ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໒ ກຸມພາ ໒໐໒໕

ທ່ານ ໄບ​ເດັນ ປະ​ເຊີນ​ກັບ​ການ​ທົດ​ສອບ​ຄັ້ງ​ໃຫຍ່​ໃນ​ການ​ສຳ​ພາດ​ກັບ​ໂທ​ລະ​ພາບ ABC ໂດ​ຍ​ປະ​ຕິ​ຍານ​ທີ່​ຈະ​ສູ້​ຕໍ່​ໄປ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃນ​ການ​ໂຕ້​ວາ​ທີ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ 2024, ນະ​ຄອນ ແອັດ​ແລນ​ຕ້າ, ລັດ ຈໍ​ເຈຍ.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃນ​ການ​ໂຕ້​ວາ​ທີ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ 2024, ນະ​ຄອນ ແອັດ​ແລນ​ຕ້າ, ລັດ ຈໍ​ເຈຍ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ທີ່​ກຳ​ລັງ​ຟ້າວ​ຝັ່ງ​ເພື່ອ​ຜ່ອນ​ຄາຍ​ວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ ກ່ຽວ​ກັບ ຜົນ​ງານ​ການ​ໂຕ້​ວາ​ທີ​ທີ່​ສັ່ນ​ຄອນ​ຂອງ​ທ່ານ, ຈະ​ເຂົ້າ​ຮ່ວມ​ໃນ​ການ​ສຳ​ພາດ​ອອກ​ໂທ​ລະ​ພາບ​ໃນ​ວັນ​ສຸກມື້ນີ້ ທີ່​ຈະ​ຖືກ​ຕິດ​ຕາມ​ຢ່າ​ງ​ໃກ້​ຊິດ ສຳ​ລັບ​ສັນ​ຍານ​ຕ່າງໆ​ທີ່​ວ່າ​ຄວາມ​ແຫຼມ​ຄົມ​ດ້ານ​ຄວາມ​ຄິດ​ຂອງ​ທ່ານ​ແມ່ນ​ກຳ​ລັງ​ລົ້ມ​ແຫຼວຫຼືບໍ່.

ທ່ານ ໄບ​ເດັນ ຈະ​ເດີນ​ທາງ​ໄປ​ນະ​ຄອນ ແມ​ດິ​ສັນ, ລັດ ວິ​ສ​ຄອນ​ຊິນ, ເພື່ອ​ຈັກ​ການ​ຊຸມ​ນຸມ​ກັບ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ພັກ​ເດ​ໂມ​ແຄ​ຣັດ. ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ນັ້ນ​ທ່ານ​ຈະ​ໃຫ້​ການ​ສຳ​ພາດ​ກັບ​ໂທ​ລະ​ພາບ ABC, ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ງານ​ທີ່​ຕື່ນ​ເຕັ້ນ​ໃນ​ອາ​ທິດ​ໜ້າ ທີ່​ແນ​ເປົ້າ​ເພື່ອ​ສະ​ແດງ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ເຫັນ​ວ່າ ທ່ານຍັງ​ຄົງ​ມີ​ຄວາມ​ແຂງ​ແຮງ​ເພື່ອ​ລົງ​ແຂ່ງ​ຂັນ​ກັບ​ຜູ້​ທ້າ​ຊິງ​ຕຳ​ແໜ່ງ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ວັນ​ທີ 5 ພະ​ຈິກນີ້.

ໃນ​ຂະ​ນະ​ທີ່​ທ່ານ ໄບ​ເດັນ ຢືນ​ຢັດ​ວ່າ​ທ່ານ​ຍັງ​ຢູ່​ໃນ​ການ​ແຂ່ງ​ຂັນ​ ແລະ ວ່າ​ສຸ​ຂະ​ພາບ​ຂອງ​ທ່ານບໍ່​ໄດ້​ຊຸດ​ໂຊມ​ລົງ, ທ່ານ​ແມ່ນ​ຢູ່​ພາຍ​ໃຕ້​ການ​ກົດ​ດັນ​ຢ່າງ​ໜັກ ເພື່ອ​ໃຫ້​ອອກ​ຈາກ​ການ​ແຂ່ງ​ຂັນ ແລະ ເປີດ​ທາງ​ໃຫ້​ຮອງ​ປະ​ທາ​ນາ​ທິ​ບໍ​ດີອາ​ຍຸ 59 ປີ, ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ.

ຜູ້​ບໍ​ລິ​ຈາກ​ເງິນ​ຈຳ​ນວນ​ນຶ່ງ​ແມ່ນ​ກຳ​ລັງ​ເຮັດ​ໃຫ້​ຄວາມບໍ່​ໃຈ​ຂອງ​ເຂົາ​ເຈົ້າ​ເປັນ​ທີ່​ຮູ້​ຈັກ​ຢ່າງ​ດັງ​ກ້ອງ, ຢຸດ​ການ​ໃຫ້​ທຶນ ຫຼື ຊອກ​ຫາ​ທາງ​ເລືອກ​ທີ່​ເປັນ​ໄປ​ໄດ້​ອື່ນໆ​ຈາກ​ພັກ​ເດ​ໂມ​ແຄ​ຣັດ. ແມ່ນ​ກະ​ທັ້ງ​ພັນ​ທະ​ມິດ​ທາງ​ການ​ເມືອງ​ທີ່​ໃກ້​ຊິດ​ທີ່​ສຸດ​ຈຳ​ນວນ​ນຶ່ງ​ຂອງ​ທ່ານ ໄບ​ເດັນ, ຄື​ອະ​ດີດ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ໄດ້​ຍົກ​ຄຳ​ຖາມ ກ່ຽວ​ກັບ ສຸ​ຂະ​ພາບ​ຂອງ​ທ່ານ​ຂຶ້ນ​ມາ.

ການ​ຢັ່ງ​ຫາງ​ສຽງ​ຈາກ​ສາ​ທາ​ລະ​ນະຫຼາຍ​ຄັ້ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່ານ ທ​ຣຳ ມີ​ຄະ​ແນນ​ນຳ​ໜ້າ​ຂະ​ໜາດ​ໃຫຍ່​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຮັດ​ນັບ​ຕັ້ງ​ແຕ່​ການ​ໂຕ້​ວາ​ທີ​ນັ້ນ. ໃນ​ຂະ​ນະ​ທີ່​ການ​ຢັ່ງ​ຫາ​ສຽງ​ຂອງ Reuters/Ipsos ພົບ​ວ່າ​ນຶ່ງ​ໃນ​ສາມ​ຂອງ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ຢາກ​ໃຫ້​ທ່ານ ໄບ​ເດັນ ອອກ​ຈາກ​ການ​ແຂ່ງ​ຂັນ.

ທຳ​ນຽບ​ຂາວ​ໄດ້​ຖິ້ມ​ໂທດ​ໃສ່​ໄຂ້​ຫວັດ ສຳ​ລັບ​ຜົນ​ງານ​ທີ່​ສັ່ນ​ຄອນ​ຂອງ​ທ່ານ ໄບ​ເດັນ ແລະ ທ່ານ ໄບ​ເດັນ ເອງ​ກໍ​ໄດ້​ອ້າງ​ເຖິງ​ອາ​ການ​ອ່ອນ​ເພຍ​ຈາກ​ການ​ເດີນ​ທາງ​ຕິດ​ຕໍ່​ກັນ​ໃນ ຢູ​ໂຣບ.

​ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

President Joe Biden, scrambling to defuse a political crisis over his shaky debate performance, will participate in a television interview on Friday that will be closely watched for signs of whether his mental acuity is failing.

Biden will travel to Madison, Wisconsin, to rally Democratic voters. During the trip he will be interviewed by ABC News, part of a flurry of events over the next week aimed at showing Americans he still has the stamina to run against Republican candidate Donald Trump in the Nov. 5 election.

While Biden insists he is staying in the race and that his health is not faltering, he is under enormous pressure to step aside and open a path for his 59-year-old vice president, Kamala Harris.

Some donors are making their displeasure known loudly, halting funding or looking at possible Democratic alternatives. Even some of Biden's closest political allies, like former Speaker Nancy Pelosi, have raised questions about his health.

Several public opinion polls have shown Trump establishing a sizeable lead over the Democratic president since the debate, while a Reuters/Ipsos poll found one in three Democrats want Biden to quit the race.

The White House has blamed a cold for Biden's shaky performance and Biden himself cited jet lag from back-to-back trips to Europe.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG