ້າເບິ່ງ ປັດໄຈຕ່າງໆ ທີ່ເຮັດໃຫ້ພວກນັກສຶກສາຕ່າງປະເທດ ຈຳນວນຫຼາຍຂຶ້ນ ຫັນໄປແຫ່ງອື່ນໆແທນ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
ນາງສຣູສຕີ ຊີນຮາ (Shrusti Sinha) ຮູ້ຢ່າງຄັກແນ່ວ່າ ເປັນຫຍັງນາງຈຶ່ງເລືອກມາຮຽນຢູ່ມະຫາວິທະຍາໄລໃນສະຫະລັດ.
ນາງສຣູສຕີ ຊີນຮາ ເປັນນັກສຶກສາຕ່າງປະເທດ ກ່າວວ່າ “ເສລີພາບທີ່ເຈົ້າມີຢູ່ນະທີ່ນີ້ ໃນແງ່ຂອງການເລືອກສິ່ງທີ່ເຈົ້າຢາກຈະຮ່ຳຮຽນ…ແລະ ຍັງມີໂອກາດ ຫຼາຍໆຢ່າງທີ່ເຈົ້າຈະໄດ້ຮັບ ເມື່ອຮ່ຳຮຽນຢູ່ທີ່ນີ້…ພວກເຮົາມີນາຍົກລັດຖະມົນແລະປະທານາທິບໍດີ ຫຼາຍຄົນ ມາ ມະຫາວິທະຍາໄລ ໂຄລຳເບຍ ແລະກ່າວຄຳປາໄສຢູ່ນະທີ່ນີ້ ໃນລະຫວ່າງ ກອງປະຊຸມສົນທະນາຂອງບັນດາຜູ້ນຳໂລກ …ເຈົ້າມີໂອກາດໄດ້ເຂົ້າຮ່ວມໃນການສົນທະນາກັບບັນດາຜູ້ໄດ້ຮັບລາງວັນໂນແບລນຳ.”
ແຕ່ອັນນັ້ນ ກໍບໍ່ແມ່ນພຽງສິ່ງດຶງດູດຢ່າງດຽວ ເອົາພວກນັກສຶກສາຕ່າງປະເທດ ທີ່ສົນໃຈ.
ນາງສຽວ ເໝິງ ຫຼິວ ນັກສຶກສາຕ່າງປະເທດອີກຄົນນຶ່ງ ກ່າວວ່າ “ຫຼັກສູດຂອງສະຫະລັດ ອຳນວຍໃຫ້ມີການສົນທະນາກັນຢ່າງມີຊີວິດຊີວາຫຼາຍກວ່າ. ຍັງມີການສົນທະນາກັນ ນຶ່ງຕໍ່ນຶ່ງ ລະຫວ່າງ ມິດສະຫາຍ ຢູ່ໃນຫ້ອງຮຽນ ຫຼວງຫຼາຍ ໃນຂະນະດຽວກັນ ຢູ່ໃນອັງກິດ ມີແຕ່ການບັນລະຍາຍຫຼາຍກວ່າ ຕະຫຼອດເວລາເລີຍ.”
ມີນັກສຶກສາຕ່າງປະເທດຢູ່ໃນມະຫາວິທະຍາໄລຂອງສະຫະລັດ ຫຼາຍກວ່າ 1 ລ້ານຄົນ ໃນເວລານີ້.
ແຕ່ວ່າ ຄວາມກະຕືລືລົ້ນສຳລັບການສຶກສາຂອງອາເມຣິການັ້ນ ແມ່ນກຳລັງ ຫລຸດນ້ອຍຖອຍລົງຢູ່ບໍ່?
ທ່ານນາງ ແມຣີ ແຄັດຕຣິນ ນັກຊ່ຽວຊານດ້ານການສຶກສາ ໃຫ້ຄຳເຫັນວ່າ “ໃນໄລຍະສອງເດືອນຜ່ານມານີ້ ພວກເຮົາ ໄດ້ເຫັນວ່າ ມີການຫັນປ່ຽນ ໃນສະຖານທີ່ ບ່ອນທີ່ພວກນັກສຶກສາຢາກຈະໄປຮ່ຳຮຽນ.”
ພວກນັກສຶກສາຕ່າງປະເທດບາງສ່ວນ ລັ່ງເລໃຈຍ້ອນ ຄ່າໃຊ້ຈ່າຍຂອງວິທະຍາໄລ ຫຼື ມະຫາວິທະຍາໄລ ຂອງສະຫະລັດ ຊຶ່ງໂດຍສະເລ່ຍແລ້ວແມ່ນ 25,000 ໂດລາຕໍ່ປີ ສຳລັບໂຮງຮຽນຂອງລັດ ແລະ ຫຼາຍເຖິງ 70,000 ໂດລາຕໍ່ປີ ສຳລັບມະຫາວິທະຍາໄລຂອງເອກກະຊົນ. ແລະຄ່າໃຊ້ຈ່າຍດັ່ງກ່າວ ບໍ່ແມ່ນອຸປະສັກ ພຽງອັນດຽວເທົ່ານັ້ນ. ການໄດ້ຮັບວີຊານັກສຶກສາຂອງສະຫະລັດ ກໍຍັງເປັນຄວາມທ້າທາຍອີກປະການນຶ່ງ.
ທ້າວອາບີລາສ ປຣາຊານ ນັກສຶກສາຕ່າງປະເທດອີກຜູ້ນຶ່ງ ກ່າວວ່າ “ຂ້າພະເຈົ້າໄດ້ພົບປະກັບຜູ້ປົກຄອງຫຼາຍໆຄົນ ຜູ້ທີ່ຢາກຈະສົ່ງພວກລູກເຕົ້າຂອງເຂົາເຈົ້າໄປຮ່ຳຮຽນຕັ້ງແຕ່ຫົວທີ ແຕ່ຄືກັບວ່າ ບໍ່ໄດ້ ຍ້ອນສະຖານະການກ່ຽວກັບວີຊາ ເພາະບັນຍາກາດການຕໍ່ຕ້ານພວກຄົນເຂົ້າເມືອງ ແລະປັດໄຈອື່ນໆ ພວກເຮົາກໍບໍ່ແນ່ໃຈ. ແລະອັນນັ້ນ ເປັນປັດໄຈສຳຄັນ ໃນການຕັດສິນໃຈ ຈະບໍ່ມາຮຽນໃນສະຫະລັດ.”
ສ່ວນນາງໂດລີກາ ໂກປີເສັດຕີ ນັກສຶກສາຕ່າງປະເທດໃຫ້ຄຳເຫັນວ່າ “ຂ້າພະເຈົ້າຄຶດວ່າ ຄວາມຫຍຸ້ງຍາກອັນດັບນຶ່ງ ກ່ຽວກັບ ສະພາບການຂອງວີຊານີ້ ກໍແມ່ນວ່າ ບໍ່ມີສະຖຽນລະພາບ ແລະຄວາມໝັ້ນຄົງ”
ແລະທ້າວອາບີລາສ ປຣາຊານ ກໍໄດ້ໃຫ້ຄຳເຫັນວ່າ “ຂ້າພະເຈົ້າຄຶດວ່າ ມັນເປັນຄວາມບໍ່ແນ່ນອນ ທີ່ມີຜົນກະທົບຢ່າງແທ້ຈິງ ໃນທັດສະນະຄະຕິຂອງພວກນັກສຶກສາ ຕໍ່ອາເມຣິກາ ທີ່ເປັນຈຸດໝາຍປາຍທາງຂອງການສຶກສານັ້ນ ແນວໃດ ໃນເວລານີ້.”
ຄວາມບໍ່ແນ່ນອນອັນນັ້ນ ໄດ້ເພີ້ມຂຶ້ນ ຍ້ອນການໂຕ້ວາທີທາງດ້ານການເມືອງໃນເລື້ອງຄົນເຂົ້າເມືອງ ໂດຍສ່ວນໃຫຍ່ແລ້ວ ເປັນເລື້ອງທີ່ໂຫດຮ້າຍ ຂອງອາເມຣິກາ ພ້ອມກັນນັ້ນ ນະໂຍບາຍຂອງສະຫະລັດສ່ວນນຶ່ງ ແນເປົ້າໝາຍໃສ່ພວກເດີນທາງເຂົ້າມາໃນປະເທດ ຈາກບາງປະເທດຈຳນວນນຶ່ງ.
ໃນຂະນະດຽວກັນ ຄວາມຮຸນແຮງທີ່ເກີດຂຶ້ນໃນສະຫະລັດ ລວມມີ ການຍິງສັງຫານໝູ່ຢູ່ໂຮງຮຽນຕ່າງໆຂອງອາເມຣິກາ ແລະອາຊະຍາກຳຕ່າງໆ ຕໍ່ພວກຊາວຕ່າງຊາດ ແມ່ນໄດ້ປ່າວປະກາດ ໃນຫົວຂໍ້ຂອງຂ່າວຢູ່ທົ່ວໂລກ. ຜົນໃນທີ່ສຸດ ກໍເຮັດໃຫ້ການລົງທະບຽນຮ່ຳຮຽນ ຢູ່ໃນສະຫະລັດ ຢູ່ໃນລະດັບທຸ່ນທ່ຽງ.
ອີງຕາມ ການສຳຫຼວດປະຈຳປີ ໂດຍສະຖາບັນເພື່ອການສຶກາສາຕ່າງປະເທດ ແລ້ວ ສະຫະລັດ ແມ່ນຍັງເປັນທາງເລືອກອັນດັບນຶ່ງ ສຳລັບພວກນັກສຶກສາຕ່າງປະເທດຢູ່. ແຕ່ປະເທດເຊັ່ນ ການາດາ ອອສເຕຣເລຍ ແລະນິວຊີແລນ ແມ່ນກຳລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ.
ທ່ານນາງມາຣີ ຣອຍສ໌ ຈາກກະຊວງການຕ່າງປະເທດ ໄດ້ກ່າວວ່າ “ພວກເຮົາຮູ້ດີວ່າ ພວກນັກສຶກສາຕ່າງປະເທດ ຍັງມີທາງເລືອກຫຼາຍກວ່າ ທີ່ບໍ່ເຄີຍມີມາກ່ອນ ກ່ຽວກັບ ສະຖານທີ່ເພື່ອສະແຫວງຫາການສຶກສາຊັ້ນສູງ.”
ເຖິງແມ່ນວ່າ ຄ່າໃຊ້ຈ່າຍແມ່ນສູງພໍສົມຄວນ ແລະປັດໄຈອື່ນໆ ທີ່ເຮັດໃຫ້ສະຫະລັດ ເປັນແຫລ່ງທີ່ບໍ່ຄ່ອຍດຶງດູດຈິດໃຈ ກໍຕາມ ການຖືກເລືອກເອົາ ໂດຍພວກນັກສຶກສາຕ່າງປະເທດນັ້ນ ກໍຍັງຄົງສູງຢູ່.
ນາງເດໂບຣາ ກີໂຣສ ເຊນາ ນັກສຶກສາຕ່າງປະເທດ ກ່າວວ່າ “ການຢູ່ນະທີ່ນີ້ ໄດ້ເປີດປະຕູຫຼາຍແຫ່ງຂອງໂລກ ແກ່ຂ້າພະເຈົ້າ.”
ແລະນາງສຣູສຕີ ຊີນຮາ ກໍໄດ້ກ່າວວ່າ “ພວກຄົນທີ່ຂ້າພະເຈົ້າໄດ້ພົບ ໂອກາດຕ່າງໆ ທີ່ຂ້າພະເຈົ້າເຂົ້າເຖິງໄດ້ ຂ້າພະເຈົ້າຄຶດວາ ສະຫະລັດ ແທ້ຈິງແລ້ວ ມອບສິ່ງຕ່າງໆທີ່ດີສຸດແກ່ເຈົ້າ ຊຶ່ງໃນຄວາມຮູ້ສຶກທີ່ວ່າ ມັນບໍ່ແມ່ນພຽງແຕ່ອາເມຣິກັນເທົ່ານັ້ນ ມັນຍັງແມ່ນທົ່ວໂລກ.”
ແລະນາງເຊນາ ກໍໄດ້ເວົ້າວ່າ “ໂອກາດປ່ຽນແປງທຸກສິ່ງທຸກຢ່າງໄດ້.”
ມະຫາວິທະຍາໄລທັງຫຼາຍຂອງສະຫະລັດ ທີ່ກາງຕໍ່ລາຍໄດ້ຈາກນັກສຶກສາຕ່າງປະເທດ ຫວັງວ່າ ຄວາມຮູ້ສຶກຂອງການມີໂອກາດ ຈະຍືນຍົງຕໍ່ໄປ.
For decades, U.S. universities have attracted large numbers of foreign students, who add brainpower to American classrooms while adding billions to the U.S. economy. But international students seem less enthusiastic about the United States of late. VOA's Kathleen Struck and Bronwyn Benito take a look at the factors prompting a growing number of foreign students to look elsewhere.
Shrusti Sinha's knows exactly why she chose to come to college in the U.S.
(Shrusti Sinha, International Student)
"The freedom that you have here in terms of choosing what you want to study... and also the opportunities that studying here gives you... We have prime ministers and presidents come and speak at Columbia during the World Leaders Forum...you get to attend talks with Nobel laureates,"
But that's not the only draw for prospective international students.
(Xiao Meng Lyu, International Student)
"U.S. courses offer a more vibrant discussion. There is more peer-to-peer discussion going on in the class, whereas in the UK it is more lecturing all the time."
More than one million international university students study in the United States today.
But is enthusiasm for an American education waning?
(Mary Catherine Chase, Education Expert)
"We've seen in the last two years, shifts in where students want to go."
Some foreign students balk at the price of a U.S. college or university, which averages between $25,000 a year at state schools and as much as $70,000 a year at private universities. And cost isn't the only hurdle. Obtaining a U.S. student visa can also be a challenge.
(Abhilash Prasann, International Student)
"I met a lot of parents who wanted to send their kids earlier but were like, No, with the visa situation, the climate against immigrants and what-not [[other factors]], we are unsure.' And that was a huge factor deciding against it."
(Dolica Gopisetty, International Student)
"I think, the number one struggle with this visa situation is not having stability, security, "
(Abhilash Prasann, International Student)
"I think it's the uncertainty that really affects how a lot of students view America as an education destination now."
That uncertainty is heightened by America's often harsh political debate over immigration as well as U.S. policies targeting travelers from certain countries.
Meanwhile, violence in the U.S. - including mass-shootings at American schools and crimes against foreigners - are trumpeted in headlines around the globe.
The end result is a leveling off of international student enrollment in the US.
According to the annual survey by the Institute for International Education, the U.S. is still the number one choice for foreign students. But countries like Canada, Australia and New Zealand are gaining popularity.
(Marie Royce, U.S. Department of State)
"We know that international students also have more choices than ever before about where to pursue higher education."
Despite the hefty price tag and other factors that make the US less attractive, the draw for international students remains strong
(Debora Queiroz Sena, International Student)
"Being here opened the doors of the world to me."
(Shrusti Sinha, International Student)
"The people I meet, the opportunities I get access to, I think the United States really gives you some of the best of that in the sense that it is not just American, it's also global."
(Debora Queiroz Sena, International Student)
"Opportunity changes everything."
U.S. universities that depend on foreign student revenue hope that sense of opportunity endures.